ປະທານປະເທດ ລາວ: ແຂວງຫລວງພະບາງຕ້ອງກ່່ານຊຸຸກຍູ້ພັດທະນາເສດຖະກິດຕາມທ່າແຮງ

15:56 | 11/10/2023

ຍສໝ - ວັນທີ 6 ຕຸລາ 2013 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ລົງຢ້ຽມຢາມ ແລະພົບ ປະໂອ້ລົມ ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພະບາງ.

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ
ປະທານປະເທດ ຫວໍວັນເຖືອງ ສິ້ນສຸດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ປະທານປະເທດ ຫວໍວັນເຖືອງ ສິ້ນສຸດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 6 ຕຸລາ 2013 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ລົງຢ້ຽມຢາມ ແລະພົບ ປະໂອ້ລົມ ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພະບາງ ໂດຍທ່ານເນັ້ນໃຫ້ປະຊາຊົນ ພ້ອມກັນເສີມຂະຫຍາຍຄວາມສາມັກຄີພາຍໃນບ້ານ, ພ້ອມກັນພັດທະ ນາເສດະກິດ ຕາມທ່າແຮງ ເປັນຕົ້ນ ການປູກຝັງ-ລ້ຽງສັດ ແລະ ຜະລິດຫັດຖະກຳ ໃຫ້ເປັນສິນຄ້ານັບມື້ຫລາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ-ຂອງແຂວງ ໃຫ້ມີຄວາມເຂັ້ມແຂງ.

ປະທານປະເທດ ລາວ: ແຂວງຫລວງພະບາງຕ້ອງກ່່ານຊຸຸກຍູ້ພັດທະນາເສດຖະກິດຕາມທ່າແຮງ

ໂອກາດນີ້, ທ່ານປະທານປະເທດ ພ້ອມຄະນະ ກໍໄດ້ຮັບຟັງການລາຍງານສະພາບຂອງບ້ານໂດຍຫຍໍ້ວ່າ: ບ້ານບວມອໍ້ ເປັນບ້ານຈັດສັນໃໝ່ ເນື່ອງຈາກບ້ານເກົ່າ ເປັນຈຸດທີ່ຖືກຜົນກະທົບຈາກການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ມີປະຊາຊົນທີ່ຖືກຜົນກະທົບ ຕ້ອງຍົກຍ້າຍອອກໄປຕັ້ງພູມລຳເນົາໃໝ່ຈຳນວນ 107 ຄອບຄົວ, ສຳລັບການແກ້ໄຂຜົນກະທົບດ້ານທີ່ພັກອາໄສ ໃຫ້ແກ່ປະຊາຊົນ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກ ສປ ຈີນ ໃນການກໍ່ສ້າງ. ຜ່ານການຄົ້ນຄວ້າ-ຄັດເລືອກ ໄດ້ນຳໃຊ້ເນື້ອທີ່ດິນຫລາຍກວ່າ 23 ເຮັກຕາ, ກໍ່ສ້າງເຮືອນ 3 ປະເພດຄື: ຂະໜາດໃຫຍ່ 13 ຫລັງ, ກາງ 68 ຫລັງ ແລະ ຂະໜາດນ້ອຍ 26 ຫລັງ. ນອກນີ້, ໄດ້ກໍ່ສ້າງໂຮງຮຽນປະຖົມ 1 ຫລັງ, ອະນຸບານ 1 ຫລັງ, ຫ້ອງການບ້ານ 1 ຫລັງ, ສຸກສາລາ 1 ຫລັງ ແລະ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ ເສັ້ນທາງ, ລະບົບໄຟຟ້າ ແລະ ນ້ຳລິນ ລວມມູນຄ່າການກໍ່ສ້າງທັງໝົດ 70 ລ້ານກວ່າຢວນ, ເລີ່ມລົງມືກໍ່ສ້າງແຕ່ວັນທີ 26 ກໍລະກົດ 2021, ມາຮອດປັດຈຸບັນ ການກໍ່ສ້າງໄດ້ສຳເລັດ ແລະ ໄດ້ຍົກຍ້າຍປະຊາຊົນເຂົ້າຢູ່ສຳເລັດ ໃນວັນທີ 14 ພຶດສະພາ 2022. ຈາກນັ້ນ, ໄດ້ມີພິທີມອບ-ຮັບຢ່າງເປັນທາງການໃນວັນທີ 29 ທັນວາ 2022 ເຊິ່ງຄະນະຮັບຜິດຊອບຂອງແຂວງ, ຂອງເມືອງ, ສົມທົບກັບອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນ ໄດ້ດຳເນີນການຈົກສະຫລາກ ແລະ ມອບໃຫ້ປະຊາຊົນ ຜູ້ເປັນເຈົ້າຂອງເຮືອນແຕ່ລະຫລັງ ປົກປັກຮັກສາ, ຄຸ້ມຄອງ-ນຳໃຊ້ດ້ວຍຄວາມເພີ່ງພໍໃຈ ແລະ ມີຄວາມສະຫງົບເປັນຢ່າງດີ.

ໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊຽງເງິນຄັ້ງນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມພື້ນຖານໂຄງລ່າງຂອງບ້ານບວມອໍ້ ແລະ ໂອ້ລົມພະນັກງານຫລັກແຫລ່ງຂອງເມືອງຊຽງເງິນ ຕື່ມອີກ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.