ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024

16:12 | 10/10/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ຕຸລາ 2023, ຄະນະ​ຊີ້​ນຳ​ກອງ​ບັນຊາ​ການ 515 ​ແຂວງ ແທງ​ຮ໋ວາ ​ໄດ້​ຈັດ​ຕັ້ງ​ພິທີອອກທັບ, ມອບໜ້າທີ່ໃຫ້ກອງທ້ອນໂຮມອັດຖິນັກຮົບທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ຂຶ້ນກັບກອງບັນຊາ​ການ​ທະຫານ​ແຂວງ ປະຕິບັດ​ໜ້າ​ທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ, ລະດູແລ້ງ 2023-2024.

ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026 ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026
HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024 HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024

ທີ່ພິທີ, ສະຫາຍ ພັນເອກ ຫງວຽນຊວນຕວານ - ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງ, ກໍາມະການຄະນະຊີ້ນໍາ 515 ຂອງແຂວງ ໄດ້ປະກາດມະຕິຕົກລົງສົ່ງກໍາລັງໄປປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ລາຍ​ງານ​ວຽກ​ງານ​ກະກຽມ​ປະຕິບັດ​ວຽກ​ງານ​​ຄົ້ນຫາ ​ແລະ ​ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ລະດູ​ແລ້ງ 2023-2024.

ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024
ບັນດາຜູ້ແທນເຂົ້າຮ່ວມພິທີດັ່ງກ່າວ

​ໂດຍ​ໄດ້​ກຳນົດ​ວ່າ ການ​ຄົ້ນ​ຫາ ​ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແມ່ນ​ເພື່ອ​ສະແດງຄວາມຮູ້ບຸນຄຸນຕໍ່​ບັນດາ​ວິລະ​ຊົນ ​ແລະ ນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ກອງທ້ອນໂຮມ​ອັດຖິນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ໄດ້ຕັດສິນໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສູ້ຊົນນຳອັດຖິທະຫານອາສາ​ສະໝັກທີ່ເສຍສະຫຼະຊີວິດໃນການເຮັດໜ້າທີ່ສາກົນອັນສູງສົ່ງ ຢູ່ດິນແດນ​ປະ​ເທດ​ລາວ 15 ອັດຖິກັບ​ຄືນ​ສູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ. ນອກຈາກນັ້ນ, ອີງຕາມຜົນການສຳຫຼວດ ແລະ ການຢັ້ງຢືນຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ພວກເຮົາພະຍາຍາມຄົ້ນຫາ ແລະ ທ້ອນໂຮມໄດ້ເເຕ່ 20% ຫາ 25% ຂອງອັດຖິທະຫານອາສາ​ສະໝັກທີ່ມີຂໍ້ມູນຢູ່ໃນສຳເນົາເອກະສານຂອງພື້ນທີ່, ສ້າງແຜນທີ່ເພື່ອຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່​ໃນບໍລິເວນແຂວງ.

ກ່າວ​ຄຳ​ເຫັນ​ທີ່​ການ​ມອບໜ້າທີ່, ສະຫາຍ​ ເດົ່າແທ່ງຕູ່ງ ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະ​ຊີ້​ນຳ​ 515 ​ເນັ້ນ​ໜັກ​ວ່າ: ວຽກ​ງານ​ຄົ້ນຫາ ​ແລະ ​​ທ້ອນໂຮມອັດຖິທະຫານອາສາ​ສະໝັກ ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ດິນແດນ​ລາວ ແມ່ນໜ້າທີ່ການເມືອງທີ່ສໍາຄັນ; ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ​ໄດ້​ສະ​ແດງ​ໃຫ້​ເຫັນຫຼັກສິນທຳ “​ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງ​​ຊາດ​ເຮົາ. ​ເພື່ອ​ປະຕິບັດ​ໜ້າທີ່ດັ່ງກ່າວ​ເປັນ​ຢ່າງ​ດີ, ສະຫາຍ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະ​ຊີ້​ນຳ​ 515 ​ສະເໜີພະນັກງານ, ລັດຖະກອນ​ຂອງກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຕ້ອງກຳນົດ​ນີ້​ແມ່ນ​ຄວາມ​ຮັບຜິດຊອບ ​ແລະ ພັນທະ​ອັນ​ສັກສິດ​ຂອງ​ບັນດາ​ສະຫາຍ, ເພື່ອນຮ່ວມກົມກອງ, ເຊິ່ງຄົນລຸ້ນ​ກ່ອນໄດ້​ພິລະອາດຫານສູ້ຮົບ, ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດໍາດ, ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ແລະ ເພື່ອໜ້າທີ່ສາກົນອັນສູງ​ສົ່ງ. ທັງ​ເປັນ​ການ​ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ຍາດຕິ​ພີ່ນ້ອງຄອບຄົວ​ບັນດາ​​ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ປະຊາຊົນໃນ​ແຂວງ. ນອກ​ນີ້, ພະນັກງານ, ລັດຖະກອນ​ຂອງກອງ​ເຕົ້າ​ໂຮມ ​ແລະ ຄົ້ນ​ຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ​ຕ້ອງ​ເປັນ​ເຈົ້າ​ການ​ບັນດາ​ລະບຽບ​ການ​ກ່ຽວ​ກັບ​ການ​ພົວພັນ​ສາກົນ; ລະບຽບກົດໝາຍຂອງລັດ ຫວຽດນາມ ແລະ ລາວ; ປະຕິບັດ​ລະບຽບ​ວິ​ໄນ​ກອງທັບ, ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ທະຫານ​ເຂດ 4 ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ເຂັ້ມ​ງວດ. ພ້ອມ​ກັນ​ນັ້ນ, ກໍ່ຈົ່ງ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃຫ້ເປັນຢ່າງ​ດີ, ທັງ​ຊ່ວຍ​ເຫຼືອ​ປະຊາຊົນ​ປະເທດເພື່ອນລາວ, ທັງ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ ​ແລະ ສູ້ຊົນເຮັດສຳເລັດໜ້າ​ທີ່ ​ແລະ ຄາດໝາຍ​ຄົ້ນ​ຫາ ​ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນ​ລະດູ​ແລ້ງ 2023-2024 ຢ່າງສຳເລັດຜົນ.

