ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023

11:02 | 11/10/2023

ຍສໝ - ໃນລະຫວ່າງວັນທີ 9 – 14 ຕຸລາ, ​ສູນ​ກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບ​ສູນ​ກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ຢູ່ ລາວ.

ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023 ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023
ໃນ 9 ເດືອນຂອງປີ 2023 ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ບັນລຸ 8,9 ລ້ານເທື່ອຄົນ ໃນ 9 ເດືອນຂອງປີ 2023 ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ບັນລຸ 8,9 ລ້ານເທື່ອຄົນ

ລາຍການ​ດັ່ງກ່າວ​ແມ່ນ​ການ​ເຄື່ອນ​ໄຫວ​ປະຕິບັດ ​ແລະ ​ແມ່ນ​ກິດຈະກຳ​ພົບປະແລກປ່ຽນ​ຊາວ​ໜຸ່ມ​ສາກົນ​ທີ່​ສຳຄັນ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ​ສອງ​ປະ​ເທດ​ຫວນ​ຄືນມູນເຊື້ອການຮ່ວມສຳພັນ​ຕໍ່ສູ້​ພິ​ເສດ, ການ​ໜູນ​ຊ່ວຍ​ຢ່າງ​ຈິງ​ໃຈ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ໃນ​ໄລຍະ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດຊາດ​ໃນ​ປະຈຸ​ບັນ.

ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023
ລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ປີ 2023. ພາບ: ຊວນຕູງ

​ໃນ​ລາຍການ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ນຳ​ໂດຍ​ທ່ານ ບຸ່ຍກວາງ​ຮຸຍ, ກຳມະການ​ສຳຮອງ​ສູນ​ກາງ​ພັກ, ​ເລຂາ​ທີໜຶ່ງສູນກາງຄະນະ​​ຊາວ​ໜຸ່ມ ​​ຈະເຂົ້າຢ້ຽມຂ່ຳນັບການນຳພັກ ແລະ ລັດລາວ; ການ​ພົບ​ປະ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ສອງ​ປະ​ເທດ; ເຂົ້າຢ້ຽມຂ່ຳນັບພົບປະກັບບັນດາການນຳຂອງແຂວງວຽງຈັນ. ຄະນະຜູ້ແທນຊາວໜຸ່ມ 2 ປະເທດຈະເຂົ້າຮ່ວມພິທີເປີດລາຍການມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ແລະ ເຂົ້າຮ່ວມກອງປະຊຸມສຳມະນາ “ບົດບາດຂອງຊາວໜຸ່ມໃນການພັດທະນາເສດຖະກິດ, ການເຂົ້າຮ່ວມຂອງຊາວໜຸ່ມໃນການສົ່ງເສີມການຜະລິດ ແລະ ບໍລິໂພກສິນຄ້າພາຍໃນປະເທດເພື່ອພັດທະນາປະເທດຊາດ”.

ຄະນະຜູ້ແທນຊາວໜຸ່ມຫວຽດນາມ ຈະໄປຢ້ຽມຢາມ ແລະ ວາງພວງມາລາ ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ຢ້ຽມຊົມງານວາງສະແດງການຄ້າຂອງສະມາຄົມນັກທຸລະກິດໜຸ່ມລາວ, ຢ້ຽມຢາມບັນດາຕົວແບບຂອງໄວໜຸ່ມທີ່ດໍາເນີນທຸລະກິດຢູ່ລາວ, ພົບປະແລກປ່ຽນບົດຮຽນກັບຊາວໜຸ່ມ, ນັກສຶກສາສະຖາບັນການເມືອງການາປົກຄອງແຫ່ງຊາດລາວ ແລະ ມະຫາວິທະຍາໄລແຫ່ງຊາດລາວ. ບັນດາ​ຜູ້​ແທນ​ຊາວ​ໜຸ່ມ ຫວຽດນາມ ​ກໍ່ໄດ້​ໄປ​ຢ້ຽມຢາມ​ບັນດາເຂດຮ່ອງຮອຍປະຫວັດສາດ ​ແລະ ທັດສະນີຍະພາບ​ທີ່​ມີ​ຊື່​ສຽງ​ຂອງ​ລາວ.

ດີງເລື້ອງ

ເຫດການ