ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix

07:38 | 08/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ສະ​ມາ​ຄົມ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຮູບ​ເງົາ ຫວຽດ​ນາມ (VFDA) ແລະ ກຸ່ມ​ບໍ​ລິ​ສັດ Netflix ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ພັ​ດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຮູບ​ເງົາ ແລະ ເສດ​ຖະ​ກິດ​ປະ​ດິດ​ຄິດ​ສ້າງ ຢູ່​ຫວຽດ​ນາມ.

ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix
ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix. ພາບ: toquoc.vn

ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ 3 ປີ ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ຮູ​ບ​ເງົ​າ, ວັດ​ທະ​ນະ​ທຳ ຫວຽດ​ນາມ ໄປ​ສູ່​ທົ່ວ​ໂລກ ບົນ​ພື້ນ​ຖານນີ້.

ພິ​ທີປະ​ກາດ​ການ​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ສະ​ບັບ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຈັ​ດ​ຕັ້ງ​ພ້ອມ​ກັບ​ພິ​ທີ​ປຸກ​ລະ​ດົມ​​ຍຸດ​ທະ​ສາດ “ຮູບ​ເງົາ ຫວຽດ​ນາມ: ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ”.

Netflix ແມ່ນ​ການ​ບໍ​ລິ​ການ​ບັນ​ເທີງ​ອອກ​ອາ​ກາດ​ແບບ​ທາງ​ໄກ​ແຖວ​ໜ້າ​ໂລກ ດ້ວຍ​ສະ​ມ​າຊິກທີ່​ຈ່າຍ​ເງິນ​ກ່​ວາ 214 ລ້ານ​ສະມາຊິກ ຢູ່​ກ່​ວາ 190 ປະ​ເທດ ແລະ ເຂດ​ແຄ້ວນ, ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ຊົມ​ຮູບ​ເງົາ, ຮູບ​ເງົາ​ເອ​ກະ​ສານ ແລະ ເກມ​ຕ່າງໆ ຢູ່​ໂທ​ລະ​ສັບ​ສະ​ມາດໂຟນ ດ້ວຍຫຼາຍ​ຊະ​ນິດ ແລະ ພາ​ສາ. ຢູ່ ຫວຽດ​ນາມ, Netflix ພວມ​ຄ່ອຍໆ​ກາຍ​ເປັນ​ການ​ບໍ​ລິ​ການ ບັນ​ເທິງ​ທາງ​ໄກ​ທົ່ວ​ໄປ ແລະ ສາງ​ຮູບ​ເງົາ​ຂະໜາດໃຫຍ່ ໂດຍ​ໄດ້​ຮັບ​ການ​ອັບ​ເດດ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ນາງ ຫງວຽ​ດ ຫງວຽນ Phillips - ຜູ້​ອຳ​ນວຍ​ການ​ນະ​ໂຍ​ບາຍ​ພາກ​ລັດ ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ Netflix ກ່າວ​ວ່າ: “Netflix ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ກາ​ນ​ຕະຫຼາດ ຫວຽດ​ນາມ ແມ່ນ​ການ​ຕະຫຼາດ​ທີ່​ມີ​ກຳ​ລັງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ສວມ​ບົດ​ບາດ​ບໍ່​ແມ່ນ​ໜ້ອຍ​ໃນ​ກະ​ແສ​ຂອ​ງ​ຂະ​ແໜງ​ອຸ​ດ​ສາ​ຫະ​ກຳ ຮູບ​ເງົາ​ເວົ້າສະ​ເພາະ ກໍ່​ຄື​ພື້ນ​ຖານ​ເສດ​ຖະ​ກິດ​ປະ​ດິດ​ຄິດ​ສ້າງ​ເວົ້າ​ລວມ ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ໃນ​ທົ່ວ​ໂລກ. ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຢາກ​ປະ​ກອບ​ສ່ວນ ແລະ ໜູນ​ຊ່ວຍ​ພື້ນ​ຖານ​ຮູບ​ເງົາ ຫວຽດ​ນາມ ພັດ​ທະ​ນາ ກໍ່​ຄື​ໂຄ​ສະ​ນາ​ພື້ນ​ຖາ​ນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ອອກ​ສູ່​ໂລກ”.

ກາ​ນ​ຮ່ວມ​ມື​ຄັ້ງ​ທຳ​ອິດ ລະ​ຫວ່າງ Netflix ແລະ VFDA ແມ່ນ​ພິ​ທີ​ປຸກ​ລະ​ດົມ​ໂຄງ​ການ “ຮູບ​ເງົາ ຫວຽດ​ນາມ: ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ເພື່ອ​ແນ​ໃສ່​ສ້າງ​ບັນ​ດາ​ຂໍ້​ລິ​ເລີ່ມ​ແບບ​ຍືນ​ຍົງ​ໃນ​ຂົງ​ເຂດ​ຮູບ​ເງົາ ແລະ ບັນ​ເທີງ, “ຮູບ​ເງົາ ຫວຽດ​ນາມ: ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ແມ່ນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ລິ​ເລີ່ມ “ຮູບ​ເງົາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້: ເສັ້ນ​ທາງ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ຂອງ Netflix ໄດ້​ເລີ່ມ​ຕົ້ນ​ແຕ່​ເດືອນ ພະ​ຈິກ​ປີ 2021.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ການ​ປະ​ກວດ​ຮູ​ບ​ເງົາ​ສັ້ນຂອງ VFDA ຈັດ​ຕັ້ງ​ຈະ​ຮັບ​ຮູບ​ເງົາ​ເຂົ້າ​ຮ່ວມການປະກວດ​ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ວັນ​ທີ 31 ກໍ​ລະ​ກົດ ​ປີ 2022 ແລ​ະ ຄາດ​ວ່າ ຈະ​ມອ​ບ​ລາງວັນ​ໃນ​ໂອ​ກາດ​ວັນ​ທີ 2 ກັນ​ຍາ ປີ 2022 ດ້ວຍ​ລາງວັນ​ສູງ​ສຸດ ແມ່ນ 100 ລ້ານ​ດົ່ງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.