ຊາວຫວຽດນາມ ຢູ່ ຈຳປາສັກ (ລາວ) : ຮັກສາສີສັນ, ສະໜິດຕິດພັນກັບບ້ານເກີດເມືອງນອນ

22:15 | 12/03/2025

ຍສໝ - ວັນທີ 10 ມີນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ພ້ອມດ້ວຍຄະນະວຽກງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ເພື່ອຊອກຫາກ່ຽວກັບສະພາບຊຸມຊົນ, ວຽກງານການສອນ-ການຮຽນພາສາຫວຽດນາມ, ພ້ອມກັນນັ້ນ ຮັບຟັງຄວາມຄິດຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ເລິມດົງ: ຮັບນັກສຶກສາຕ່າງປະເທດຈາກແຂວງ ບໍລິຄຳໄຊ ແລະ ຈຳປາສັກ ຂອງປະເທດເພື່ອນ ລາວ
ຊາວຫວຽດນາມ ອາໄສຢູ່ ລາວ ແລະຍີ່ປຸ່ນ ເສີມຂະຫຍາຍມູນເຊື້ອແບ່ງທຸກແບ່ງສຸກນຳກັນ

ທີ່​ການ​ພົບ​ປະເຮັດວຽກ, ທ່ານ ດົງກົງຢຸ້ງ, ປະທານ​ສະມາຄົມ​ຊາວ ຫວຽດນາມ ​ແຂວງ​ຈຳປາ​ສັກ ​ໄດ້​ລາຍ​ງານກ່ຽວກັບສະພາບ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ສະມາຄົມ​ນັບ​ແຕ່​ປີ 1978. ປະຈຸ​ບັນ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ແຂວງ​ໄດ້​ກ້າວ​ເຂົ້າ​ສູ່​ລຸ້ນທີ 4, 5 ດ້ວຍ​ປະມານ 4.780 ຄົນ​ໃນ 1.100 ຄອບຄົວ. ປະຊາຊົນ​ດຳລົງ​ຊີວິດ​ຢ່າງ​ໝັ້ນຄົງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ, ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊາດ, ປະຕິບັດ​ກົດໝາຍ​ລາວ​ຢ່າງ​ເຂັ້ມ​ງວດ ​ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ.

ຊາວຫວຽດນາມ ຢູ່ ຈຳປາສັກ (ລາວ) : ຮັກສາສີສັນ, ສະໜິດຕິດພັນກັບບ້ານເກີດເມືອງນອນ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ຫງວຽນມິງເຕີມ ພ້ອມກັບຄະ​ນະ​ປະຕິບັດງານ​ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ແຂວງ​ຈຳ​ປາ​ສັກ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ເຄື່ອນໄຫວຢ່າງແໜ້ນແຟ້ນກັບສະຖານກົງສຸນໃຫຍ່ ຫວຽດນາມ ປະຈໍາປາກເຊ ແລະ ແນວໂຮມລາວສ້າງຊາດ ແຂວງຈໍາປາສັກ, ຈັດຕັ້ງບັນດາການເຄື່ອນໄຫວຊຸມຊົນທີ່ມີຄວາມໝາຍຫຼາຍຢ່າງຄື: ພິທີເຄົາລົບທຸງຊາດ ໃນ​ມື້​ທຳ​ອິດ​ຂອງ​ບຸນ​ເຕັດປີ​ໃໝ່​ປະຈຳ​ຊາດ, ສະ​ເຫຼີມ​ສະ​ຫຼອງ​ວັນ​ບຸນ​ໃຫຍ່​ຂອງ​ຫວຽດ​ນາມ ແລະ ລາວ. ສະມາຄົມ​ກໍ່​ໜູນ​ຊ່ວຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຮັກສາ​ສະຖຽນ​ລະ​ພາບ, ​ເຮັດ​ສຳ​ເລັດ​ລະບຽບ​ກົດໝາຍ, ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ ​ແລະ ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ດ້ອຍ​ໂອກາດ.

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນມິງເຕີມ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ນ້ຳ​ໃຈ​ສາມັກຄີ​ຂອງ​ຊາວ​ຫວຽດນາມ ຢູ່​ຈຳ​ປາ​ສັກ, ພ້ອມກັນນັ້ນ ​ເນັ້ນ​ໜັກ​ວ່າ ພັກ ​ແລະ ລັດ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ແມ່ນ​ເນື້ອ​ໃນ​ເລືອດ​ເນື້ອ, ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ສະມາຄົມ​ຈະ​ສືບ​ຕໍ່​ພ້ອມ​ກັບ​ປະຊາຊົນ, ປັບປຸງນ້ຳ​ໃຈ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ກໍ່ຄືສາຍພົວພັນມິດຕະພາບ​ຫວຽດນາມ - ລາວ.

ສະຖານທູດ ແລະ ກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍປະຊາຄົມ, ສ້າງເງື່ອນໄຂສະດວກໃຫ້ສະມາຄົມ ຫວຽດນາມ ຢູ່ ຈຳປາສັກ ເສີມຂະຫຍາຍບົດບາດເປັນຂົວຕໍ່, ເພີ່ມພຸນຄຸນສ້າງການພົວພັນມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂັ້ມແຂງ.

ຊາວຫວຽດນາມ ຢູ່ ລາວ ຮູ້ສຶກພາກພູມໃຈຕໍ່ຜົນງານທີ່ປະເທດຕົນບັນລຸໄດ້

ຊາວຫວຽດນາມ ຢູ່ ລາວ ຮູ້ສຶກພາກພູມໃຈຕໍ່ຜົນງານທີ່ປະເທດຕົນບັນລຸໄດ້

ຍສໝ - ຕໍ່​ກັບ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ ​ແລະ ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ ​​ຫວຽດນາມ ​ທີ່​ເຂັ້ມ​ແຂງແຮງກ້າ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຊາວ​ຫວຽດນາມ ຢູ່​ ລາວ ກໍ່ຮູ້ສຶກມີຄວາມສຸກ, ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຮັກ​ບ້ານ​ເກີດ​ເມືອງ​ນອນຫຼາຍກວ່າອີກ.

ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ

ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ

ຍສໝ - ທ່ານໝໍ ໂງຫາຍເຊີນ ​ແມ່ນ​ນັກ​ປີນ​ພູທີ່ມີສັນຊາດ​ ຫວຽດນາມ​ ຄົນ​ທຳ​ອິດ​ທີ່​ຂຶ້ນ​ພູ K2 ຂອງ ​ປາ​ກິດ​ສະຖານ ​ຢ່າງ​ສຳ​ເລັດ​ຜົນ. K2 ແມ່ນຈອມ​ພູ​​ທີ່​ສູງ​ອັນ​ດັບ​ສອງ​ໃນ​ໂລກ ​ແລະ ​ໄດ້ຕີລາຄາວ່າ ປີນຂຶ້ນຍາກກວ່າຈອມພູ Everest ທີ່ສູງທີ່ສຸດ ​ເປັນ​ຫຼາຍ​ເທົ່າ​.

ມີງດຶກ

ເຫດການ