| ເສີມຂະຫຍາຍຄຸນຄ່າວັດທະນະທຳເພື່ອພັດທະນາແບບຍືນຍົງ | |
| ຫວຽດນາມ ຈັດສົ່ງນາຍທະຫານຮັກສາສັນຕິພາບ ສປຊ ຕື່ມອີກ 12 ຄົນຢູ່ ຊູດັງໃຕ້ ແລະ ອາບຟຼີກາກາງ |
![]() |
| ພາບປະກອບ: Baothanhhoa |
ວັດທະນະທຳ - ແກ່ນສານປະດິດຄິດສ້າງຂອງຈິດໃຈຊາດ
ເມື່ອເນັ້ນໜັກເຖິງສີສັນວັດທະນະທຳຂອງຊາດ ຫວຽດນາມ, ທ່ານຮສ. ປອ. ບຸຍຮ່ວາຍເຊີນ ກຳມະການປະຈຳການຄະນະກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດ ເນັ້ນໜັກວ່າ ນີ້ແມ່ນເວົ້າເຖິງຄຸນຄ່າອັນຍອດຍິ່ງທີ່ສຸດ, ບັນດາຄຸນຄ່າກົກເຄົ້າ ແລະ ສະເພາະຂອງພື້ນຖານວັດທະນະທຳຊາດ ເຊິ່ງບໍ່ສາມາດປົນກັບພື້ນຖານວັດທະນະທຳອື່ນໄດ້. ນັ້ນແມ່ນແກ່ນສານປະດິດຄິດສ້າງຂອງຈິດໃຈຊົນຊາດ, ເພື່ອເກັບຮັກສາ ແລະ ຖ່າຍທອດໃຫ້ແກ່ລຸ້ນຄົນຕໍ່ໄປ, ຮັບປະກັນຄວາມເປັນອະມະຕະຂອງຊາດ. “ອາດເຫັນໄດ້ວ່າ ສີສັນວັດທະນະທຳ ຫວຽດນາມ ແມ່ນການເຕົ້າໂຮມຂອງການພົວພັນລວມທີ່ມີຄວາມກົມກຽວ ແລະ ປະສົມປະສານກັບສິ່ງແວດລ້ອມ - ມະນຸດ - ວັດທະນະທຳ, ແມ່ນທຸກຜະລິດຕະພັນ, ບັນດາຄຸນຄ່າດ້ານວັດຖຸ ແລະ ຈິດໃຈຂອງຊາດ, ໄດ້ຮັບການປະດິດຄິດສ້າງໃນວິວັດການເຄື່ອນໄຫວຂອງ ຊາວຫວຽດນາມ ເພື່ອແນໃສ່ບືນຕົວຂຶ້ນຄຸນຄ່າສຸດຍອດ ຍຸຕິທຳ - ສຸຈະລິດ- ງົດງາມ” ທ່ານ ຮສ. ປອ. ບຸຍຮ່ວາຍເຊີນ ໃຫ້ຮູ້.
ເຖິງຢ່າງໃດກໍຕາມ, ສີສັນວັດທະນະທຳຊາດ ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍໃໝ່ຈາກສະພາບການເຊື່ອມໂຍງ. ຕາມທ່ານ ຮສ. ປອ. ບຸຍຮວ່າຍເຊີນ ແລ້ວ, ວິວັດການເຊື່ອມໂຍງເຂົ້າກັບສາກົນ ຂອງປະເທດໜຶ່ງ ໄດ້ປະກົດມີທ່າອ່ຽງສ້າງບັນດາຄຸນຄ່າລວມຂອງທົ່ວມວນມະນຸດ, ເຮັດໃຫ້ເສັ້ນແດນລະຫວ່າງບັນດາປະເທດ, ພູມີປະເທດຈາງລົງ ແລະ ມີຜົນສະທ້ອນຢ່າງແຮງຕໍ່ວັດທະນະທຳສະເພາະຂອງບັນດາຊົນຊາດໃນໂລກ, ກໍ່ຜົກະທົບຢ່າງຮ້າຍແຮງຕໍ່ຄວາມໝັ້ນຄົງ, ຄວາມຍືນຍົງຄົງຕົວ ແລະ ການພັດທະນາຂອງແຕ່ລະປະເທດ, ຊົນຊາດ ແລະ ຂອງແຕ່ລະພາກພື້ນໃນໂລກ. ໃນສະພາບການນັ້ນ, ສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດແມ່ນການຢັ້ງຢືນຕົນເອງຕໍ່ໜ້າປະຊາຄົມມວນມະນຸດ.
ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ເຂົ້າຮ່ວມວິວັດການເຊື່ອມໂຍງເຂົ້າກັບໂລກແມ່ນເງື່ອນໄຂທີ່ຈຳເປັນເພື່ອພັດທະນາທຸກຂົງເຂດ, ໃນນັ້ນມີວັດທະນະທຳ. ແຕ່ວ່າທ່ານ ຮສ. ປອ. ບຸຍຮວາຍເຊີນ ຖືວ່າ ນີ້ແມ່ວິວັດການທີ່ສັບສົນ, ບໍ່ພຽງແຕ່ມີຄວາມເຫັນດີເຫັນພ້ອມເທົ່ານັ້ນ ຍາກຍັງມີຄວາມຂັດແຍ້ງກັນ, ປະທະກັນໃນຫຼາຍແງ່ມູມ ແລະ ລະດັບທີ່ແຕກຕ່າງກັນ. “ເພາະສະນັ້ນ ການວາງອອກຄຳຮຽກຮ້ອງຕ້ອງການ ຕ້ອງແກ້ໄຂຢ່າງຖືກຕ້ອງການພົວພັນລະຫວ່ງການພັດທະນາເສດຖະກິດ ກັບ ການພັດທະນາວັດທະນະທຳ, ລະຫວ່າງແບບດັ້ງເດີມ ແລະ ທັນສະໄໝ, ຊົນຊາດ ແລະ ສາກົນ ລະຫວ່າງການປົກປັກຮັກສາສີສັນວັດທະນະທຳ ກັບການຮັບເອົາຢ່າງມີການຄັດກອງບັນດາສິ່ງຍອດຢ້ຽມດ້ານວັດທະນະທຳຂອງມວນມະນຸດ”. ທ່ານ ຮສ. ປອ. ບຸຍຮວ່າຍເຊີນ ໃຫ້ຮູ້.
ສ້າງຍຸດທະສາດພັດທະນາພື້ນຖານວັດທະນະທຳຢ່າງຮອບດ້ານ, ມີການເຊື່ອມໂຍງເຂົ້າກັບສາກົນ, ແຕ່ຍັງເຂັ້ມຂົ້ນໄປດ້ວຍສີວັດຊາດ, ໃນນັ້ນຍົກສູງການແກ້ໄຂບັນດາການປະທະກັນທີ່ເກີດຂຶ້ນເປັນຢ່າງດີ ດ້ວຍສ້າງເງື່ອນໄຂເພື່ອເຮັດໃຫ້ປຸກລຸກທຸກກຳລັງບົ່ມຊ້ອນດ້ານວັດທະນະທຳຄືກຳລັງບົ່ມຊ້ອນແຮງພາຍໃນທີ່ເຂັ້ມແຂງ, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ. ທັດສະນະນີ້ ພັກ ແລະ ລັດ ໄດ້ເຊື່ອມຊືມນັບແຕ່ວັນທຳອິດທີ່ຫວຽດນາມ ເຂົ້າຮ່ວມວິວັດການເຊື່ອມໂຍງເຂົ້າກັບສາກົນມາຮອດປັດຈຸບັນ.
