ລັດຖະບານຍີ່ປຸ່ນ ຈະພ້ອມສະເໝີສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ເສດ​ຖະ​ກິດ​

10:09 | 13/10/2023

ຍສໝ - ລັດຖະບານຍີ່ປຸ່ນ ຢືນຢັນຈະໃຫ້ການສະໜັບສະໜັບ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງໜັກແໜ້ນ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ ຂະນະທີ່ການພົວພັນຮ່ວມມື ລະຫວ່າງ ລາວ-ຍີ່ປຸ່ນ ພາຍໃຕ້ຂອບການຮ່ວມມື ທີ່ເປັນໂຄງການ ໃໝ່ທີ່ພວມສຶກສາ ແລະ ຄົ້ນຄວ້າ

ປະຊາຊົນແຂວງກຽນຢາງ ໄດ້ມີໂຮງຮຽນແຫ່ງໃໝ່ ແລະ ຂົວແຫ່ງໃໝ່ຕື່ມອີກຈາກການຊ່ວຍເຫຼືອຂອງຍີ່ປຸ່ນ ປະຊາຊົນແຂວງກຽນຢາງ ໄດ້ມີໂຮງຮຽນແຫ່ງໃໝ່ ແລະ ຂົວແຫ່ງໃໝ່ຕື່ມອີກຈາກການຊ່ວຍເຫຼືອຂອງຍີ່ປຸ່ນ
ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ

ລັດຖະບານຍີ່ປຸ່ນ ຢືນຢັນຈະໃຫ້ການສະໜັບສະໜັບ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງໜັກແໜ້ນ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ ຂະນະທີ່ການພົວພັນຮ່ວມມື ລະຫວ່າງ ລາວ-ຍີ່ປຸ່ນ ພາຍໃຕ້ຂອບການຮ່ວມມື ທີ່ເປັນໂຄງການ ໃໝ່ທີ່ພວມສຶກສາ ແລະ ຄົ້ນຄວ້າ ຄາດວ່າ ຍີ່ປຸ່ນ ຈະຊ່ວຍ​ເຫລືອ​ດ້ານ​ ການຮັບມືກັບ​ສະພາບ​ການປ່ຽນແປງດິນຟ້າອາກາດ, ລະດົມການລົງທຶນຈາກຍີ່ປຸ່ນມາລາວ, ພິເສດຈະສະໜັບສະໜູນ ສປປ ລາວ​ ໃນ​ໂອກາດເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ແລະ ເປີດປີທ່ອງທ່ຽວ 2024.

ລັດຖະບານຍີ່ປຸ່ນ ຈະພ້ອມສະເໝີສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ເສດ​ຖະ​ກິດ​

ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Kamikawa Yoko.

ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດງານພົບປະລະຫວ່າງ ສື່ມວນຊົນລາວ-ກະຊວງການຕ່າງປະເທດຍີ່ປຸ່ນ ໃນວັນທີ 11 ຕຸລາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ມາກິ ໂຄບາຢາຊິ ໂຄສົກກະຊວງການຕ່າງປະເທດ, ຄະນະບັນນາທິການ ຈາກສໍານັກຂ່າວສານປະເທດລາວ, ໜັງສືພິມປະຊາຊົນ, ໜັງພິມວຽງຈັນທາມ, ໜັງສືພິມເສດຖະກິດ-ສັງຄົມ, ໜັງສືພິມວຽງຈັນໃໝ່ ເຊິ່ງການພົບປະຄັ້ງນີ້ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ຮັດແໜ້ນສາຍພົວພັນ ການຮ່ວມມື ລວມທັງຊອກຫາຊ່ອງທາງ ການຮ່ວມມືໃໝ່ໆ ໃນຕໍ່ໜ້າ ຢ່າງ​ມີ​ຜົນສຳ​ເລັດ.

ທ່ານ ນາງ ມາກິ ໂຄບາຢາຊິ ໂຄສົກກະຊວງການຕ່າງປະເທດ ​ໄດ້​ໃຫ້​ຮູ້ວ່າ: ຕົນເອງໄດ້ຕິດຕາມຄະນະຜູ້ແທນຍີ່ປຸ່ນ, ນໍາໂດຍ ທ່ານ ນາງ ຄາມິກາວະ ໂຢໂກະ (Ms. KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ຕຸລາ 2023 ແລະ ຖືໂອກາດສໍາຄັນພົບປະສື່ມວນຊົນລາວ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືອັນດີງາມ ຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງຍີ່ປຸ່ນ-ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ລວມທັງເປັນການສະເຫລີມສະ ຫລອງ ການພົວພັນ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແລະ ລັດຖະບານຍີ່ປຸ່ນ ກໍຢືນຢັນສະໜັບສະໜູນ ສປປ ລາວ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນປີ 2024 ພ້ອມຈະສືບຕໍ່ຊ່ວ່ຍເຫລືອ ສປປ ລາວ ໃນຫລາຍໂຄງການ ທັງໂຄງການທີ່ມີຢູ່ແລ້ວ ແລະ ໂຄງການໃໝ່ ໂດຍສະເພາະ ວຽກງານການປ່ຽນແປງ ດິນຟ້າອາກາດ, ການດຶງດູດການລົງທຶນເຂົ້າມາລາວ ແລະ ອື່ນໆ. ປັດຈຸ ບັນ, ມີຫລາຍກວ່າ 160 ບໍລິສັດຂອງຍີ່ປຸ່ນ ມາລົງທຶນໃນ ສປປ ລາວ ເຊິ່ງຈັດເປັນອັນດັບທີ 6 ຂອງການລົງທຶນຕ່າງປະເທດໃນ ສປປ ລາວ.

ຈາກອະດີດເຖິງປັດຈຸບັນ, ຍີ່ປຸ່ນ ຍັງເປັນປະເທດອັນດັບຕົ້ນໆ ທີ່ໃຫ້ການຊ່ວຍເຫລືອລ້າແກ່ ສປປ ລາວ ​ເປັນ​ຕົ້ນ ການພັດທະນາການສຶກສາ, ຂະແໜງກະສິກໍາ, ສາທາລະນະສຸກ, ເກັບກູ້ລະເບີດ, ສະໜອງອາສາສະໝັກ, ການພັດທະນາ ພື້ນຖານໂຄງລ່າງ ແລະ ອື່ນໆ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.