ຄອບຄົວຫວຽດນາມທີ່ຂ້າພະເຈົ້າໄດ້ຢູ່ນຳເປັນຄອບຄົວທຳອິດໃນເວລານັ້ນແມ່ນຄອບຄົວຂອງເອື້ອຍ ຊວັນກີມ. ຄອບຄົວຂອງເອື້ອຍມີ 3 ຄົນ(ເອື້ອຍ, ແມ່ ແລະ ນ້ອງຊາຍ). ແຕ່ລະມື້ພວກຂ້ອຍກິນເຂົ້າຢູ່ເຮືອນຄົວລວມສະເພາະສຳລັບເດັກນ້ອຍລາວລີ້ໄພ, ເມື່ອຄໍ່າມາຂ້ອຍກໍນອນກັບນ້ອງຊາຍຂອງເອື້ອຍ ຊວັນກີມ, ພວກຂ້ອຍຮັກແພງ, ສະໜິດສະໜົມກັນດີ. ຢູ່ໄດ້ 3 ເດືອນ ທາງການຈັດຕັ້ງກໍໄດ້ຍົກຍ້າຍພວກຂ້ອຍໃຫ້ໄປຢູ່ແຂວງ ວິງຟູ (ດຽວນີ້ແມ່ນແຂວງ ຟູເຖາະ) ເພາະມັນໃກ້ກັບໂຮງຮຽນ ແລະ ໄລຍະນີ້ເອງກໍແມ່ນໄລຍະທີ່ປະຊາຊົນຫວຽດນາມກຳລັງຫ້າງຫາກະກຽມຕ້ອນຮັບປີໃໝ່, ເອື້ອຍ ຊວັນກີມ ແລະ ນ້ອງຊາຍຂອງລາວໄດ້ມອບບັດອວຍພອນປີໃໝ່ໃຫ້ກັບຂ້ອຍຄົນລະໃບ ເພື່ອໄວ້ເປັນທີ່ລະນຶກໃນເວລາຈາກກັນ.
ຍສໝ - ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ ແລະ ສະມາຄົມປະຊາຊົນຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມ ປະຈໍາ 3 ແຂວງຄື: ສະຫວັນນະເຂດ, ຄໍາມ່ວນ ແລະ ບໍລິຄໍາໄຊ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ເຫດດິນເຈື່ອນຢູ່ແຂວງສະຫວັນນະເຂດ, ຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ໃນຊຸມມື້ທີ່ຜ່ານມາ.
ຍສໝ - ຢູ່ຕາແສງ ເຊີນລາຍ, ເມືອງຍໍກວານ, ແຂວງ ນິງບິ່ງ, ມີວິຫານເຖຶອງຖາຍເຊີນ, ເຊິ່ງນັກວິທະຍາສາດບາງຄົນ ຖືວ່າແມ່ນຫໍໄຫວ້ເຈົ້າຍິງລາວ. ຕາມນິທານເລົ່າວ່າ ໃນ 6 ສະຕະວັດກ່ອນ, ເມື່ອຫວຽດນາມປະເຊີນໜ້າກັບສັດຕູເຂົ້າມາຮຸກຮານ, ປະຊາຊາດລາວ ໄດ້ສົ່ງເຈົ້າຫຍິງທີ່ສວຍງາມ ແລະ ກ້າຫານນຳພາບັນດາກຳລັງຊ້າງຮົບ ໄປຊ່ວຍເຫຼືອ. ພາຍຫຼັງສຳເລັດພາລະກິດອັນກ້າຫານ ແລະ ມີຄວາມໝາຍອັນສູງສົ່ງ, ເຈົ້າຍິງກໍເຈັບປ່ວຍ ແລະ ສິ້ນພະຊົນຢູ່ຫວຽດນາມ. ເພື່ອລະນຶກເຖິງຄວາມຮັກແພງ, ບຸນຄຸນຂອງເຈົ້າຍິງ ກໍ່ຄືປະຊາຊາດລາວ, ລາຊະວົງ ແລະ ປະຊາຊົນ ດ້າຍຫວຽດ ໄດ້ສ້າງຫໍໄຫວ້ ຢູ່ບ້ານຖ່າຍເຊີນ, ຕາແສງ ເຊີນລາ, ເມືອງຍໍກວານ, ແຂວງ ນິງບິ່ງ ແລະ ບູຊາເຈົ້າຍິງ. ປະຊາຊົນຊາວເມືອງທັງຫຼາຍຕັ້ງຊື່ຫວຽດທີ່ເຄົາລົບນັບຖື ແລະ ຮັກແພງ ວ່າ: ເຈົ້າຍິງ ໂຢຍຮວາ!