ສ້າງບັນດານະໂຍບາຍວັດທະນະທຳທີ່ຄົບຊຸດ
ໃນຊຸມປີຜ່ານມາ, ເພື່ອປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ, ພ້ອມກັບວິວັດການເຊື່ອມໂຍງເຂົ້າກັບສາກົນ ດ້ວຍການຍົກສູງກຳລັງແຮງພາຍໃນວັດທະນະທຳ, ພວກເຮົາບັນລຸໄດ້ຜົນສຳເລັດສຳຄັນຫຼາຍຢ່າງໃນວຽກງານອະນຸລັກ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນຊາດ ດ້ວຍບັນດາຂອບຂະໜາດທີ່ແຕກຕ່າງກັນ. “ບັນດາຜົນງານນີ້ ໄດ້ຢັ້ງຢືນລັກສະນະຖືກຕ້ອງ ໃນທິດທາງພັດທະນາວັດທະນະທຳຂອງພັກເຮົາ ກໍ່ຄືກຳລັງແຮງຂອງລັດ, ຂອງທົ່ວປວງຊົນໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກວັດທະນະທຳໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ເພື່ອສ້າງພື້ນຖານວັດທະນະທຳໃໝ່” ທ່ານ ຮສ. ປອ. ບຸຍຮວ່າຍເຊີນ ຊີ້ແຈ້ງ.
ເຖິງຢ່າງໃດກໍ່ຕາມ, ທ່ານ ຮສ. ປອ. ບຸຍຮວ່າຍເຊີນ ໃຫ້ຂໍ້ສັງເກດວ່າ ພຶດຕິກຳຕົວຈິງໃນການເຄື່ອນໄຫວວັດທະນະທຳສະແດງໃຫ້ເຫັນວ່າ ໄປຄຽງຄູ່ກັບບັນດາຜົນງານໃຫຍ່ ກໍ່ຍັງມີຂໍ້ຄົງຄ້າງບໍ່ໜ້ອຍກ່ຽວກັບທັດສະນະ, ວິທີການປະຕິບັດ ແລະ ທັງການເຄື່ອນໄຫວລະອຽດໃນວຽກງານຮັກສາ, ອະນຸລັກ ແລະ ເສີມຂະຫຍາຍສີວັດທະນະທຳຊາດໃນສະພາບການໃໝ່. ເຖິງວ່າ ມີການກະກຽມແລ້ວກໍ່ຕາມ, ແຕ່ພວກເຮົາຍັງບໍ່ທັນສາມາດຄາດຄະເນໄດ້ກຳລັງກົດດັນ, ບັນດາສິ່ງທ້າທາຍທີ່ຮ້າຍແຮງ ແລະ ບັນດາຜົນກະທົບທີ່ສັບສົນຂອງໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເຊິ່ງແມ່ນພາຍຸລົມແຮງກວາດລ້າງສິ່ງທີ່ອ່ອນແອ, ຂາດຄວາມໝັ້ນຄົງ.
ເພາະສະນັ້ນ, ເພື່ອຕ້ານພະຍຸລົມແຮງດັ່ງກ່າວ, ທ່ານ ຮສ. ປອ. ບຸຍຮວ່າຍເຊີນ ຖືວ່າ ຕ້ອງມີບັນດາມາດຕະການສຳລັບບັນດາບັນຫາຄື: ຄວາມສ່ຽງເພີ່ມຂຶ້ນຂອງການປະທະກັນດ້ານວັດທະນະທຳ, ການບຸກລຸກວັດທະນະທຳ, ຫັນວັດທະນະທຳທົ່ວໂລກເປັນເອກະພາບ, ການຕາວປິ້ນບັນດາຄຸນຄ່າດ້ານວັດທະນະທຳນັບມື້ນັບມີທ່າອ່ຽງເພີ່ມຂຶ້ນ, ນັ້ນແມ່ນການຍົກສູງບັນດາຄຸນຄ່າດ້ານວັດຖຸ ແລະ ຖືບັນດາຄຸນຄ່າວັດທະນະທຳພາຍນອກທີ່ບໍ່ດີ ຕາມທິດທາງ ສັງຄົມອຸດສາຫະກຳທັນສະໄໝ ແລະ ດ້ານລົບຂອງເສດຖະກິດການຕະຫຼາດກໍ່ຄືຈິດໃຈຊົມໃຊ້, ການດຳລົງຊີວິດເພື່ອເງິນ, ເອົາໃຈໃສ່ຜົນປະໂຫຍດດ້ານວັດຖຸ, ສາງມໍລະດົກວັດທະນະທຳຂອງຊາດໃນສະພາບທີ່ຖືກຈາງຫາຍ, ມີຫຼາຍມໍລະດົກວັດທະນະທຳທີ່ຍາກ ຫຼື ບໍ່ສາມາດຮັກສາ, ເສີມຂະຫຍາຍຄຸນຄ່າໄດ້ ຍ້ອນບໍ່ໄດ້ຮັບການສືບທອດ ແລະ ມອບສິດ...
