ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກ ສປປ ລາວ

15:15 | 10/10/2023

ຍສໝ - ພິທີເປີດວາລະສານອະລຸນໃໝ່ ເອເລັກໂຕຣນິກ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 9 ຕຸລາ 2023 ທີ່ຫ້ອງວ່າການສູນກາງພັກ ໂດຍມີ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ແລະ ພາກ ສ່ວນທີ່ກ່ຽວເຂົ້າຮ່ວມ.​

ຫວຽດນາມ ຊ່ວຍວາລະສານອາລຸນໃໝ່ຂອງລາວ ສ້າງເປັນວາລະສານເອເລັກໂຕນິກ ຫວຽດນາມ ຊ່ວຍວາລະສານອາລຸນໃໝ່ຂອງລາວ ສ້າງເປັນວາລະສານເອເລັກໂຕນິກ
ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ

ພິທີເປີດວາລະສານອະລຸນໃໝ່ ເອເລັກໂຕຣນິກ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 9 ຕຸລາ 2023 ທີ່ຫ້ອງວ່າການສູນກາງພັກ ໂດຍມີ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ແລະ ພາກ ສ່ວນທີ່ກ່ຽວເຂົ້າຮ່ວມ.​

ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກ ສປປ ລາວ

ພິທີເປີດວາລະສານອະລຸນໃໝ່ ເອເລັກໂຕຣນິກ

ສະຫາຍ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າ ບັນນາທິການວາລະສານອະລຸນໃໝ່ ກ່າວວ່າ: ການເປີດເວັບໄຊ ວາລະສານອະລຸນໃໝ່ ເອເລັກໂຕຣນິກ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມພະຍາຍາມບຸກບືນ ແລະ ບົນຈິດໃຈ ສ້າງການຫັນປ່ຽນສູ່ຄຸນນະພາບໃໝ່ ຂອງວາລະສານອະລຸນໃໝ່ ດ້ວຍຄວາມເປັນເຈົ້າການ, ປະດິດສ້າງ ແລະ ປັບປຸງຢ່າງຕັ້ງໜ້າ ເພື່ອຕອບສະໜອງຄວາມຕ້ອງການ ດ້ານຂໍ້ມູນຂ່າວສານໃຫ້ຜູ້ອ່ານ ທີ່ເພີ່ມສູງຂຶ້ນນັບມື້, ວາລະສານອະລຸນໃໝ່ເອເລັກໂຕຣນິກ ຈະຕ້ອງປະ ສານ ສົມທົບກັບພາກສ່ວນຕ່າງໆ ເພື່ອຍົກລະດັບ, ຍົກສູງຄວາມສາມາດດ້ານຕ່າງໆ ເພື່ອເພີ່ມປະສິດ ທິພາບ, ປະສິດທິຜົນໃນວຽກງານ ໂຄສະນາສຶກອົບຮົມ, ປະຕິບັດໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍເປັນຢ່າງດີ, ກຳແໜ້ນສະຖານະການ ແລະ ຕອບສະໜອງຢ່າງທັນການ ຜ່ານສື່ມວນຊົນ ເປັນຕົ້ນ ຜ່ານສື່ແບບໃໝ່ ໃຫ້ແກ່ການນຳ, ພະນັກງານ, ສະມາຊິກພັກ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ກວ້າງຂວາງກວ່າເກົ່າ, ປະກອບສ່ວນໃນການແກ້ໄຂບັນຫາ ແລະ ສະພາບຕ່າງໆ ທີ່ມີຄວາມສະຫລັບສັບຊ້ອນ, ມີຫລາຍຮູບແບບ ໃນຍຸກແຫ່ງຂໍ້ມູນຂ່າວສານປັດຈຸບັນ, ປະກອບສ່ວນໃຫ້ ວາລະສານອະລຸນໃໝ່ ເຮັດສຳເລັດ ໜ້າທີ່ການເມືອງຂອງຕົນ ໃນການຫັນເປັນທັນສະໄໝ, ສົມກັບຄວາມເຊື່ອໝັ້ນ ຂອງພັກ-ລັດ ແລະ ປະຊາຊົນ.

ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ​ກ່າວວ່າ: ກ່ອນໜ້ານີ້ 38 ປີ, ເນື່ອງໃນໂອກາດວັນສ້າງ ຕັ້ງ ແລະ ພິມຈຳໜ່າຍວາລະສານ ອະລຸນໃໝ່ ປະທານ ໄກສອນ ພົມວິຫານ ໄດ້ມີຄຳເຫັນວ່າ “ວາລະ ສານອະລຸນໃໝ່ ແມ່ນອົງການທິດສະດີ ແລະ ການເມືອງຂອງສູນກາງພັກ ມີໜ້າທີ່ສໍາຄັນໃນການ ເຜີຍ ແຜ່, ສຶກສາອົບຮົມທິດສະດີ ມາກ-ເລນິນ, ທັດສະນະ, ແນວທາງ, ນະໂຍບາຍຂອງພັກ, ວາລະສານອະ ລຸນໃໝ່ ຍັງມີໜ້າທີ່ປະກອບສ່ວນ ເຂົ້າໃນການສະຫລຸບສັງລວມ, ຖອດຖອນບົດຮຽນການນຳພາ ຂອງພັກໃນທຸກຂົງເຂດ ວຽກງານປະຕິວັດໃນແຕ່ລະໄລຍະ.