ເຖິງແມ່ນວ່າວັນເວລາຈະຜ່ານພົ້ນໄປເປັນ ສິບກວ່າປີແລ້ວກໍຕາມ ແຕ່ຕົ້ນໝາກກ້ຽງນ້ອຍກໍຍັງຄົງຂຽວສົດງົດງາມຢູ່ໃນສວນແຄມເຮືອນຂອງພວກຂ້ອຍ. ຕົ້ນໝາກກ້ຽງນ້ອຍຕົ້ນນີ້ມີຄວາມສູງປະມານ 1,2 ມ, ລຳຕົ້ນຂອງມັນໃຫ່ຍສໍ່າດ້າມພ້າ, ງ່າຂອງມັນຕາກອອກສີ່ດ້ານເປັນຟຸ່ມສະໝໍ່າສະເໝີກັນ ເມື່ອເຖິງຍາມລະດູບານໃໝ່ມັນກໍແຕກດອກອອກໝາກດົກໜາຈົນງ່າກ່ອງ, ສົ່ງກິ່ນຫອມອ່ອນໆ ໄປທົ່ວບໍລິເວນ. ຕົ້ນໝາກກ້ຽງນ້ອຍຕົ້ນນີ້ ແມ່ນຂອງຂວັນຈາກ ຄຳແກ້ວ ຝາກໃຫ້ຄອບຄົວຂອງພວກຂ້ອຍເນື່ອງໃນໂອກາດປີໃໝ່ ຫວຽດນາມ 2013.
ຍສໝ - ໃນຕະຫຼອດ 6 ປີຜ່ານມາ, ໃບຢັ້ງຢືນຫຼຽນກາທີ່ລະນຶກທະຫານອາສາສະໝັກຫວຽດນາມ ຊ່ວຍການປະຕິວັດລາວ ຍາມໃດຂ້າພະເຈົ້າກໍ່ໄດ້ແຂວນໄວ້ຢູ່ບ່ອນສະຫງ່າໃນຫ້ອງຮັບແຂກຂອງຄອບຄົວ. ແຕ່ລະເທື່ອເມື່ອເບິ່ງຄືນຂອງທີ່ລະນຶກນີ້, ຂ້າພະເຈົ້າຍິ່ງມີຄວາມຮັບຮູ້ ແລະ ເຄົາລົບຕໍ່ຄຸນຄ່າຂອງນ້ຳໃຈມິດຕະພາບ ລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ ໃນໄລຍະຕໍ່ສູ້ຕ້ານສັດຕູກໍ່ຄືໃນຍຸກສະໄໝແຫ່ງສັນຕິພາບຫຼາຍກວ່າອີກ.
ຍສໝ - ວັນທີ 3 ກໍລະກົດນີ້, ຢູ່ໂຮງໝໍທະຫານ 108 ໄດ້ຈັດກອງປະຊຸມ ແລະ ມອບໝາຍໜ້າທີ່ໃຫ້ພະນັກງານແພດທະຫານໂຮງໝໍສູນກາງກອງທັບປະຊາຊົນລາວ 103 ທີ່ເຂົ້າຮ່ວມການຝຶກອົບຮົມຢູ່ໂຮງໝໍ. ໃນໄລຍະການຝຶກອົບຮົມ, ພະນັກງານແພດໝໍໂຮງໝໍສູນກາງກອງທັບປະຊາຊົນລາວ 103 ໄດ້ແບ່ງວຽກໃຫ້ບັນດາພະແນກອາການຄລີນິກ ແລະ ອາການຂ້າງຄຽງກັບພະຍາດເພື່ອປະຕິບັດຕົວຈິງ.
