ຍສໝ - ຕອນບ່າຍວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ເຈົ້າຄອງນະຄອນຫລວງ ວຽງຈັນ ອາດສະພັງທອງ ສີພັນດອນ (ລາວ) ພ້ອມດ້ວຍຄະນະຜູ້ແທນນະຄອນຫລວງວຽງຈັນ ທີ່ມາຢ້ຽມຢາມ ຫວຽດນາມ.
ຍສໝ - ວັນທີ 29 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ “ລາຍການ Homestay” ສົກຮຽນ 2022-2023 ໂດຍການເຂົ້າຮ່ວມຂອງຜູ້ຕາງຫນ້າຂອງມະຫາວິທະຍາໄລ, ວິທະຍາໄລທີ່ມີນັກສຶກສາລາວຮ່ຳຮຽນ ແລະ ອົງການ, ຫົວໜ່ວຍກ່ຽວຂ້ອງຈໍານວນໜຶ່ງໃນບໍລິເວນ.
ຍສໝ - ຄະນະສະເພາະກິດແຂວງກອນຕູມ ແລະ ຄະນະປະຕິບັດງານພິເສດແຂວງ ອັດຕະປື ໄດ້ລົງນາມໃນບົດບັນທຶກຊ່ວຍຈຳສົມທົບກັນປະຕິບັດໜ້າທີ່ລະດູແລ້ງ 2023 – 2024.
ຍສໝ - ພາຍຫຼັງໜຶ່ງເດືອນ, ຊຸດຝຶກອົບຮົມ ໄດ້ປະຕິບັດສໍາເລັດຫຼັກສູດຕາມແຜນການທີ່ວາງອອກ.
ທ່ານນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ: ກາວບັ່ງ ມີທີ່ຕັ້ງພູມສາດຄ້າຍຄືກັນກັບບັນດາແຂວງພາກເໜືອຂອງລາວ. ສະນັ້ນ, ກາວບັ່ງສາມາດພິຈາລະນາການຮ່ວມມືກັບ 3 ແຂວງພາກເໜືອຂອງລາວ, ແນະນຳບັນດານັກລົງທຶນຈາກແຂວງ ກາວບັ່ງ ມາລົງທຶນ, ປະກອບສ່ວນເພີ່ມທະວີການເຕີບໂຕເສດຖະກິດຂອງສອງປະເທດ.
ໃນຕອນບ່າຍ ວັນທີ 3 ຕຸລາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ, ທີ່ ໂຮງແຮມເມືອງແທັງ, ນະຄອນຫລວງວຽງຈັນ, ໃນໂອກາດທີ່ເດີນທາງ ມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນວັນທີ 2-4 ຕຸລາ 2023.
ໃນໂອກາດເດີນທາງ ມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 2-4 ຕຸລາ 2023 ນີ້, ໃນຕອນເຊົ້າຂອງວັນທີ 3 ຕຸລາ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າວາງ ພວງມາລາ ຢູ່ຕໍ່ໜ້າອະນຸສາວະ ລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ.
ດ້ວຍຫົວຂໍ້ “3 ພ້ອມ - ກິນພ້ອມກັນ, ຢູ່ພ້ອມກັນ ແລະ ຮຽນພ້ອມກັນ”, ປີນີ້ ພວກນ້ອງນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນມິດຕະພາບ T78 ຈະມີໂອກາດໄດ້ຮ່ຳຮຽນ ແລະ ຮ່ວມດຳລົງຊີວິດໃນບບັນດາສະມາຊິກໃນ ຄອບຄົວຊາວຫວຽດນາມ ຢູ່ຕາແສງ ເທາະລົກ, ເມືອງຝຸກເທາະ, ນະຄອນຮ່າໂນ້ຍ ເປັນເວລາ 2 ອາທິດ.
