![]() | ປະສິດທິຜົນຂອງການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ລາວ ສຳລັບຄວາມໝັ້ນຄົງ, ອີ່ມໜຳສຳລານຂອງ 2 ປະເທດ |
![]() | ພິທີໄຂງານບຸນມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 12 |
ລັດຖະບານໄດ້ປະກາດໃຊ້ມະຕິຕົກສະບັບເລກທີ 44/NQ-CP ລົງວັນທີ 7 ມີນາ 2025 ກ່ຽວກັບການຍົກເວັ້ນວີຊາສໍາລັບພົນລະເມືອງຂອງບັນດາປະເທດນີ້: ສາທາລະນະລັດສະຫະພັນ ເຢຍລະມັນ, ສາທາລະນະລັດ ຝຣັ່ງ, ສາທາລະນະລັດອີຕາລີ, ລາຊະອານາຈັກ ສະເປນ, ສະຫະພັນລາຊະອານາຈັກ ອັງກິດ ແລະ ໄອແລນເຫນືອ, ສະຫະພັນ ລັດເຊຍ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ, ລາຊະອານາຈັກ ເດນມາກ, ລາຊະອານາຈັກ ຊູແອດ, ລາຊະອານາຈັກ ນໍເວ ແລະ ສາທາລະນະລັດແຟງລັງ.
![]() |
ນັກທ່ອງທ່ຽວສາກົນມາຢ້ຽມຢາມລະບົບທັດສະນີຍະພາບ ຈ່າງອານ (ນິງບິ່ງ). (ຮູບ: KT) |
ມະຕິດັ່ງໄດ້ກຳນົດຢ່າງຈະແຈ້ງການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຂອງບັນດາປະເທດຂ້າງເທິງນີ້ ດ້ວຍກຳນົດເວລາອາໄສຢູ່ຊົ່ວຄາວ 45 ວັນ ນັບແຕ່ວັນທີ່ເຂົ້າເມືອງ, ບໍ່ຈຳແນກປະເພດໜັງສືຜ່ານແດນ, ຈຸດປະສົງຂອງການເຂົ້າເມືອງ, ບົນພື້ນຖານຕອບສະໜອງບັນດາເງື່ອນໄຂເຂົ້າເມືອງຢ່າງຄົບຖ້ວນຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ.
ນະໂຍບາຍຍົກເວັ້ນວີຊາເມື່ອເຂົ້າຫວຽດນາມ ສຳລັບພົນລະເມືອງຂອງບັນດາປະເທດຂ້າງເທິງນີ້ ຈະປະຕິບັດນັບແຕ່ວັນທີ 15 ມີນາ 2025 ຫາວັນທີ 14 ມີນາ 2028 ແລະ ຈະຖືກພິຈາລະນາຕໍ່ກຳນົດເວລາຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ.
ແທັງຮັ່ງ