ຍສໝ - ໃນເວລາ 17:05 ໂມງຂອງວັນທີ 21 ກັນຍາ ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 22 ກັນຍາ, ຕາມເວລາ ຫວຽດນາມ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ J.F. Kennedy, ນະຄອນ New York, ອາເມລິກາ, ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ວາລະປະຊຸມລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.
ຍສໝ - ຕອນເຊົ້າວັນທີ 21 ກັນຍາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79, ເຮັດວຽກຢູ່ອາເມລິກາ ແລະ ໄປຢ້ຽມຢາມທາງລັດຖະກິດກູບາ ຕາມຄຳເຊີນຂອງສະຫາຍເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດສາທາລະນະລັດ ກູບາ Miguel Diaz Canel Bermudez ແລະ ພັນລະຍາ.
ຍສໝ - ວັນທີ 15 ກັນຍາ 2024, ຢູ່ສະໜາມກິລາ Metallurg (ນະຄອນຫຼວງມົດສະກູ, ສະຫະພາບລັດເຊຍ) ໄດ້ດຳເນີນພິທີໄຂງານມະຫາກຳກິລານັກສຶກສາ ຫວຽດນາມ ຢູ່ລັດເຊຍ 2024 ໂດຍມີນັກກິລາ 600 ກວ່າຄົນທີ່ມາຈາກ 18 ອົງການຄະນະ, ສະມາຄົມເຂົ້າຮ່ວມງານມະຫະກຳດັ່ງກ່າວ.
ຍສໝ - ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ໄທ, ໂດຍທ່ານ ຫງວຽນວັນແທ່ງ - ປະທານສະມາຄົມນຳໜ້າ ຫາກໍ່ມີການໄປປະຕິບັດງານຢູ່ ໄທ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ສະວິດຄາດວ່າຈະສົ່ງຜູ້ຊ່ຽວຊານດ້ານນ້ຳສະອາດ, ສຸຂະອະນາໄມ, ເຮືອນຢູ່ທີ່ປອດໄພປະມານ 8 ຄົນ... ພ້ອມດ້ວຍເຄື່ອງບັນເທົາທຸກ 25.000 ກວ່າກິໂລ ເພື່ອຊ່ວຍເຫຼືອຫວຽດນາມ ພາຍຫຼັງພາຍຸເລກທີ 3.
ຍສໝ - ການຢ້ຽມຢາມຕ່າງປະເທດແຕ່ວັນທີ 21 ກັນຍາ ແມ່ນການເຄື່ອນໄຫວຫຼາຍຝ່າຍ ແລະເຮັດວຽກຢູ່ອາເມລິກາ ຄັ້ງທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຖານະຕໍາແໜ່ງໃໝ່.
ຍສໝ - ການພົວພັນ ຫວຽດນາມ - ສະຫະປະຊາຊາດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ບັນດາຄວາມມານະພະຍາຍາມຫຼາຍຢ່າງຈາກສອງຝ່າຍ, ໃນນັ້ນມີການຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ເພື່ອໜູນຊ່ວຍພາລະກິດພັດທະນາຂອງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປັບປຸງບົດບາດຂອງ ສປຊ.
ຍສໝ - ຄາດວ່າ ເຝີຫວຽດນາມ ຈະໄດ້ນຳເຂົ້າໃນລາຍການອາຫານຂອງບັນດາໂຮງແຮມ, ຮ້ານອາຫານໃນທົ່ວນະຄອນຫຼວງ Islamabad, ປາກິດສະຖານ.
ຍສໝ - ເຄື່ອງຊ່ວຍເຫຼືອລວມມີ: ຈັກກັນຕອງນ້ຳ, ນ້ຳດື່ມແກ້ວ, ເຄື່ອງອະນາໄມສ່ວນຕົວ, ຜ້າຫົ່ມກູ້ຊີວິດ (ຜ້າຫົມສຸກເສີນ), ອາຫານ.
ຍສໝ - ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນສະທ້ອນຈາກພະຍຸລູກທີ 3 (YAGI).
ຍສໝ - ວັນທີ 11 ພຶດສະພາ, ຢູ່ແຂວງ ລາວກາຍ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາສະເພາະ ລາວກາຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສາກົນກ່ຽວກັບດ້ານສິລະປະ, ກິລາ ກັບໂຮງຮຽນມັດທະຍົມຊັ້ນສູງ ແລະ ໂຮງຮຽນມັດທະຍົມຊັ້ນສູງອາຊີວະສຶກສາ (ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕອບສຳພາດຕໍ່ນັກຂ່າກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການປະກອບສ່ວນຂອງຫວຽດນາມ ເຂົ້າໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ.