ຍສໝ- ເມື່ອວັນທີ 5-7 ໜ່ວຍຊາວໜຸ່ມປ້ອມປ້ອງກັນຊາຍແດນ ອາເດິດ , ທະຫານຊາຍແດນແຂວງ ເທື່ອທຽນ ເຫວ້ ໄດ້ສົມທົບກັບຫົວໜ່ວຍຈຳນວນໜຶ່ງ ຈັດການອອກເຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ ດ້ວຍຫຼາຍກິດຈະກຳທີ່ແທດຈິງ.
ຍສໝ - ຂ້າພະເຈົ້າຊື່ ສົມຫວັງ ນິນທະວົງ, ເບີໂທລະສັບ: 008562099901208. ໃນເມື່ອກ່ອນ, ຂ້າພະເຈົ້າແມ່ນທີ່ປືກສາຝ່າຍເສດຖະກິດ ແລະ ການຄ້າ, ສະຖານທູດ ສປປ.ລາວ ປະຈຳ ສສ.ຫວຽດນາມ ອາຍຸການ 2016 – 2010, ອະດີດຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າລາວ.
ຍສໝ - ກຳລັງກອງກູ້ໄພຂອງ ກອງທັບລາວ ໄດ້ຊ່ອຍຫຼາຍຄົນຖີກຕິດຄ້າງຢູ່ເສັ້ນທາງເລກ 8 ຍ້ອນດິນເຈື່ອນ, ໃນນັ້ນ ມີຊາວຫວຽດນາມ 45 ຄົນ.
ຍສໝ - ຕາມທູດພິເສດສຳນັກຂ່າວສານຫວຽດນາມແລ້ວ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44 (AIPA-44) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນຕອນບ່າຍວັນທີ 6 ສິງຫາ, ທ່ານເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ໄດ້ມີການພົບປະສອງຝ່າຍກັບບັນດາເລຂາທິການຂອງສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດລາວ.
ຍສໝ - ທ່ານ ເລຫາຍ ເນັ້ນໜັກວ່າ ວາລະສານກອມມູນິດ ຈະແບ່ງປັນປະສົບການທີ່ໄດ້ສະສົມໃນຂະບວນການສ້າງວາລະສານເອເລັກໂຕນິກໃຫ້ແກ່ວາລະສານ ອາລຸນໃໝ່ ແລະ ຈະໜູນຊ່ວຍດຳເນີນງານຢ່າງມີປະສິດທິຜົນ.
ຍສໝ - ຕາມສື່ມວນຊົນລາວ ໄດ້ນຳສະເໜີຂ່າວວ່າ: ກຳລັງປາບປາມຢາເສບຕິດ ແຂວງບໍ່ແກ້ວ, ພາກເໜືອຂອງລາວ, ໃນວັນທີ 4 ກໍລະກົດ ຜ່ານມານີ້ ໄດ້ຢຶດຢາເສບຕິດ 7 ລ້ານກວ່າເມັດ. ນີ້ແມ່ນໜຶ່ງໃນການຢຶດຢາເສບຕິດຫຼາຍຄັ້ງຕິດຕໍ່ກັນໃນລາວໃນຊຸມປີມໍ່ໆມານີ້.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບຈັດລາຍການສະແດງສິລະປະທີ່ມີຊື່ວ່າ ສີສັນ ຫວຽດນາມ ແລະ ນ້ຳໃຈມິດຕະພາບ ຫວຽດ - ລາວ
ຍສໝ - ເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍປະທານໂຮ່ຈິມີນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ສ້າງ, ຜ່ານບັນດາຮຸ່ນການນໍາ ແລະ ປະຊາຊົນສອງປະເທດໄດ້ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ໄດ້ກາຍເປັນຊັບສົມບັດສ່ວນລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ.
