ບັນ​ດາ​ເມືອງ​ເຂດ​ຊາຍ​ແດນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດນາມ - ລາວ

07:56 | 29/12/2020

ຍ​ສ​ໝ - ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທູດ, ປະ​ຊາ​ຊົນ​ສອງ​ຝ່າຍ​ຊາຍ​ແດນ ແທັງ​ຮ​ວາ - ຫົວ​ພັນ​ໄດ້​ຍົກ​ສູງ​ສະ​ຕິ, ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ, ພ້ອມ​ກັນ​ແປ່ງ​ບັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັ​ງ​ຄົມ​ດ ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ພ້ອມ​ກັນ​ປະ​ຕິ​ເສດ​ບັນ​ດາ​ຖ້ວຍ​ທຳ​ນອງ​ຂອງ​ບັນ​ດາ​ກຳ​ລັງ​ປໍ​ລະ​ປັກ, ແບ່ງ​ແຍກ​ການ​ພົວ​ພັນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ.

ບ ນ ດາ ເມ ອງ ເຂດ ຊາຍ ແດນ ຍ ແຮງ ການ ເຄ ອນ ໄຫວ ຮ ດ ແໜ ນ ສາຍ ພ ວ ພ ນ ມ ດ ຕະ ພາບ ລະ ຫວ າງ ຫວຽດ ລາວ ສປປ.ລາວ: ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ
ບ ນ ດາ ເມ ອງ ເຂດ ຊາຍ ແດນ ຍ ແຮງ ການ ເຄ ອນ ໄຫວ ຮ ດ ແໜ ນ ສາຍ ພ ວ ພ ນ ມ ດ ຕະ ພາບ ລະ ຫວ າງ ຫວຽດ ລາວ ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ
ບ ນ ດາ ເມ ອງ ເຂດ ຊາຍ ແດນ ຍ ແຮງ ການ ເຄ ອນ ໄຫວ ຮ ດ ແໜ ນ ສາຍ ພ ວ ພ ນ ມ ດ ຕະ ພາບ ລະ ຫວ າງ ຫວຽດ ລາວ
ຕະຫຼາດ​ນັດ (ພາບ​: baothanhhoa.vn)

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນ​ດາ​ເມືອງ​ເຂດ​ພູ​ດອຍ ແຂວງ​ແທັງ​ຮ​ວາ ໄດ້​ມາ​ນະ​ພະ​ຍາ​ຍາມ, ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທູດ ປະ​ຊາ​ຊົນ​ກັບ​ບັນ​ດາ​ຮູບ​ແບບ ແລະ ເນື້ອ​ໃນ​ທີ່​ອຸ​ດົມ​ສົນ​ບູນ, ເປັນຫຼາຍ​ຮູບ​ແບບ ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຄວາມ​ຜູກ​ມັດ​ລະ​ຫວ່າງ ປະ​ຊາ​ຊົນ ສອງ​ປະ​ເທດ ຫວຽດ​ນາມ - ລາວ.

ອາດ​ເຫັນ​ໄດ້​ວ່າ, ປະ​ຊາ​ຊົນ​ຢູ່​ບັນ​ດາ​ເມືອງ, ຕາ​ແສງ, ເຂດ​ຊຸມ​ຊົນ​ໃນ​ບໍ​ລິ​ເວນ​ແຂວງ​ແທັງ​ຮ້​ວາ ແລະ ແຂວງ​ຫົວ​ພັນ (ປະ​ເທດ ສ​ປ​ປ.ລາວ) ແມ່ນ​ກຳ​ລັງ​ຫຼັກ​ແຫຼ່ງ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ທົ່ວ​ບວງ​ຊົນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ຄວາມ​ປອດ​ໄພ​ສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ. ບົນ​ພື້ນ​ຖານ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ສັງ​ຄົມ, ການ​ປ້ອງ​ກັ​ນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ລະ​ຫວ່າງ​ສອງ​ແຂວງ ຫົວ​ພັນ - ແທັງ​ຮ໊ວາ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ບັນ​ດາ​ເມືອງ ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ພັນ​ກັບ​ແຂວງ​ຫົວ​ພັນ ພ້ອມ​ກັນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ແຜນ​ນະ​ໂຍ​ບາຍ ແລະ ສ້າງ​ແຜນ​ການ​ປະ​ຕິ​ບັດ​ການ​ຮັດ​ສ່ຽວ​ລະ​ຫວ່​າງ​ບັນ​ດາ​ເຂດ​ຊຸມ​ຊົນ​ຢູ່​ສອງ​ຝ່າຍ, ຮັບ​ປະ​ກັນຫຼັກ​ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ແຕ່​ລະ​ປະ​ເທດ, ເໝາະ​ສົມ​ກັບ​ສົນ​ທິ​ສັນ​ຍາ, ລະ​ບ​ຽບ​ການ​ເຂດ​ຊາຍ​ແດນ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ຈາກ​ສອງ​ປະ​ເທດ.

