“ລະ​ດູ​ບານ​ໃໝ່​ເຂດ​ຊາຍ​ແດນ​ແຫ່ງ​ຄວາມ​ອົບ​ອຸ່ນ​ຂອງ​ປະ​ຊາ​ຊົນ​ບ້ານ”

20:07 | 27/01/2022

ຍ​ສ​ໝ - ໃນ​ຂອບ​ເຂດ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ ໄດ້​ມອບ​ຂອງ​ຂວັນບຸ​ນ​ເຕັດ 80 ພູດ, ແຕ່​ລະ​ພູດ​ມີ​ເຂົ້າ​ສານ 25 ກີ​ໂລກຼາມ ແລະ ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ເຂດ​ຊາຍ​ແດນ​ທະ​ເລ ​ເມືອງ​ເຈິ່ນ​ເດ.

ລະ​ດູ​ບານ​ໃໝ່​​ບ້ານ​ເກີດ​ເມືອງນອນ 2022 ແຫ່ງຄວາມອົບ​ອຸ່ນ ແລະ ສາຍ​ຈິດ​ມິດ​ໃຈ ຢູ່ ໂປ​ໂລຍ ລະ​ດູ​ບານ​ໃໝ່​​ບ້ານ​ເກີດ​ເມືອງນອນ 2022 ແຫ່ງຄວາມອົບ​ອຸ່ນ ແລະ ສາຍ​ຈິດ​ມິດ​ໃຈ ຢູ່ ໂປ​ໂລຍ
ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ
“ລະ​ດູ​ບານ​ໃໝ່​ເຂດ​ຊາຍ​ແດນ​ແຫ່ງ​ຄວາມ​ອົບ​ອຸ່ນ​ຂອງ​ປະ​ຊາ​ຊົນ​ບ້ານ”
ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ (ພາບ: TTXVN)

ໃນ​ຂອບ​ເຂດ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ ໄດ້​ມອບ​ຂອງ​ຂວັນບຸ​ນ​ເຕັດ 80 ພູດ, ແຕ່​ລະ​ພູດ​ມີ​ເຂົ້າ​ສານ 25 ກີ​ໂລກຼາມ ແລະ ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ເຂດ​ຊາຍ​ແດນ​ທະ​ເລ ​ເມືອງ​ເຈິ່ນ​ເດ. ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ປ້ອມ​ປ້ອງ​ກັນ​ຊາຍ​ແດນ ຈຸງ​ບິ່ງ ກໍ່​ໄດ້​ມອບທຶນ​ການ​ສຶ​ກ​ສາ 20 ທຶນ​ໃຫ້​ແກ່​ບັນ​ດາ​ນ້ອງໆ​ນັກ​ຮຽນທີ່ຮຽນ​ເກັ່ງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ໃນ​ລາ​ຍ​ການ “ຊ່ວຍ​ເຫຼືອ​ນ້ອງ​ນ້ອຍ​ໄປ​ໂຮງ​ຮຽນ”.

ລາຍ​ການ “ລະ​ດູ​ບານ​ໃໝ່​ເຂດ​ຊາຍ​ແດນ​ແຫ່ງ​ຄວາມ​ອົບ​ອຸ່ນ​ຂອງ​ປະ​ຊາ​ຊົນ​ບ້ານ” ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ຂານ 2022 ໄດ້​ນຳ​ມາ​ເຊິ່ງ​ລະ​ດູ​ບານ​ໃໝ່ທີ່​ເບີກ​ບານ​ມ່ວນ​ຊື່ນໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ທະ​ເລ ​ເມືອງເຈິ່ນ​ເດ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພະ​ນັກ​ງານ, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ຊອກ​ຈັງ ແບ່ງ​ປັນ​ສ່ວນ​ໜຶ່ງ​ຄວາມ​ຫຍຸ້ງ​ຍາກ​ກັບ​ຄອບ​ຄົວ​ທຸກ​ຍາກ, ນຳ​ມາ​ເຊິ່ງ​ບຸນ​ເຕັດ​ທີ່​ເບີກ​ບານ​ມ່ວນ​ຊື່ນ, ປິ​ຕິ​ຊົມ​ຊື່ນ, ອີ່ມ​ໜຳ​ສຳ​ລານ ແລະ ຄົບ​ຖ້ວນ​ກ່​ວາ ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ​ເຈິ່​ນ​ເດ.

ພ້ອມກັນນັ້ນ, ຜ່ານ​ລາ​ຍ​ການກໍ​ໄດ້​ເພີ່ມ​ທະ​ວີ​ຈິດ​ໃຈ​ມະ​ຫາ​ສາ​ມັ​ກ​ຄີ, ຮັດ​ແໜ້ນ​ນ້ຳ​ໃຈ​ທະ​ຫານ​ປະ​ຊາ​ຊົນ​ທີ່​ສະ​ໜິດ​ຕິດ​ພັນ. ຈາກ​ນັ້ນ, ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ທະ​ຫານ​ຊາຍ​ແດນ​ທົ່ວ​ປວງ​ຊົນ​ຢ່າງ​ໝັ້ນ​ແກ່ນ, ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົ​ບ​ຖ້ວນ, ເຂດ​ຊາຍ​ແດນ​ແຫ່ງ​ຊາດ, ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.