ສະຫາຍ ເດົ່າແທ່ງຕູ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳ 515ຂອງແຂວງ ຍັງໄດ້ຮຽກຮ້ອງມາຍັງບັນດາພະແນກ, ຄະນະ, ຂະແໜງການທີ່ເປັນສະມາຊິກຄະນະຊີ້ນຳ 515 ຂອງແຂວງ ສືບຕໍ່ປະຕິບັດໜ້າທີ່ວຽກງານໂຄສະນາ, ຂົນຂວາຍເພື່ອເກັບໂຮມຂໍ້ມູນ, ຮັບໃຊ້ໃຫ້ວຽກງານຄົ້ນຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ບັນລຸປະສິດທິຜົນສູງສຸດ. ມອບໃຫ້ກອງບັນຊາການທະຫານຊາຍແດນແຂວງ ແຈ້ງໃຫ້ປ້ອມທະຫານປ້ອງກັນຊາຍແດນສາກົນນາເເມວ ແລະ ດ່ານຊາຍແດນນໍ້າໂສຍ ກ່ຽວກັບເວລາທີ່ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຈະໄປເຮັດວຽກຢູ່ລາວ; ສ້າງ​ເງື່ອນ​ໄຂ​ໃຫ້​ກອງ​​ເຮັດລະບຽບການ​​ການ​ເຂົ້າ - ອອກ​ເມືອງເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ. ພ້ອມ​ກັນ​ນັ້ນ, ກອງ​ບັນຊາ​ການ​ທະຫານ​ແຂວງ ກໍ່​ໄດ້​ເພີ່ມ​ທະວີ​ການ​ສຶກສາ​ດ້ານ​ການ​ເມືອງ​ໃຫ້​ແກ່​ພະນັກງານ, ລັດຖະກອນ​ຂອງກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຍາມໃດກໍ່ຕ້ອງເສີມຂະຫຍາຍຄຸນນະທາດຂອງ “ ທະຫານຂອງລຸງໂຮ່”, ກຳນົດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍຢ່າງຈະແຈ້ງ, ​ສາມັກຄີເປັນເອກະພາບ ​ແລະ ຮັກສາ​ລະບຽບ​ວິ​ໄນ​ການ​ທະຫານ ​ແລະ ພົວ​ພັນ​ສາ​ກົນ​ຢ່າງ​ເຂັ້ມ​ງວດ. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ປັບປຸງ​​​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ສອງ​ແຂວງ​ແທງ​ຮ໋ວາ - ຫົວພັນ ​ເວົ້າ​ສະ​ເພາະ “ໃຫ້ຂຽວ​ສົດ​ງົດ​ງາມ, ໝັ້ນຄົງທະນົງແກ່ນ​ຕະຫຼອດ​ໄປ”.

ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024
ສະຫາຍ ເດົ່າແທ່ງຕູ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳ 515 ແຂວງ ແທງຮ໋ວາ ໄດ້ມອບຂອງຂວັນໃຫ້ພະນັກງານ, ລັດຖະກອນກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍ ພັນ​ເອກ ​ເຈີ່ນ​ກວາງ​ເເທ່ງ​ - ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ, ກົມໃຫຍ່​ການ​ເມືອງ​ກອງທັບປະຊາຊົນຫວຽດນາມ, ຮອງ​ຫົວໜ້າຫ້ອງວ່າການ​ຄະນະ​ຊີ້​ນຳ​ແຫ່ງຊາດ 515; ສະຫາຍ ພັນເອກ ຟ້າມວັນດົງ - ຮອງຫົວໜ້າການເມືອງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນໍາ 515 ທະຫານເຂດ 4; ສະຫາຍ ເດົ່າແທ່ງຕູ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳ 515 ແຂວງ ພ້ອມກັບການນຳບັນດາກົມ, ຂະແໜງການ, ກອງບັນຊາການທະຫານແຂວງ ໄດ້ມອບຂອງຂວັນໃຫ້ກຳລັງໃຈພະນັກງານ - ລັດຖະການກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ​ແລະ ກອງບັນຊາການ​ທະຫານ​ແຂວງ ກໍ່ໄດ້ອອກເດີນທາງ​​ປະຕິບັດ​ໜ້າ​ທີ່./.

ດີງເລື້ອງ

ເຫດການ
302 Found

Found

The document has moved here.