ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ສ້າງ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ

16:30 | 27/11/2021

ຍ​ສ​ໝ - ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ບົດ​ບາດ​ຂອງ ວັດ​ທະ​ນະ​ທຳເປັນ​ສຳ​ຄັນ ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ກາ​ນ​ສ້າງວັດ​ທະ​ນະ​ທຳ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ ແລະ ສ້າງ​ສາປະ​ເທດ​ຊາດ.

ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ
​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ
ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ສ້າງ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ
ທ່ານເລຂາທິການໃຫຍ່ ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນຝຸຈ້ອງ (ພາບ: VGP)

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທີ່ກອງປະຊຸມວັດທະນະທຳທົ່ວປະເທດ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເປັນປະທານ ແລະ ມີບົດກ່າວປາໄສຊີ້ນຳທີ່ສຳຄັນຢູ່ກອງປະຊຸມ.

ບົດລາຍງານທີ່ກອງປະຊຸມຊີ້ແຈ້ງວ່າ ວັດທະນະທຳຫວຽດນາມແມ່ນໝາກຜົນນັບພັນປີແຫ່ງການອອກແຮງງານ, ປະດິດຄິດສ້າງ, ຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ. ວັດທະນະທຳຫວຽດນາມ ໄດ້ຫຼໍ່ຫຼອມຈິດວິນຍານ, ຄຸນນະທາດ ຫວຽດນາມ, ເຮັດໃຫ້ປະຫວັດສາດຂອງຊາດສະຫງ່າລາສີ, ສ້າງເປັນບັນດາຄຸນຄ່າທາງດ້ານວັດທະນະທຳ ຫວຽດນາມ ທີ່ສູງສົ່ງ ຍືນຍົງ. ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ປະ​ເທດ​ຊາດ, ທຸກ​ຊັ້ນ​ຄົນ​ໃນ​ສັງ​ຄົມ ໄດ້ເອົາ​ໃຈ​ໃສ່​ເຖິງ​ການ​ສຶກ​ສາ​ມະ​ນຸດ​ຢ່າງ​ຮອບ​ດ້ານ. ບັນ​ດາ​ຄຸນ​ຄ່າ​ຄຸນ​ສົມ​ບັດ​ທີ່​ເປັນ​ມູນ​ເຊື້ອ​ໄດ້ຮັບການ​ຮັກ​ສາ, ເສີມ​ຂະ​ຫຍາຍ, ປ່ຽນ​ແປງ​ໃໝ່​ຕາມ​ທິດ​ທີ່ເໝາະ​ສົມ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ບົດ​ບາດ​ຂອງວັດ​ທະ​ນະ​ທຳເປັນ​ສຳ​ຄັນ ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ກາ​ນ​ສ້າງວັດ​ທະ​ນະ​ທຳ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ ແລະ ສ້າງ​ສາປະ​ເທດ​ຊາດ:

“ວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງເປັນເປົ້າໝາຍ, ທັງເປັນກຳລັງແຮງພາຍໃນ, ກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດ, ກຳນົດການພັດທະນາວັດທະນະທຳຢ່າງຄົບຊຸດ, ກົມກຽວກັບການເຕີບໂຕເສດຖະກິດ ແລະ ຄວາມກ້າວໜ້າສັງຄົມ ແມ່ນການກຳນົດທິດພື້ນຖານຂອງຂະບວນວິວັດແຫ່ງການສ້າງສັງຄົມນິຍົມຢູ່ຫວຽດນາມ, ສະແດງໃຫ້ເຫັນລັກສະນະດີເລີດຂອງລະບອບເຮົາ.

ເວົ້າ​ຢ່າງ​ເລິກ​ເຊິ່ງ ແລະ ກະ​ທັດຮັດຄື ​ປະ​ທານ​ໂຮ່​ຈີ​ມິນ​ແມ່ນ “ວັດ​ທະ​ນະ​ທຳ​ເຍືອງ​ທາງ​ໃຫ້​ແກ່​ປະ​ຊາ​ຊົນກ້າວ​ເດີນ​” ພື້ນ​ຖານ​ວັດ​ທະ​ນະ​ທຳ​ເຊິ່ງ​ພວກ​ເຮົາ​ສ້າງ​ຕັ້ງ​ຂຶ້ນ​ແມ່ນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ກ້າວ​ໜ້າ, ເຂັ້ມ​ຂຸ້ມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ ດ້ວຍ​ເນື້ອ​ໃນ​ຫຼັກ​ແຫຼ່ງ​ແມ່ນ​ເອ​ກະ​ລາດ​ຊົນ​ຊາດ ແລະ ລັດ​ທິ​ສັງ​ຄົມ, ລັດ​ທິ​ມາກ - ​ເລ​ນິນ ແລະ ແນວ​ຄິດ​ໂຮ່​ຈີ​ມິນ ​ຮັກ​ສາ​ບົດ​ບາດ​ຫຼັກ​ແຫຼ່ງ​ໃນ​ການ​ດຳ​ລົງ​ຊີ​ວິດດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ, ສືບ​ທອດ​ບັນ​ດາ​ມູນ​ເຊື້ອ​ດ້ານ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊາດ ​ພ້ອມ​ທັງຮັບເອົາຢ່າງ​ມີ​ການ​ຄັດ​ເລືອກ​ບັນ​ດາ​ຜົນ​ງານ, ສິ່ງຍອດ​ຍິ່ງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ໂລກ, ສູ້​ຊົນ​ສ້າງ​ສັງ​ຄົມ​ສີ​ວິ​ໄລ, ປອດ​ໄສ ເພື່ອ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ ແລະ ກຽດ​ສັກ​ສີ​ຂອງ​ມະ​ນຸດ, ດ້ວຍ​ລະ​ດັບ​ຄວາມ​ຮູ້, ຄຸນ​ສົມ​ບັດ, ກຳ​ລັງ​ແຮງ, ການ​ດຳ​ລົງ​ຊີ​ວິດ ແລະ ຄວາມສວຍ​ງາມ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການທ້ອງຖິ່ນ, ຂະແໜງວັດທະນະທຳສືບຕໍ່ປຸກລຸກຈິດໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈິດໃຈສາມັກຄີ, ຄວາມຄາດຫວັງຢາກພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ມີຄວາມຜາສຸກຂອງທົ່ວທັງຊາດຢ່າງແຮງກ່ວາອີກ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ກຳລັງແຮງ ແລະ ຈິດໃຈອຸທິດສ່ວນຂອງທົ່ວປວງຊົນທັງຊາດ ຫວຽດນາມ, ສ້າງແຫຼ່ງກຳລັງພາຍໃນ ແລະ ກຳລັງໜູນບຸກທະລຸ ເພື່ອປະຕິບັດເປົ້າໝາຍພັດທະນາປະເທດຊາດ ຮອດປີ 2025, 2030, ວິໄສທັດເຖິງປີ 2045 ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຢ່າງສຳເລັດຜົນ.

