ເເຂວງລາວກາຍ ໄດ້ຕ້ອນຮັບນັກທ່ອງທ່ຽວ ໃນລະດັບສູງສະຖິຕິໃນ 9 ເດືອນ

16:42 | 11/10/2023

ຍສໝ - ໃນ 9 ເດືອນຕົ້ນປີ 2023, ຈຳນວນນັກທ່ອງທ່ຽວເຂົ້າມາ​ເເຂວງ ລາວ​ກາຍ (ຫວຽດນາມ) ບັນລຸ 6 ລ້ານກວ່າເທື່ອຄົນ, ເທົ່າກັບ 101% ຂອງແຜນການປີ ແລະ ເພີ່ມຂຶ້ນ 71% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2022. ນີ້ເເມ່ນຕົວເລກນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ອງ​ທ່ຽວ​ຢູ່​ທ້ອງ​ຖິ່ນ​ໄດ້​ຮັບການຢັ້ງຢືນ​ສູງ​ທີ່​ສຸດ​ທີ່​ເຄີຍ​ມີ​ມາ. ຍອດລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ປະມານ 18.563 ຕື້​ດົ່ງ, ​ເທົ່າ​ກັບ 90,6% ຂອງ​ແຜນການ​ປີ, ​ເພີ່ມ​ຂຶ້ນ 49,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022.

​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD ​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD
ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ

ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ເເຂວງ ລາວ​ກາຍ (ຫວຽດນາມ) ​ນັບ​ມື້​ນັບ​ເຕີບ​ໂຕ​ຢ່າງ​ແຮງ ​ແລະ ​ໄດ້​ຮັບ​ການ​ພັດທະນາ​ຍ້ອນ​ບັນດາ​ມາດ​ຕະການ​ຊຸກຍູ້​ຄວາມ​ຕ້ອງການ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ​ຂອງ​ແຂວງ, ສົມທົບ​ກັບ​ການຍົກສູງ​ຄຸນ​ນະພາ​ບການ​ບໍລິການພັກເຊົາ ແລະ ການ​ກິນ​ດື່ມ, ທ່ອງ​ທ່ຽວ...

ເເຂວງລາວກາຍ ໄດ້ຕ້ອນຮັບນັກທ່ອງທ່ຽວ ໃນລະດັບສູງສະຖິຕິໃນ 9 ເດືອນ
ນັກ​ທ່ອງ​ທ່ຽວ​ຂຶ້ນໄປ​​ຈອມພູ Fansipan, ເຊິ່ງ​ເອີ້ນ​ວ່າ "ຫຼັງຄາເຮືອນຂອງອິນ​ດູ​ຈີນ". ພາບ: ກວກເເຂງ/TTXVN

ຕາມ​ພະ​ແນກ​ທ່ອງ​ທ່ຽວ​ແຂວງ ລາວ​ກາຍ ແລ້ວ, ນັກ​ທ່ອງ​ທ່ຽວ​ໄປ​ທ່ອງ​ທ່ຽວ​ຢູ່​ທ້ອງ​ຖິ່ນ​ແມ່ນ​ສຸມ​ໃສ່​ບັນ​ດາ​ເຂດ​ສຳ​ຄັນ​ຄື: ຕາແສງ ຊາ​ປາ, ຕົວເມືອງ ລາວ​ກາຍ, ເມືອງ​ບັກ​ຮາ, ເມືອງ​ບ່າ​ວ​ອຽນ, ແລະ ເມືອງ​ບາ​ດຊາດ. ມີຫຼາຍຜະລິດຕະພັນທ່ອງທ່ຽວທີ່ເປັນສັນຍະລັກ ແລະ ສີສັນພິເສດໄດ້ຈັດຕັ້ງຢູ່ທ້ອງຖິ່ນຄື: ການແຂ່ງຂັນບານສົ່ງຍິງສາກົນ VTV Cup 2023; ງານ​ບຸນ​ວັດ​ບາວ​ຮ່າ ຢູ່​ເມືອງ​ບາວ​ອຽນ; ບຸນລະດູຮ້ອນ “ຊາປາ - ດິນແດນແຫ່ງຄວາມຮັກ”; ເມືອງ​ບາກ​ຮ່າ, ເມືອງ​ບາດ​ຊາດ; ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ “ຕະຫຼາດ​ແຫ່ງ​ຄວາມ​ຮັກ​ຊາ​ປາ”, “ຊາ​ປາ ຫັດຖະກຳ -​ ດອກ​ໄມ້”... ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ເເຂວງລາວ​ກາຍ ເປັນ​ຈຳນວນ​ຫຼວງ​ຫຼາຍ.

ພິ​ເສດ, ​ໃນ​ເດືອນ ກັນຍາ 2023, ​ແມ່ນວັນ​ພັກຍາວເນື່ອງໃນໂອກາດບຸນວັນຊາດ ​ແລະ ບັນດາ​ເຫດການ​ທີ່​ພົ້ນ​ເດັ່ນ, ​ເປັນ​ເອກະລັກ​ສະ​ເພາະ​ໃນ​ຂອບເຂດສັບປະດາ​ວັດທະນະທຳທ່ອງ​ທ່ຽວ​ສະ​ເຫຼີ​ມສະຫຼອງ 120 ປີ​ແຫ່ງ​ວັນ​ທ່ອງ​ທ່ຽວ​ຊາ​ປາ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າມາຍັງ​ແຂວງ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທົ່ວ​ແຂວງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 1,1 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 101,6% ​ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ. ລວມຍອດລາຍຮັບຈາກນັກທ່ອງທ່ຽວບັນລຸປະມານ 2.705 ຕື້ດົ່ງ, ເພີ່ມຂຶ້ນ 37,9% ເມື່ອທຽບໃສ່ເດືອນກ່ອນ.

ລາວກາຍສູ້ຊົນຮອດທ້າຍປີ 2023, ຍອດຈຳນວນນັກທ່ອງທ່ຽວຈະບັນລຸກວ່າ 7 ລ້ານຄົນ, ເພີ່ມຂຶ້ນ 50% ເມື່ອທຽບໃສ່ປີ 2022. ລາຍຮັບຈາກນັກທ່ອງທ່ຽວທັງໝົດປະມານ 22.000 ຕື້ດົ່ງ, ເພີ່ມຂຶ້ນ 34% ເມື່ອທຽບໃສ່ປີ 2022.

ດີງເລື້ອງ

ເຫດການ
302 Found

Found

The document has moved here.