ຍສໝ - ກົມຄຸ້ມຄອງລະບົບຄັນຄູ ແລະ ປ້ອງກັນຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ກ່າວວ່າ: ປະຈຸບັນນີ້ໄດ້ຕິດຕໍ່ ແລະ ໄດ້ຮັບຄຳໝັ້ນສັນຍາການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຊ່ວຍເຫຼືອສຸກເສີນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3.
ຍສໝ - ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໃນວັນທີ 18 ກັນຍາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງລາຍການບໍລິຈາກເພື່ອໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນເສຍຫາຍຈາກພາຍຸເລກທີ 3 (Yagi), ດ້ວຍການເຂົ້າຮ່ວມຂອງພະນັກງານທັງໝົດຂອງອົງການຜູ້ປະຈຳ ແລະ ບັນດາອົງການສະມາຊິກຢູ່ສູນກາງ ຢ່າງຕັ້ງໜ້າ.
ຍສໝ - ອິນເດຍ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນຈໍານວນ 35 ໂຕນ ເພື່ອຊ່ວຍເຫຼືອຫວຽດນາມ ໃນການແກ້ໄຂຜົນກະທົບຈາກພະຍຸຢາກິ. ນິວຊີແລນ ກໍ່ຫາປະກາດການປະກອບສ່ວນ 1 ລ້ານໂດລາສະຫະລັດ ນິວຊີແລນ ຊ່ວຍເຫຼືອຫວຽດນາມ ເພື່ອຜ່ານຜ່າຜົນກະທົບທີ່ຮ້າຍແຮງຂອງພາຍຸຢາກິ.
ຍສໝ - ອິນເດຍ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນ 35 ໂຕນ ເພື່ອໜູນຊ່ວຍ ຫວຽດນາມ ຜ່ານຜ່າຜົນຮ້າຍທີ່ຕາມມາຈາກພະຍຸ Yagi. ນູແວນເຊລັງ ຫາກໍ່ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi.
ຍສໝ - ສະໂມສອນ ມໍລະດົກເສື້ອຍາວຫວຽດນາມ ຢູ່ປະເທດ ແບນຊິກ ໄດ້ປຸກລຸກຄວາມພາກພູມໃຈແຫ່ງຊາດຢ່າງແທ້ຈິງໃນໃຈຂອງຄົນຫວຽດນາມທຸກຄົນທີ່ຢູ່ໄກເຂດແຄ້ວນ. ພ້ອມກັນນັ້ນ, ກໍ່ແມ່ນຂີດໝາຍສຳຄັນໃນການເດີນທາງປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງຊາດ.
ຍສໝ - ງານມະໂຫລານໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ເຍົາວະຊົນອະນຸຊົນລາວ ແລະກຳປູເຈຍ ກ່ຽວກັບຜືນແຜ່ນດິນ, ປະຊາຊົນ, ໄວໜຸ່ມນະຄອນ ໂຮ່ຈີມິນ.
ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.ເກົາຫຼີ, ທ່ານ ຫວູວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ນຳໜ້າຄະນະປະຕິບັດງານໄປຢ້ຽມຢາມ, ພົບປະແລກປ່ຽນ ແລະ ມອບຕູ້ປຶ້ມພາສາ ຫວຽດນາມ ໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ.
ຍສໝ - ແຕ່ວັນທີ 7 ຫາວັນທີ 11 ເມສາ, ຄະນະປະຕິບັດງານຂອງໂຮງໝໍສູນກາງ ເຫ້ວ ນຳໂດຍ ທ່ານ ສາດສະດາຈານ ດຣ ຟ້າມຍື່ຫ້ຫຽບ, ຜູ້ອຳນວຍການໂຮງໝໍ, ພ້ອມດ້ວຍບັນດາອາຈານ, ສາດສະດາຈານ, ຜູ້ຊ່ຽວຊານດ້ານການແພດໃນຂະແໜງຜ່າຕັດ, ການນ້ອຍໃສ່ທໍ່ສົ່ງໄຂ່ຫຼັງ ໄດ້ມາເຮັດວຽກຢູ່ນະຄອນຫຼວງວຽງຈັນ (ປະເທດລາວ).