ໃນໄລຍະປັດຈຸບັນ, ທ່ານ ຮສ. ປອ. ບຸຍຮວ່າຍເຊີນ ສະເໜີວ່າ ເພື່ອພັດທະນາຂະແໜງອຸດສາຫະກຳວັດທະນະທຳ ຕ້ອງມີນະໂຍບາຍດຶງດູດເງິນລົງທຶນເຂົ້າບັນດາຂົງເຂດນີ້, ເປັນຕົ້ນແມ່ນຕ້ອງເສີມຂະຫຍາຍການເຂົ້າຮ່ວມຂອງທົ່ວສັງຄົມ, ພິເສດແມ່ນບັນດາວິສາຫະກິດ. “ພວກເຮົາໄດ້ມີບັນດາຄວາມຕັດສິນໃຈກ່ຽວກັບການເມືອງ, ມີຄວາມຂະຫຍັນຂັນເຄື່ອນໃນພຶດຕິກຳຕົວຈິງກ່ຽວກັບບັນດາຜະລິດຕະພັນດ້ານວັດທະນະທຳ ທີ່ສາມາດຂຸດຄົ້ນຄຸນຄ່າວັດທະນະທຳຂອງຊາດ... ຖ້າຫາກວ່າ ພວກເຮົາສວຍໃຊ້ບັນດາຄຸນຄ່ານັ້ນດ້ວຍກຳລັງຄວາມສາມາດຂອງ ຫວຽດນາມ ຈະຊ່ວຍປະເທດພັດທະນາແບບຍືນຍົງ, ຊ່ວຍຢັ້ງຢືນຄຸນນະທາດຄຸນຄ່າ ຫວຽດນາມ ບົນເວທີສາກົນ” ທ່ານ ຮສ. ປອ. ບຸຍຮວ່າຍເຊີນ ເນັ້ນໜັກ.
| ນັບແຕ່ວັນທີ 24 ພະຈິກ ໄດ້ດຳເນີນກອງປະຊຸມວັດທະນະທຳທົ່ວໂລກ ປີ 2021 ຕາມຄຳຊີ້ນຳຂອງຄະນະເລຂາສູນກາງພັກ ເພື່ອແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກ່ຽວກັບວັດທະນະທຳ. ທ່ານ ຮສ. ປອ. ບຸຍຮວ່າຍເຊີນ ໃຫ້ຮູ້ວ່າ ນີ້ແມ່ນເຫດການທີ່ໄດ້ຮັບຖືວ່າ ແມ່ນກອງປະຊຸມ ຢຽນຮົ່ງ ກ່ຽວກັບວັດທະນະທຳ”. ຫວັງວ່າ, ການສົ່ງແຫຼ່ງບັນດານໃຈ ຈາກກອງປະຊຸມຈະມີຜົນກະທົບຕໍ່ທຸກຂັ້ນ, ທຸກຂະແໜງການຢູ່ທ້ອງຖິ່ນ ຕໍ່ການດູແລ ພັດທະນາວັດທະນະທຳ, ຜ່ານນັ້ນ ວັດທະນະທຳ ຈະມີກາລະໂອກາດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. |
ບຸນຄົງ