ພາຍໃຕ້ການນຳພາຂອງພັກ ໂດຍສະເພາະການຊີ້ນຳ ຂອງກົມການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ, ນັບແຕ່ປີ 1985 ຈົນເຖິງປັດຈຸບັນ ວາ ລະສານອະລຸນໃໝ່ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນວຽກງານການ ເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມຂອງພັກ ໂດຍສະເພາະໄດ້ປະກອບສ່ວນ ສ້າງຄວາມຮູ້ກ່ຽວກັບການປ່ຽນແປງໃໝ່ ດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວ ກັບການສ້າງສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ເຊື່ອມຊຶມກຳແໜ້ນແນວທາງ ປ່ຽນແປງໃໝ່ຮອບດ້ານ ຢ່າງມີຫລັກການຂອງພັກ ດ້ວຍການຄົ້ນຄວ້າຂຽນບົດຕ່າງໆ, ແປ, ກວດແກ້, ຮຽບຮຽງ, ຈັດພິມລົງໃນບັນດາຄໍລຳ ຂອງວາລະສານເປັນປົກກະຕິ ແລະ ຕໍ່ເນື່ອງ.

ໂດຍເຫັນໄດ້ບົດບາດຄວາມ ສຳຄັນຂອງໜ້າທີ່ການເມືອງນັບມື້ສູງຂຶ້ນ, ວາລະສານ ອະລຸນໃໝ່ ເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ມີຄວາມຈຳເປັນຢ່າງຍິ່ງ ຈະຕ້ອງໄດ້ພັດທະນາ, ຍົກລະດັບ ແລະ ຫັນປ່ຽນໄປສູ່ ຄວາມທັນສະໄໝເທື່ອລະກ້າວ ກໍຄື ການສ້າງວາລະສານເອເລັກໂຕຣນິກ ເພື່ອຍົກລະດັບຄວາມສາມາດຕົວຈິງ ການປະ ຕິບັດພາລະບົດບາດ ແລະ ເຮັດລ້ອນໜ້າທີ່ການເມືອງ ຂອງຕົນໃຫ້ນັບມື້ດີຂຶ້ນ ແລະ ສ້າງການຫັນປ່ຽນ ໃໝ່ສູ່ຄຸນນະພາບໃໝ່ເທື່ອລະກ້າວທັງເນື້ອໃນ ແລະ ຮູບການ, ເຮັດໃຫ້ວາລະສານມີຫລາຍຮູບ, ຫລາຍສີ, ທັນກັບສະພາບການ ແລະ ສາມາດຕອບສະໜອງດ້ານ ຂໍ້ມູນ-ຂ່າວສານ ໃຫ້ແກ່ກັບຜູ້ບໍລິໂພກ ໄດ້ຢ່າງສະດວກ, ວ່ອງໄວ ແລະ ກວ້າງຂວາງກວ່າເກົ່າ. ສະນັ້ນ, ການເປີດເວັບໄຊວາລະສານອະລຸນໃໝ່ ເອເລັກໂຕຣນິກ ຖືເປັນເຫດການທີ່ມີຄວາມໝາຍສໍາຄັນ ຂອງສື່ມວນຊົນ, ຕີລາຄາສູງ ແລະ ຊົມເຊີຍ ໃນຈິນຕະນາການໃໝ່, ວິໄສທັດ ແລະ ການປັບປຸງປ່ຽນແປງຢ່າງ ປະດິດສ້າງຂອງ ວາລະສານອະລຸນໃໝ່ ໂດຍສະເພາະ ແມ່ນຄວາມຕັດສິນ ໃຈຂອງການນຳແຕ່ລະຮຸ່ນ, ພິເສດແມ່ນ ຄວາມພະຍາຍາມຂອງຄະນະບັນ ນາທິການວາລະສານ ແລະ ພະນັກງານທັງໝົດຂອງວາລະສານອະລຸນໃໝ່.

ເຊື່ອໝັ້ນວ່າ ວາລະສານອະລຸນໃໝ່ ເອເລັກໂຕຣນິກ ຈະກາຍເປັນແຫລ່ງສະໜອງ ຂໍ້ມູນ-ຂ່າວສານອັນຈຳເປັນ ເພື່ອຮັບໃຊ້ໃນວຽກງານສື່ມວນຊົນ ຂອງພັກ-ລັດ ກໍຄື ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ​ໂດຍສະເພາະ ແມ່ນໃນວຽກງານ ການເມືອງ-ແນວຄິດ, ວຽກງານໂຄສະນາອົບ ຮົມຢ່າງມີປະສິດພາບ-ປະສິດທິຜົນສູງຂຶ້ນ ໃນຕໍ່ໜ້າ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.