ຍສໝ - ຫວຽດນາມ ແລະ ລາວ ມີເສັ້ນຊາຍແດນທາງບົກຍາວກວ່າ 2.300 ກິໂລແມັດ, ຜ່ານເສັ້ນຊາຍແດນບໍລິຫານຂອງ 10 ແຂວງ, ນະຄອນຂອງແຕ່ລະຝ່າຍ. ນີ້ແມ່ນທ່າໄດ້ປຽບ ແລະ ກຳລັງໜູນໃຫຍ່ເພື່ອໃຫ້ສອງປະເທດມານະພະຍາຍາມຊຸກຍູ້ຜ່ານຜ່າຄວາມຫຍຸ້ງຍາກກັບພູປະເທດທຸລະກັນດານ, ພ້ອມກັນຮ່ວມມື ແລະ ສຳພັນພັດທະນາການທ່ອງທ່ຽວຊາຍແດນ, ເພີ່ມທະວີການແລກປ່ຽນນັກທ່ອງທ່ຽວ, ພ້ອມກັນນັ້ນກໍ່ດຶງດູດນັກທ່ອງທ່ຽວຈາກປະເທດທີ 3.
ໃນໄລຍະ 1 ເດືອນ, ນັກສຳມະນາກອນລາວຈະໄດ້ຮັບການຝຶກອົບຮົມກ່ຽວກັບເນື້ອໃນຄື: ປະຫວັດສາດການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ; ຄວາມຮັບຮູ້ລວມກ່ຽວກັບ ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດຈຳນວນໜຶ່ງ…
ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນ ກອນຕູມ, ຄະນະຜູ້ແທນກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໂດຍສະຫາຍພັນເອກ ເລກວກຫວຽດ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເປັນຫົວໜ້າຄະນະພົບປະເຈລະຈາກັບຄະນະຜູ້ແທນກອງບັນຊາການທະຫານແຂວງ ອັດຕະປື (ສປປ ລາວ) ໂດຍສະຫາຍ ພັນເອກ ບຸນຈັນ ສີຫາວົງ, ຫົວໜ້າກອງບັນຊາການກອງບັນຊາການທະຫານແຂວງ ແລະ ຄະນະຜູ້ແທນເຂດການທະຫານແຂວງ Rattanakiri (ລາຊະອານາຈັກກໍາປູເຈຍ) ໂດຍສະຫາຍ ພັນໂທ ອຸກ ໂສດທິ - ຮອງຜູ້ບັນຊາການ ເປັນຫົວໜ້າຄະນະ.
ຍສໝ - ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ ຕີລາຄາສູງຕໍ່ການປະກອບສ່ວນທີ່ສຳຄັນ, ມີປະສິດທິຜົນຂອງສະຫາຍເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ຍສໝ - ເມືອງວັງວຽງ ແມ່ນຈຸດໝາຍປາຍທາງໜຶ່ງສໍາຄັນທີ່ສຸດສໍາລັບ ນັກທ່ອງທ່ຽວສ່ວນໃຫຍ່ມາຢ້ຽມ ຢາມ ສປປ ລາວ ບໍ່ສາມາດ ປັດຕິເສດໄດ້ ແລະ ຕ້ອງໄດ້ມາແວ່ສໍາ ຜັດ, ໂດຍທຸກໆປີສະເລ່ຍມີນັກທ່ອງ ທ່ຽວເຂົ້າມາເມືອງວັງວຽງບໍ່ຕໍ່າ ກວ່າ 3 ແສນຄົນ ເຊິ່ງບໍ່ພຽງໄດ້ປະ ກອບສ່ວນພັດທະນາເສດຖະກິດ- ສັງຄົມ ເທົ່ານັ້ນຫາກຍັງສ້າງວຽກ ເຮັດງານທໍາໃຫ້ຄົນພາຍໃນທ້ອງ ຖິ່ນຢ່າງຫລວງຫລາຍ.
ຍສໝ - ເງະອານ ແມ່ນແຂວງທໍາອິດທີ່ຮັບບໍາລຸງສ້າງໃນຫຼັກສູດການສຶກສາຊັ້ນມັດທະຍົມຕອນປາຍໃຫ້ແກ່ນັກຮຽນບັນດາແຂວງຂອງ ສປປ ລາວ, ເລີ່ມແຕ່ສົກຮຽນ 2023-2024.
ຍສໝ - ວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ພະແນກສຶກສາທິການ ແລະ ກີລາຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ລາວ) ໄປຢ້ຽມຢາມ ແລະ ເຮັດວຽກໃນຫຼາຍບັນຫາ, ເປັນຕົ້ນແມ່ນສືບຕໍ່ຊຸກຍູ້, ເພີ່ມທະວີ, ສົມທົບກັນໃນວຽກງານສຶກສາ.