ພ້ອມ​ກັນ​ການ​ຮັກ​ຊ່ຽວ​ເຂດ​ຊຸ​ມ​ຊົນ, ສອງ​ແຂວງ​ກໍ່​ໄດ້​ຍູ້​ແຮງ​ການ​ສ້າງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ດ້​ວຍ​ເປົ້າ​ໝາຍແມ່ນ ຄ່ອຍ​ນຳ​ຂົງ​ເຂດນີ້​ກາຍ​ເປັນ​ເສົາຫຼັກ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ແບບ​ຍືນ​ຍົງ ແລະ ຍາວ​ນານ. ຍົກ​ຕົວ​ຢ່າງ​ຄື​ໃນ​ຕົ້ນ​ເດືອນ ພະ​ຈິກ 2020, ຕາ​ແສງ​ຕາມ​ແທັງ (ເມືອງ ກວານ​ເຊີນ) ໄດ້​ຈັດ​ພິ​ທີ​ເປີດ​ຕະຫຼາດ​ເຂດ​ຊາຍ​ແດນ, ຕະຫຼາດ​ນັດ​ຢູ່​ທີ່ນີ້​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ປະ​ຈຳ​ທິດ​ເພື່ອ​ປະ​ຊາ​ຊົ​ນ​ເມືອງກວານ​ເຊີນ, ແຂວງ​ແທັງ​ຮ​ວາ ແລະ ແຂວງ​ຫົວ​ພັນ​ລາວ ພົບ​ປະ, ແລ່​ກ​ປ່ຽນ​ຄ້າ​ຂາຍ​ສິນ​ຄ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົ​ນ​ເຂດ​ຊາຍ​ແດນ, ຜ່ານ​ນັ້ນ​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ​ເລິກ​ເຊິ່ງ​ກ່​ວາ​ອີກ. ຕະ​ຫຼາດ​ນັດ​ຕາມ​ແທັງ​ໄດ້​ເລີ່ມ​ກໍ່​ສ້າງ​ແຕ່​ປີ 2018 ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ກວານ​ເຊີ​ນ​ເປັນ​ເຈົ້າ​ຂອງ​ການ​ລົງ​ທຶນ. ໂຄງ​ການ​ມີ​ ຊັ້ນ​ໜຶ່ງ, ເນື້ອ​ທີ 817.2 ຕາ​ແມັດ ດ້ວຍ​ຍ້ອນ​ເງິນ​ລົງ​ທຶນ​ຂຶ້ນ​ເຖິງ 6,5 ຕື້ ດົ່ງ.

ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທູດ, ປະ​ຊາ​ຊົນ​ສອງ​ຝ່າຍ​ຊາຍ​ແດນ ແທັງ​ຮ​ວາ - ຫົວ​ພັນ​ໄດ້​ຍົກ​ສູງ​ສະ​ຕິ, ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ, ພ້ອມ​ກັນ​ແປ່ງ​ບັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັ​ງ​ຄົມ​ດ ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ພ້ອມ​ກັນ​ປະ​ຕິ​ເສດ​ບັນ​ດາ​ຖ້ວຍ​ທຳ​ນອງ​ຂອງ​ບັນ​ດາ​ກຳ​ລັງ​ປໍ​ລະ​ປັກ, ແບ່ງ​ແຍກ​ການ​ພົວ​ພັນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ.

ບ ນ ດາ ເມ ອງ ເຂດ ຊາຍ ແດນ ຍ ແຮງ ການ ເຄ ອນ ໄຫວ ຮ ດ ແໜ ນ ສາຍ ພ ວ ພ ນ ມ ດ ຕະ ພາບ ລະ ຫວ າງ ຫວຽດ ລາວ ສປປ.ລາວ: ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ທັນວາ 2020 ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສຊປລ.

ບ ນ ດາ ເມ ອງ ເຂດ ຊາຍ ແດນ ຍ ແຮງ ການ ເຄ ອນ ໄຫວ ຮ ດ ແໜ ນ ສາຍ ພ ວ ພ ນ ມ ດ ຕະ ພາບ ລະ ຫວ າງ ຫວຽດ ລາວ ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ.

ບ ນ ດາ ເມ ອງ ເຂດ ຊາຍ ແດນ ຍ ແຮງ ການ ເຄ ອນ ໄຫວ ຮ ດ ແໜ ນ ສາຍ ພ ວ ພ ນ ມ ດ ຕະ ພາບ ລະ ຫວ າງ ຫວຽດ ລາວ ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ

ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.