ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023

13:48 | 11/10/2023

ຍສໝ - ແຂວງຄໍາມ່ວນ ເປັນແຂວງໜຶ່ງຂຶ້ນຊື່ເປັນທີ່ຮັບຮູ້ ແລະ ໂດ່ງດັງກ່ຽວກັບມໍລະດົກດ້ານວັດທະນະທໍາ ແລະ ປະຫວັດສາດ ຈົນກາຍເປັນແຫລ່ງທ່ອງທ່ຽວຍອດນິຍົມທ່ີຫລາຍຄົນຢາກໄປສໍາຜັດໂດຍສະເພາະພະທາດສີໂຄດ ຕະບອງສ້າງ ຂຶ້ນໃນສະໄໝອານາຈັກສີໂຄດຕະ ບອງ (ສະຕະວັດທີ 6-8)

ທ່າຝຣັ່ງ ວັງສີຄາມ ສະຖານທີ່ທ່ອງທ່ຽວ ຍອດນິຍົມຂອງ ແຂວງຄຳມ່ວນ ທ່າຝຣັ່ງ ວັງສີຄາມ ສະຖານທີ່ທ່ອງທ່ຽວ ຍອດນິຍົມຂອງ ແຂວງຄຳມ່ວນ
ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ). ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ).

ແຂວງຄໍາມ່ວນ ຕັ້ງຢູ່ທາງຕອນກາງຂອງປະເທດທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕ້ັງຢູ່ຫ່າງ ຈາກນະຄອນ ຫລວງວຽງຈັນພຽງແຕ່ 350 ກິໂລ ແມັດເທົ່ານັ້ນ. ແຂວງ ຄຳມ່ວນ ຍັງເປັນແຂວງທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນພູພຽງທອຸດົມສົມບູນ ແລະ ມີທ່າແຮງດ້ານການຜະລິດກະສິກໍາ, ອຸດສາຫະກຳອີກດ້ວຍ. ໃນໄລຍະ 2 ປີເຄິ່ງຜ່ານມານີ້ ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາແຂວງຄໍາມ່ວນທັງໝົດ 565.000 ກວ່າຄົນ ຍິງ 264.000 ກວ່າຄົນ. ໃນນັ້ນເປັນນັກທ່ອງທ່ຽວຕ່າງປະເທດ 138.000 ກວ່າຄົນ, ນັກທ່ອງທ່ຽວພາຍໃນ 427.000 ກວ່າຄົນ, ສາມາດສ້າງລາຍຮັບໄດ້ທັງໝົດ 320 ຕື້ກວ່າ ກີບ ແລະ ຄາດຄະເນ 3 ເດືອນທ້າຍປີນີ້ຈະມີນັກທ່ອງທ່ຽວເຂົ້າມາແຂວງ ຄຳມ່ວນທັງໝົດ 93.135 ຄົນ.

ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023

ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023

ໃນນີ້ມີນັກທ່ອງທ່ຽວພາຍໃນ 30.143 ຄົນ, ນັກທ່ອງທ່ຽວຕ່າງປະເທດ 62.990 ຄົນ ຈະສາມາດສ້າງລາຍຮັບໝູນວຽນໄດ້ 59 ຕື້ກວ່າກີບ ຊຶ່ງຕາມແຜນພັດທະນາ 5 ປີ ຂອງແຂວງ ແມ່ນໃຫ້ໄດ້ 2.500.000 ຄົນ ໂດຍສະເລ່ຍປີໜຶ່ງ 500.000 ຄົນ. ປັດຈຸ ບັນແຂວງຄຳມ່ວນມີແຫລ່ງທ່ອງທ່ຽວທັງໝົດ 200 ກວ່າແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວທາງທໍາມະຊາດ 145 ແຫ່ງ, ປະຫວັດສາດ 31 ແຫ່ງ ແລະ ວັດທະນະທຳ 33 ແຫ່ງ, ເປີດໃຊ້ບໍລິການແລ້ວ ຈຳນວນ 87 ແຫ່ງ ແລະ ມີເອກະຊົນສຳ ປະທານເພື່ອພັດ ທະນາແລ້ວ 8 ແຫ່ງ, ສະຖານທີ່ທ່ອງທ່ຽວໄດ້ຮັບການພັດທະນາແລ້ວ 23 ແຫ່ງ, ທົ່ວແຂວງມີໂຮງແຮມທັງໝົດ 26 ແຫ່ງ, ເຮືອນພັກ 93 ແຫ່ງ, ຣີສອດ 9 ແຫ່ງ, ຮ້ານອາຫານ 103 ແຫ່ງ, ຮ້ານກິນດື່ມ-ບັນເທີງ 63 ແຫ່ງ.ເພື່ອກະກຽມໃສ່ປີທ່ອງທ່ຽວ 2024 ແລະ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ ທາງພະແນກ ຖວທ ແຂວງໄດ້ມອບໃຫ້ຂະແໜງທ່ອງທ່ຽວ ລົງໄປປະເມີນບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວພາຍໃນແຂວງ ເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານບັນເທີງ ແລະ ສະຖານທີ່ທ່ອງທ່ຽວ ຕ່າງໆ ເພື່ອໃຫ້ໄດ້ມາດຕະຖານ ແລະ ມີຄວາມພ້ອມທຸກດ້ານໃນຂອດບໍລິການ.

ພິເສດໃນປີ 2024 ນີ້ ແຂວງຄຳມ່ວນ ຈະໄດ້ເປີດແຫລ່ງທ່ອງທ່ຽວທາງທຳມະຊາດເພີ່ມອີກ 2 ແຫ່ງຄື: ແຫລ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ຕາດຊຽງລື ເມືອງບົວລະພາ ຊຶ່ງຈະເປັນອີກໜຶ່ງທ່າແຮງທີ່ສຳຄັນ ໃນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງຄຳມ່ວນຫລາຍຂຶ້ນ. ພ້ອມນີ້ໃນອະນາຄົດຕໍ່ໜ້າໂຄງກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ຈາກນະຄອນຫລວງວຽງຈັນ ຜ່ານແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປາສັກຍິ່ງຈະເຮັດໃຫ້ພາກອຸດສາຫະກໍາທ່ອງທ່ຽວມີບັນຍາກາດ ຄຶກຄັກຫລາຍຂຶ້ນກວ່າເກົ່າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.