ສ້າງ​ຊາວ​ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ໃໝ່, ພັດ​ທະ​ນາ, ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ດາ​ຄຸນ​ຄ່າ​ມາດ​ຖານ​ທີ່​ເໝາະ​ສົມ, ຕິດ​ພັນ​ກັບ​ການ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຄອບ​ຄົວ​ຫວຽດ, ລະບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ຄຸນ​ຄ່າ​ຂອງ​ປະ​ເທດ​ຊາດ, ສົມ​ທົບ​ກັບ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ​ກັບ​ຄຸນ​ຄ່າ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ຄ່ອງ​ແຄ້ວ: ຮັກ​ຊາດ, ສາ​ມັກ​ຄ​ີ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ມີ​ຄວາມ​ຮັກ​ແພງ, ຊື່ສັດບໍລິສຸດ, ມີ​ລະ​ບຽບ​ວິ​ໄນ, ປະ​ດິດ​ຄິດ​ສ້າງ. ບັນ​ດາ​ຄຸນ​ຄ່າ​ນັ້ນ ໄດ້​ຫຼໍ່​ລ້ຽງ​ດ້ວຍ​ວັດ​ທະ​ນະ​ທຳ​ຄອບ​ຄົວ ຫວຽດ ດ້ວຍ​ບັນ​ດາ​ຄ​ຸນ​ຄ່າຫຼັກ​ແຫຼ່ງ: ຄວາມ​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູມ​ສຸກ, ຄວາມ​ກ້າວ​ໜ້າ, ສີ​ວິ​ໄລ, ໄດ້​ຮັບ​ການ​ເພີ່ມ​ເຕີມ, ພັດ​ທະ​ນາ​ດ້ວຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ ທີ່​ກ້າວ​ໜ້າ, ເຕັ້ມ​ໄປ​ດ້ວຍ​ສີ​ວັດ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັດ​ຊາດ ດ້ວຍ​ລະ​ບົບ​ຄຸນ​ຄ່າ: ຊົນ​ຊາດ, ອະ​ທິ​ປະ​ໄຕ, ມະ​ນຸດ​ສະ​ທຳ, ວິ​ທະ​ຍາ​ສາດ, ບົນ​ພື້ນ​ຖານ​ຂອ​ງ​ລະ​ບົບ​ຄຸນ​ຄ່າແຫ່ງ​ຊາດ ແລະ ກໍ່ແມ່ນ​ເປົ້າ​ໝາຍ​ສູ້​ຊົນ​ທີ່​ສູງ​ສົ່ງ​ຂອງ​ຊາດ​ເຮົາ: ສັນ​ຕິ​ພາບ, ເອ​ກະ​ພາບ, ເອ​ກະ​ລາດ, ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ອະ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສິ​ວິ​ໄລ, ມີ​ຄວາມ​ຜາ​ສຸກ”.

ທ່ານ ຫງວຽນຝຸຈ້ອງ ກໍ່ຮຽກຮ້ອງວ່າ: ຕ້ອງເອົາໃຈໃສ່ກໍ່ສ້າງພັກ ແລະ ລະບົບການເມືອງກ່ຽວກັບວັດທະນະທຳ, ຄຸນສົມບັດ, ເດັດດ່ຽວຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ເພື່ອໃຫ້ທັງລະບົບການເມືອງຂອງປະເທດຊາດ ແມ່ນຄຸນສົມບັດ, ແມ່ນຄວາມສີວິໄລຢ່າງແທ້ຈິງ, ເປັນຕົວແທນໃຫ້ຄວາມມະໂນທຳ ແລະ ກຽດສັກສີຂອງ ຊາວຫວຽດນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.