ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ (Vietnam- UK Network) Warwick Morris.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອັງກິດ John Mcfall ແລະ ທ່ານ ປະທານສະພາຕ່ຳ Linsay Hoyle, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການໃນລະຫວ່າງວັນທີ 28 - 30 ມິຖຸນາ.
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.
ປັດຈຸບັນ, ພື້ນຖານເສດຖະກິດຂອງ ຫວຽດນາມ ແລະ ເຊັກໂກ ພວມພັດທະນາຕາມຈັ່ງຫວະຂະຫຍາຍຕົວສູງ ແລະ ພ້ອມກັນເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນພື້ນຖານເສດຖະກິດໂລກ ແລະ ພາກພື້ນ.
ວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະສົນທະນາແບບທາງໄກກັບທ່ານຮອງຫົວໜ້າກຳມະການຄະນະຜູ້ປະຈຳການສະພາຜູ້ແທນປະຊາຊົນແຫ່ງຊາດ (ສະພາແຫ່ງຊາດ) ຈີນ ກວ໊າງເຊີ໊ນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຍຸຕິທຳ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ແລະ ຢັ້ງຢືນ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ອາຊຽນ - ຍີ່ປຸ່ນ.
ຍສໝ - ຕອນເຊົ້າວັນທີ 28 ມິຖຸນາ, ມີນັກສິລະປະ ກ່ວາ 200 ຄົນໄດ້ໃສ່ໜ້າກາກ ຂອງບັນດາຕົວລະຄອນໃນການສະແດງສິລະປະຕ່ວງເຫ້ວ ເຊິ່ງໄດ້ສະແດງ ແລະ ແຫ່ຂະບວນໜ້າກາກຕ່ວງນັບແຕ່ແທັງບິ່ງ ໄປຮອດຖະໜົນ (ຫໍບູຊາບັນພະບຸລຸດຂອງ ການສະແດງສິລະປະຕ່ວງຖະໜົນຈີລັງ, ບ້ານ ຢາໂຮ້ຍ, ນະຄອນເຫ້ວ) ໄປຍັງຝູວັນເລົາ (ນະຄອນເຫ້ວ).
ຍສໝ - ເພື່ອແນໃສ່ຜັນຂະຫຍາຍໃນວົງກວ້າງ ແລະ ສະໜອງໜັງສືຜ່ານແດນແບບໃໝ່, ກະຊວງຕຳຫຼວດຈະເລີ່ມປະຕິບັດການສະໜອງໜັງສືຜ່ານແດນແບບໃໝ່ນັບແຕ່ວັນທີ 1 ກໍລະກົດ ປີ 2022 ເປັນຕົ້ນໄປ.
ຍສໝ - ສະຫະພັນສະຖິຕິ ໂລກ (WorldKings) ຫາກໍ່ຕັດສິນຈະຢັ້ງຢືນການກຳນົດລະດັບສະຖິຕິຕໍ່ທາດຈຳ ຝູຢຽນ (ແຂວງ ເທື່ອທຽນເຫ້ວ) ດ້ວຍມາດຖານ « ທາດຈຳເກົ່າແກ່ ກໍ່ສ້າງດ້ວຍດິນຈີ່ທີ່ຈົມຢູ່ໃຕ້ດອນຊາຍ ແຄມທະເລ ເຊິ່ງຫາກໍ່ໄດ້ຮັບການຂຸດຄົ້ນ ແລະ ອະນຸລັກຄັ້ງທຳອິດໃນໂລກ ».
ຍສໝ - ໃນເວລາໂອ້ລົມກັບນັກຂ່າວຈາກວາລະສານ ຍຸກສະໄໝ, ທ່ານພັນເອກ ຫງວຽນດຶກຮົ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ປະຈຳແຂວງ ໄທບິ່ງ ໄດ້ເອົາໂທລະສັບມາ “ເຊີດຊູ” ລູກຊາຍຂອງທ່ານ ບຸນເພັງ ລາດສະທຳ ທີ່ພວມເຮັດວຽກຢູ່ໂຮງໝໍ. ຮ່າໂນ້ຍ - ໂຮງໝໍທົ່ວໄປ ວຽງຈັນ (ນະຄອນຫຼວງ ວຽງຈັນ, ລາວ).
ໜັງສືພິມ The Sydney Morning Herald ໃຫ້ຮູ້ວ່າ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຈະແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ອົດສະຕາລີ ພວມຍູ້ແຮງການຮ່ວມມືໃນຂົງເຂດຄວາມໝັ້ນຄົງ ກັບ ຫວຽດນາມ.
ບໍລິສັດຊາວທ໊າຍເຢືອງ ໄດ້ກາຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີຮ້ານວາງສະແດງສິນຄ້າຢູ່ອັງກິດພາຍຫຼັງເປີດນຳໃຊ້ຮ້ານວາງສະແດງສິນຄ້າ Nature Queen ຢູ່ຮ້ານສັບພະສິນຄ້າ Longdan Crawley.
ຍສໝ - ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ເນັ້ນໜັກວ່າ: ການຊ້ອມຮົບຂອງຈີນຢູ່ໝູ່ເກາະ ຮ່ວາງຊາ ໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ.
ຍສໝ - ວັນບຸນຄອບຄົວ ຫວຽດນາມ ປີ 2022 ຈະດຳເນີນໃນລະຫວ່າງວັນທີ 25 – 28 ມິຖຸນາ ຢູ່ສູນວາງສະແດງວັດທະນະທຳ ສິລະປະ ຫວຽດນາມ ເຮືອນເລກທີ 2, ຮວາລື, ຮ່າໂນ້ຍ.
ຍສໝ - ເວທີປາໄສທົ່ວໂລກ Maekyung ຄັ້ງທີ 30 ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ: ພ້ອມກັນມຸ່ງໄປເຖິງອະນາຄົດ” ໄດ້ໄຂຂຶ້ນໃນວັນທີ 23 ມິຖຸນາ ຢູ່ ນະຄອນຫຼວງ ເຊີອູນ.
ຍສໝ - ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ເນັ້ນໜັກວ່າ: ໄທ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນ ອາຊຽນ; ເຖິງຢ່າງໃດກໍ່ຕາມ, ຄວາມດຸ່ນດ່ຽງດ້ານການລົງທຶນ ແລະ ການຄ້າລະຫວ່າງສອງປະເທດຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບັນດາປະເທດ ອາຣັບບິ ຊາອຸດິ, ອິດສະລາແອັນ, ອາແຊກໄບຊານ ເຂົ້າຢ້ຽມອຳລາ.
ຕາມທ່ານທັ້ງແລ້ວ, ໃນໄລຍະຈະມາເຖິງ 2 ປະເທດອາດເພີ່ມວົງເງິນການຄ້າໃຫ້ຫຼາຍກວ່າເກົ່າ, ໂດຍຜ່ານການເພີ່ມທະວີການຄ້າບັນດາຜະລິດຕະພັນທີ່ມີມາແຕ່ດົນຄື: ສິນໃນນ້ຳ, ຜະລິດຕະພັນກະເສດ, ແຮ່ທາດ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ວັດສະດຸກໍ່ສ້າງ ແລະ ຜະລິດຕະພັນອື່ນໆຂອງສອງປະເທດ ທີ່ມີທ່າໄດ້ປຽບ ປຽບທຽບໃນຕະຫຼາດໂລກ.
ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາແຫ່ງ ລາຊະອານາຈັກ ກຳປູເຈຍ, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.