ຍສໝ - ວັນ ທີ 29 ສິງຫາ ປີ 2022 ໄດ້ເປັນຂີດໝາຍເຫດການພິເສດ: ເຂດຮ່ອງຮອຍປະຫວັດສາດ ການປະຕິວັດຫວຽດ - ລາວ ຢູ່ບ້ານ ລາວໂຄ, ຕາແສງ ພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ ໄດ້ປະກາດເປັນເຂດຮ່ອງຮອຍປະຫວັດສາດ ລະດັບຊາດພິເສດ. ໂດຍເປັນກຽດເຂົ້າຮ່ວມພິທີ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ, ຍາກທີ່ຈະພັນລະນາໄດ້ ເມື່ອຫວນຄືນໄລຍະ 70 ປີກ່ອນ, ຢູ່ບ່ອນນີ້ ປະທານໄກສອນ ພົມວິຫານ ແລະ ຄະນະຕະລຸມບອນລາວເໜືອ ໄດ້ຮ່ວມດຳລົງຊີວິດ ແລະ ຕິດພັນກັບປະຊາຊົນລາວໂຄ. ເມື່ອເຂົາເຈົ້າຈາກໄປ, ນ້ຳໃຈຄວາມຮັກແພງລະຫວ່າງປະຊາຊົນ ແລະ ສິ່ງຂອງວັດຖຸທີ່ລະນຶກຍັງຄົງໄດ້ຮັກສາໄວ້ຄືເກົ່າ…
ຍສໝ - ຕອນບ່າຍວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຈາກກົມໂຄສະນາອົບຮົມ, ກົມປະກັນສັງຄົມ, ກົມກໍ່ສ້າງພື້ນຖານໂຄງລ່າງ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ນໍາໂດຍ ພັນເອກ ວິລະໄຊ ສົມສັກ, ຮອງຫົວໜ້າກົມໂຄສະນາອົບຮົມ.
ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946
ຍສໝ- ກົມສະຖິຕິຂອງລາວໃຫ້ຮູ່ວ່າ ອັດຕາເງິນເຟີ້ປະຈຳປີຂອງປະເທດລາວຫຼຸດລົງລະດັບ 38.86% ໃນເດືອນພຶດສາພາ ເມື່ອທຽບກັບ 39.89% ໃນເດືອນເມສາ.
ຍສໝ - ວັນທີ 22 ພະຈິກນີ້, ຢູ່ແຂວງສະຫວັນນະເຂດ, ສປປ ລາວ, ຄະນະບໍລິຫານງານສູນກາງແນວໂຮມແຫ່ງຊາດຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສາກົນ ກໍ່ສ້າງເສັ້ນຊາຍແດນລາວ-ຫວຽດນາມ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນປີ 2022.
ຍສໝ - ໜ້າທີ່ຂອງຄະນະຊີ້ນຳແມ່ນຊ່ວຍໃຫ້ຄະນະກໍາມະການປະຊາຊົນແຂວງ ຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນແຂວງ ບັກຢາງ ແລະ ອໍານາດການປົກຄອງແຂວງໄຊສົມບູນ (ລາວ) ໄລຍະ 2021-2025 ແລະ ແຜນການ ສະບັບເລກທີ 481/ KH UBND ລົງວັນທີ 25 ສິງຫາ 2022 ຂອງຄະນະກຳມະການປະຊາຊົນ ແຂວງບັກຢາງ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ ຄະນະກຳ ມະການປະຊາຊົນແຂວງ ບັກຢາງ ແລະ ອໍານາດການປົກຄອງແຂວງໄຊສົມບູນ (ລາວ) ໄລຍະ 2021-2025 ຢ່າງມີປະສິດທິຜົນ.