ໂດຍປະຕິບັດການຮ່ວມມື, ການພົວພັນຕ່າງປະເທດເຂດຊາຍແດນ, ຫຼາຍປີຜ່ານມາ, ກອງບັນຊາການ ແລະບັນດາກົມກອງທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຮັກສາສາຍສຳພັນ, ການພົວພັນທີ່ສະໜິດສະໜົມກັບບັນດາກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ, ໂດຍສະເພາະແມ່ນ 2 ແຂວງທີ່ມີຊາຍແດນຕິດຈອດກັນ ນັ້ນແມ່ນບໍລິຄໍາໄຊ ແລະຄໍາມ່ວນ.
ຍສໝ - ນາຍົກລັດຖະມົນຕີລາວ ຢືນຢັນວ່າ ໃນສະພາບການທີ່ຄວາມຕ້ອງການດິນທີ່ຫາຍາກໃນຕະຫຼາດໂລກເພີ່ມຂຶ້ນ, ລັດຖະບານຕ້ອງຮັບປະກັນໃຫ້ລາວໄດ້ຮັບຜົນປະໂຫຍດຢ່າງເຕັມທີ່ຈາກການຂຸດຄົ້ນບໍ່ແຮ່ດິນທີ່ຫາຍາກ.
ຍສໝ - ໂຄງການລະບົບສາຍ 500kV ມອນຊອນ - ເເທກໝິ່ ທີ່ໄດ້ນາຍົກລັດຖະມົນຕີລັດຖະບານຕົກລົງຮັບຮອງດ້ວຍນະໂຍບາຍນໍາເຂົ້າໄຟຟ້າ ແລະ ແຜນງານເຊື່ອມຕໍ່ເຂົ້າໂຮງງານໄຟຟ້າພະລັງງານລົມມໍລະສຸມ (ລາວ). ເມື່ອສ້າງສຳເລັດ ແລະ ໃຫ້ເຂົ້າເຄື່ອງຈັກແລ້ວຈະສາມາດສົ່ງໄຟຟ້າໄດ້ສູງສຸດປະມານ 2,500 MW.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX (ປີ2011), ພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ຕາມທິດສັງຄົມນິຍົມນັບມື້ສົມບູນແບບຂຶ້ນກວ່າເກົ່າ. ຮອດກອງປະຊຸມໃຫຍ່ຄັ້ງທີ XI, ພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດ 6 ເປົ້າໝາຍໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025. ຈາກນັ້ນ ໃນສະພາບຂອງເສດຖະກິດໂລກ ແລະ ພາຍໃນປະເທດໄດ້ມີການຜັນແປ, ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກ້ວາງ, ລັດຖະບານລາວໄດ້ສ້າງ ແລະ ປະຕິບັດຫຼາຍນະໂຍບາຍເພື່ອພັດທະນາປະເທດຊາດ, ພິເສດແມ່ນແຜນການພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2021-2025. ບັນດາແຜນນະໂຍບາຍ ແລະ ນະໂຍບາຍດັ່ງກ່າວ, ເມື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ກໍ່ສາມາດບັນລຸໄດ້ຜົນສຳເລັດຢ່າງສະຫງ່າງາມ.
ຍສໝ - ປະຕິບັດແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດລາວ, ແຕ່ວັນທີ 29 – 30 ກັນຍາ, ຄະນະຜູ້ແທນນາຍພົນໜັງສືພິມກອງທັບປະຊາຊົນລາວ ພວມຝຶກອົບຮົມທັກສະການຂ່າວຢູ່ຫວຽດນາມ ນຳໂດຍທ່ານພົນໂທ ຄອນສະຫວັນ ໄຊຍະລາດ (ຂອນ. - ສະຫວັນ ໄຊຍະລາດ, ຮອງບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນລາວ, ທັງເປັນຫົວໜ້າຄະນະ, ໄດ້ລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານວິຊາສະເພາະກັບພະນັກງານ-ນັກຮົບ, ນັກຂ່າວໜັງສືພິມທະຫານເຂດ 1.