ຍສໝ - ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ກຳປູເຈຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະໂອ້ລົມສົນ ທະນາກັບພະນັກງານສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ແລະ ພົບປະກັບຜູ້ຕາງໜ້າວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ກຳປູເຈຍ.
ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດຈັດກອງປະຊຸມ “ຜັນຂະຫຍາຍຍຸດທະສາດການທູດວັດທະນະທຳຮອດປີ 2030: ເປັນເຈົ້າການຮັບມື, ປະກອບສ່ວນແຜ່ຂະຫຍາຍຄຸນຄ່າ ແລະ ໂຄສະນາຜະລິດຕະພັນ ຫວຽດນາມ” ຕາມຮູບແບບໂດຍກົງສົມທົບທາງໄກ.
ຍສໝ - ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນຮ່າໂນ້ຍ ເນັ້ນໜັກວ່າ: ຮ່າໂນ້ຍມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບລັດເຊຍ ເວົ້າລວມ ແລະ ນະຄອນ ມົດສະກູ ເວົ້າສະເພາະ ໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ.
ຍສໝ - ວັນແຫ່ງເຝີຫວຽດນາມ, ເພື່ອເປັນເຊີດຊູສົມບັດການປຸງແຕ່ງອາຫານທີ່ໄດ້ຮັບການນິຍົມຊົມຊອບ ແລະ ເປັນຕົວແທນຄວາມປະສົມປະສານກົມກຽວກັບວັດທະນະທຳ
ຍສໝ - ຫວຽດນາມ ຍາມໃດກໍ່ຖືບົດບາດຂອງ ວັດທະນະທຳເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງວັດທະນະທຳໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ແລະ ສ້າງສາປະເທດຊາດ.
ຍສໝ - ສີສັນວັດທະນະທຳແມ່ນປັດໄຈຫຼັກແຫຼ່ງສ້າງເປັນວັດທະນະທຳຊາດ, ມັນປຽບເໝືອນ ຊຸດແຢນ ດ້ວຍບັນດາຄຸນຄ່ານາມມະທຳທີ່ເປັນເອກະລັກສະເພາະ ແລະ ມີລັກສະນະແບບຍືນຍົງທີ່ສຸດ ເພື່ອກຳນົດ ຫຼື ຈຳແນກປະເທດ ແລະ ຊົນຊາດ.
ຍສໝ - ໂດຍແມ່ນໜຶ່ງໃນ 2 ສະຖານທີ່ເຊິ່ງແຂວງກ໋ວາງນາມ ໄດ້ເລືອກເອົາເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວສາກົນ, ພາຍຫຼັງຢຸດການເຄື່ອນໄຫວມາເປັນ 2 ປີຍ້ອນໂລກລະບາດໂຄວິດ - 19, ປັດຈຸບັນເມືອງເກົ່າໂຮ້ຍອານ ພວມເຕັມໄປດ້ວຍກຳລັງຊີວິດ, ກັບມາຟົດຟື້ນຄືນໃໝ່ ເພື່ອຕ້ອນຮັບແຂກທ່ອງທ່ຽວສາກົນ…
ໃນຊຸມປີຜ່ານມາ, ເລື່ອງສ້າງພື້ນຖານວັດທະນະທຳກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາແບບຍືນຍົງຂອງປະເທດຊາດ ຍາມໃດກໍ່ແມ່ນທັດສະນະສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ຫວຽດນາມ. ປີ 2021 ໄດ້ສ້າງຂີດໝາຍສຳຄັນໃນການພັດທະນາຂອງປະເທດຊາດ ເມື່ອກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດບັນດາການກຳນົດທິດໃຫຍ່ໃຫ້ແກ່ຊຸມປີຈະມາເຖິງ, ໃນນັ້ນ ບົດບາດຂອງວັດທະນະທຳໄດ້ເນັ້ນຫນັກເປັນພິເສດ. ໃນວິວັດການນັ້ນ, ກອງປະຊຸມວັດທະນະທຳທົ່ວປະເທດທີ່ໄຂຂຶ້ນໃນວັນທີ 24 ພະຈິກ ປີ 2021 ແມ່ນບາດກ້າວຜັນຂະຫຍາຍທິດທາງ, ຫນ້າທີ່ຈຸດສຸມຂອງວຽກງານວັດທະນະທຳໃນໄລຍະ 2021-2025 ໃຫ້ເປັນລະອຽດ.
ວັນທີ 5 ທັນວາ ຈະມາເຖິງ, ຢູ່ຮ່າໂນ້ຍ ຈະດຳເນີນເວທີປາໄສລະດັບຊາດປະຈຳປີ “ວັດທະນະທຳ ກັບ ວິສາຫະກິດ”. ເວທີປາໄສປີນີ້ ມີຫົວຂໍ້ວ່າ “ການປະສົມປະສານ ວັດທະນະທຳ - ພື້ນຖານຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ”.
ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫາກໍ່ປະກາດໃຊ້ມະຕິເລກທີ 2785 ກ່ຽວກັບການຮັບຮອງເອົາແຜນຮ່າງຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ຫວຽດນາມ - ສະຫະພັນລັດເຊຍ
ຍສໝ - ມູນເຊື້ອງານວາງສະແດງມໍລະດົກວັດທະນະທຳ, ທັດສະນີຍະພາບ ຫວຽດນາມ ແລະ ຜະລິດຕະພັນຫັດຖະກຳມູນເຊື້ອ” ຈະດຳເນີນຢູ່ນິງບິ່ງ ໃນລະຫວ່າງວັນທີ 17 – 24 ທັນວາ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2021 - ຮວາລື, ນິງບິງ ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວສົມທົບຄະນະກຳມະການປະຊາຊົນ ນິງບິ່ງ ຈັດຕັ້ງ.
