ແພດໜຸ່ມຫວຽດນາມ ກວດພະຍາດ ແລະ ມອບຢາໃຫ້ຄົນລາວໂດຍບໍ່ເສຍຄ່າ

22:38 | 17/03/2025

ຍສໝ - ​ໃນ​ໂຄງການ​ກວດ​ພະຍາດ, ແຈກ​ຢາຍ​ຢາ​ໂດຍ​ບໍ່​ເສຍ​ຄ່າ ​ໂດຍ​ສູນກາງສະມາຄົມສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ສົມທົບ​ກັບ​ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ຫຼວງ​ພະ​ບາງ ຈັດຕັ້ງ, ບັນດາ​ແພດ​ໜຸ່ມ​ຫວຽດນາມ ​ໄດ້​ກວດກາ, ​ໃຫ້​ຄຳ​ປຶກສາ​ດ້ານ​ສຸຂະພາບ ​ແລະ ​ແຈກ​ຢາຍ​ຢາ​ໃຫ້​ປະຊາຊົນ​ແຂວງ ຜົ້ງ​ສາລີ ​ໂດຍ​ບໍ່​ເສຍ​ຄ່າ.

ກວດພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ
ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ

ວັນທີ 16 ມີນາ, ສູນກາງສະມາຄົມສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ໄດ້ສົມທົບກັບສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ຈັດຕັ້ງໂຄງການກວດກາ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນແຂວງຜົ້ງສາລີ (ສປປ ລາວ).

ແພດໜຸ່ມຫວຽດນາມ ກວດພະຍາດ ແລະ ມອບຢາໃຫ້ຄົນລາວໂດຍບໍ່ເສຍຄ່າ

ທ່ານ​ນາງ ກ່ຽວທິ​ຮັ່ງຟຸກ - ກົງ​ສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ ຫຼວງ​ພະ​ບາງ ກ່າວ​ຄຳປາໄສທີ່ໂຄງການ.

ໂດຍ​ເຂົ້າ​ຮ່ວມ​ໂຄງການມີ​ທ່ານ ຫງວຽນ​ກິມກຸຍ - ກຳມະການຄະນະ​ປະຈຳ​, ຫົວໜ້າຄະນະແນວໂຮມຊາວໜຸ່ມສູນກາງຄະນະ, ຮອງ​ປະ​ທານ​ປະຈຳສູນກາງສະມາຄົມສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ຫົວ​ໜ້າ​ຄະ​ນະປະຕິບັດງານ; ທ່ານນາງ ກ່ຽວທິ​ຮັ່ງຟຸກ - ກົງ​ສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ ຫຼວງ​ພະ​ບາງ.

ກ່າວ​ຄຳປາໄສທີ່ໂຄງການ, ທ່ານ​ນາງ ກ່ຽວທິ​ຮັ່ງຟຸກ - ຫົວໜ້າກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ ຫຼວງ​ພະ​ບາງ ຫວັງ​ວ່າ​ ​ໂຄງການ​ຈະ​ປະກອບສ່ວນ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່​ເມືອງ​ບຸນ​ເໜືອ, ແຂວງ ຜົ້ງ​ສາລີ ມີ​ເງື່ອນ​ໄຂ​ຮັກສາ​ສຸຂະພາບ; ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ແພດໜຸ່ມຫວຽດນາມ ກວດພະຍາດ ແລະ ມອບຢາໃຫ້ຄົນລາວໂດຍບໍ່ເສຍຄ່າ

​ໂດຍເຂົ້າ​ຮ່ວມ​ໂຄງການ​ມີ​ບັນດາ​ທ່ານໝໍ ​ແລະ ພະຍາບານ​ທີ່​ມີ​ປະສົບ​ການ​ຈາກ​ສະມາຄົມ​ແພດ​ໜຸ່ມ ຫວຽດນາມ. ​ໂຄງການ​ດັ່ງກ່າວ​ໄດ້​ສຸມ​ໃສ່​ການ​ປະຕິບັດ​ການກວດ​ທົ່ວ​ໄປ, ກວດກາ​ພະຍາດ​ທີ່​ມີ​ຄວາມ​ສ່ຽງ, ​ແລະ ສະໜອງ​ຢາ ​ແລະ ຜະລິດ​ຕະພັນ​ປິ່ນປົວ​ສຸຂະພາບ​ໂດຍ​ບໍ່​ເສຍ​ຄ່າ. ນອກ​ນັ້ນ, ​ໂຄງການ​ຍັງ​ໄດ້​ມອບ​ຂອງ​ຂວັນ 300 ກວ່າ​ພູດໃຫ້​ປະຊາຊົນ.

ໂຄງການກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງຜົ້ງສາລີ ແລະ ຫຼວງພະບາງ (ສປປ ລາວ) ເປັນການເຄື່ອນໄຫວຕອບສະໜອງໂຄງການເດືອນຊາວໜຸ່ມປີ 2025 ແລະ ເດືອນ ມີນາ ຊາຍແດນປີ 2025. ໃນຂອບເຂດຂອງໂຄງການ, ຄະນະປະຕິບັດງານຈະມອບຂອງຂວັນ ແລະ ກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ໄວໜຸ່ມຂອງປະເທດເພື່ອນມິດ.

ການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈອາສາສະໝັກຂອງຊາວໜຸ່ມຫວຽດນາມ ໃນການດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ.

ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ

ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ

ຍສໝ - ວັນ​ທີ 15 ກໍລະກົດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ​ດານັງ ​ໄດ້​ຈັດ​ຕັ້ງລາຍການ​ອາສາ​ສະໝັກ​ສາກົນ​ຢູ່​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ​ປີ 2023.

ພິທີມອບເຮືອນເອື້ອອາທອນ, ກວດພະຍາດ ແລະ ແຈກຢາໃຫ້ແກ່ປະຊາຊົນ ລາວ

ພິທີມອບເຮືອນເອື້ອອາທອນ, ກວດພະຍາດ ແລະ ແຈກຢາໃຫ້ແກ່ປະຊາຊົນ ລາວ

ຍສໝ - ໃນວັນທີ 26 ກໍລະກົດ, ທີ່ບ້ານວັງຕັດໃຫຍ່, ກຸ່ມບ້ານວັງຕັດ, ເມືອງໄຊເສດຖາ, ແຂວງ ອັດຕະປື, ລາວ, ກອງເສດຖະກິດ-ປ້ອງກັນຊາດ 385 (ພົນລະພາກຫຼວງ 15) ໄດ້ຈັດພິທີເປີດນໍາໃຊ້ ແລະ ມອບ-ຮັບເຮືອນແຫ່ງສາຍຈິດມິດໃຈ ໃຫ້ແກ່ພໍ່ເຖົ້າ ເຢັນ ໄຊຍະຈວກ.

ມີງດຶກ

ເຫດການ