ຍສໝ - ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮ່ວາງດ້າວເກືອງ ໄດ້ຕີລາຄາສູງ ການໜູນຊ່ວຍຂອງສະພາອັງກິດໃນການສົມທົບ ແລະ ໜູນຊ່ວຍ ຫວຽດນາມ ປະຕິບັດຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳ ວັດທະນະທຳ.
ຍສໝ - ວັນທີ 28 ກັນຍາ, ສະຖານທູດຫວຽດນາມປະຈຳລາຊະອານາຈັກອັງກິດໄດ້ສົມທົບກັບອຳນາດການປົກຄອງເທດສະບານ Newhaven (ເມືອງ Lewes, ເຂດ Sussex, ທາງພາກໃຕ້ ປະເທດອັງກິດ ) ໄດ້ຈັດຕັ້ງເຫດການ “ພົບປະກັບຫວຽດນາມຢູ່ Newhaven”
ຍສໝ - ທ່ານນາຍົກລັດຖະມົນຕີ ຫາກໍ່ຕົກລົງສ້າງສະພາລະດັບຊາດພິຈາລະນາການມອບນາມມະຍົດນັກສິລະປິນປະຊາຊົນ, ນັກສິລະປະດີເດັ່ນ ໃນຂົງເຂດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ຄັ້ງທີ 3.
ເດືອນສິງຫາ ປີ 2020, ນະຄອນ ເຊີນລາ, ຂຶ້ນກັບແຂວງ ເຊີນລາ ໄດ້ສ້າງແຜນຮ່າງກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ນະຄອນ ເຊີນລາ ເຊິ່ງເຕັມໄປດ້ວຍສີສັນວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ໄລຍະ 2020 – 2025. ການຜັນຂະຫຍາຍການປະຕິບັດແຜນຮ່າງດັ່ງກ່າວ ໄດ້ຮັບຄວາມເຫັນດີເຫັນຈາກຂອງອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນ ເຊິ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອນຳມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XIX ເຂົ້າໃນຊີວິດ, ປະກອບສ່ວນຮັກສາ, ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ ທີ່ພວມມີຄວາມສ່ຽງຖືກສູນຫາຍໄປ.
ໜ້າທີ່ຕົ້ນຕໍຂອງໂຄງການ ແມ່ນສ້າງການວາງແຜນຜັງການອະນຸລັກຮັກສາ, ບູລະນະປະຕິສັງຂອນ, ຟື້ນຟູບັນດາມໍລະກົດສຳເລັດ ຊື່ງໄດ້ຮັບການຮັບຮູ້ຈາກອົງການ UNESCO.
ຍສໝ - ຄາດວ່າວັນບຸນວັດທະນະທຳຊົນເຜົ່າມົ້ງຄັ້ງທີ III ຈະດຳເນີນໃນເດືອນກັນຍາ 2021 ຢູ່ນະຄອນລາຍເຈົາ, ແຂວງລາຍເຈົາ ໂດຍມີການເຂົ້າຮ່ວມຂອງ 14 ແຂວງຄື: ລາຍເຈົາ, ທາຍງວຽນ, ລາງເຊີນ, ກາວບັງ, ບັກການ, ເຊີນລາ, ດຽນບຽນ, ເງະອານ, ແທັງຮວາ, ຮວາບິງ, ຕວຽນກວາງ, ຮາຢາງ, ອຽນບາຍ ແລະ ດັກລັກ.
ຍສໝ - ດ້ວຍຫົວຂໍ້ “ງານຕະຫຼາດນັດ ອາຫານການກິນ - ທິວທັດຍຸກສະໄໝ”, ງານຕະຫຼາດນັດອາຫານການຝລັ່ງກິນດຶງດູດໄດ້ການເຂົ້າຮ່ວມຂອງສະມາຄົມ, ຄະນະ ແລະ ວິສາຫະກິດ 25 ແຫ່ງຂອງຊາວຫວຽດນາມ ອາໄສຢູ່ ຝລັ່ງ.
ຍສໝ - ນອກຈາກການຟື້ນຟູບົດຟ້ອນທີ່ເກົ່າແກ່ຂອງພໍ່ແມ່ປະຊາຊົນເຜົ່າຜູ້ໄທຢູ່ເຊີນລາ7 ບົດແລ້ວ, ສະໂມສອນກໍ່ສະຫງວນເວລາເພື່ອຝຶກແອບບັນດາບົດຟ້ອນພື້ນເມືອງຜູ້ໄທ, ເຊີນຄູສອນມາສອນໜັງສືຊົນເຜົ່າຜູ້ໄທ ໃຫ້ແກ່ສະມາຊິກ ແລະ ພໍ່ແມ່ປະຊາຊົນໃນບ້ານ.
ຍສໝ - ໃນຈຳນວນບັນດາມາດຖານເມື່ອກໍ່ສ້າງຊົນນະບົດໃໝ່, ເມືອງງີຊວັນ, ແຊວງຮ່າຕິງ ໄດ້ເພີ່ມເຕີມມາດຖານເຂດຊຸມຊົນທີ່ຈະບັນລຸມາດຖານໄດ້ນັ້ນແມ່ນຕ້ອງມີສະໂມສອນສິລະປະພື້ນເມືອງທີ່ເຄື່ອນໄຫວຢ່າງມີປະສິດທິຜົນ. ຕົວຢ່າງຄື: ສະໂມສອນຂັບຮ້ອງເລື່ອງກຽວ, ຂັບກາຈູ່, ຂັບເພງພື້ນເມືອງວີຢ້ຳ ເງະຕີ້ງ…