ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ ປີ 2022 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ເຊື່ອມ​ຕໍ່​ອາ​ຊຽນ

08:30 | 11/07/2022

ຍ​ສ​ໝ - ວັນ​ທີ 6 ກໍ​ລະ​ກົດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຫ໋າຍ​ບັ່ງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ​ປີ 2022 ຂອງ​ຄະ​ນະ​ປະ​ສານ​ງານ​ເຊື່ອມ​ຕໍ່​ອາ​ຊຽນ (ACCC 2/2022) ຢູ່ Labuan Bajo, ອິນ​ໂດ​ເນ​ເຊຍ.

ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ ປີ 2022 ໄດ້​ດຳ​ເນີນ​ຢູ່​ກາວ​ບັ່ງ ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ ປີ 2022 ໄດ້​ດຳ​ເນີນ​ຢູ່​ກາວ​ບັ່ງ
ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ປີ 2022 ຂອງ​ຄະ​ນະ​ປະ​ສານ​ງານ​ເຊື່ອມ​ຕໍ່​ອາ​ຊຽນ (ພາບ:  TTXVN))
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ປີ 2022 ຂອງ​ຄະ​ນະ​ປະ​ສານ​ງານ​ເຊື່ອມ​ຕໍ່​ອາ​ຊຽນ (ພາບ: TTXVN))

ກອງ​ປະ​ຊຸມ​ໄດ້​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຄວາມ​ກ້າວ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ 5 ຂົງ​ເຂດ​ຍຸດ​ທະ​ສາດ ແລະ 14/15 ຂໍ້​ລິ​ເລີ່ມ​ຂອງ​ແຜນ​ການ​ສັງ​ລວມ​ເຊື່ອມ​ຕໍ່​ອ​າ​ຊຽນ 2025 (MPAC 2025).

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ໂຄງ​ການ “ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ທ່າ​ອ່ຽງ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍຶນ​ຍົງໃນ​ອະ​ນາ​ຄົດ ແລະ ບັນ​ດາ​ສິ່ງ​ບຸ​ລິ​ມະ​ສິດ​ຂອງ ອາ​ຊຽນ ຫຼັງ​ໂຄວິດ - 19” ຕ້ອງ​ມີ​ເວ​ລາ​ຕື່ມ​ອີກ ເພື່ອ​ຜັນ​ຂະ​ຫຍາຍ, ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ເດືອນ​ກໍ​ລະ​ກົດ ປີ 2022, ລາຍ​ງານ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຂອງ​ນັກ​ສຶກ​ສາ​ພາຍຫຼັງ​ຮຽນ​ຈົບ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ເດືອນ​ກັນ​ຍາ ປີ 2022.

ກອງ​ປະ​ຊຸມ​ກໍ່ໄດ້​ປຶກ​ສາ​ຫາ​ລຶ​ກ່ຽວ​ກັບ​ການ​ກະ​ກຽມ​ບົດ​ລາຍ​ງານ​ຄວາມ​ກ້າວ​ໜ້າ​ປະ​ຈຳ​ປີ​ຄັ້ງ​ທີ 4 ຂອງ MPAC 2025 ແລະ ວຽກ​ງານ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທ້າຍ​ປີ ຂອງ ACCC ລວມ​ມີ 4ກອງ​ປະ​ຊຸມ​ໃນ​ເດືອນ​ກັນ​ຍາ 2022 ຢູ່​ກຳ​ປູ​ເຈຍ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ອາ​ຊຽນ​ຈະ​ສຸມ​ໃສ່​ແຫຼ່ງ​ກຳ​ລັງ, ຂົນ​ຂວາຍ​ບັນ​ດາ​ຝ່າຍ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ​ໜູນ​ຊ່ວຍ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ໃນ​ບັນ​ດາ​ຂົງ​ເຂດ​ຍຸດ​ທະ​ສາດ.

ລະ​ອຽດ, ອາຊຽນ ຈະໃຫ້ບຸລິມະສິດການຈັດຕັ້ງປະຕິບັດ ຫຼື ສືບ​ຕໍ່​ປະ​ຕິ​ບັດ​ໝາກ​ຜົນ​ຂອງ​ບັນ​ດາ​ໂຄງ​ການກ່ຽວ​ກັບ​ການ​ຕີ​ລາ​ຄາອະນາຄົດຂອງພື້ນຖານໂຄງລ່າງແບບຍືນຍົງ ແລະ ບຸລິມະສິດຫຼັງໂລກລະບາດ, ສ້າງຖານຂໍ້ມູນເສັ້ນທາງການຄ້າ, ສ້າງວັດຈະນານຸກົມກ່ຽວ​ກັບ Open Data ອາຊຽນ, ເພີ່ມທະວີການພັດທະນາພື້ນ​ຖານດີຈີຕອນຂອງອາຊຽນ, ກໍ່ສ້າງຕົວເມືອງໃນ​ຍຸດ​ທະ​ສາດຫັນ​ເປັນ​ສ້າງ​ຕົວ​ເມືອງ​ແບບ​ຍືນ​ຍົງ​ຂອງ​ອາ​ຊຽນ, ຍົກ​ສູງ​ການ​ບຳ​ລຸ​ງ​ສ້າງການສອນ​ວິ​ຊາ​ຊີບ ​ແລະ ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ອາ​ຊຽນ​ໃນ​ໄລ​ຍະ​ໃຫມ່.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສືບຕໍ່ເພີ່ມທະວີການຊຸກຍູ້ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບເນື້ອໃນ ແລະ ຜົນປະໂຫຍດຂອງ MPAC 2025 ແລະ ສືບຕໍ່ຊຸກຍູ້ຍຸດທະສາດການສື່ສານ MPAC 2025 ໃນເຄິ່ງທີສອງຂອງປີ 2022.

ກອງ​ປະຊຸມ​ຍັງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ແຈ້ງ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ພິ​ເສດ​ຂອງ​ອາ​ຊຽນ ​ໃນ​ການ​ປະຕິບັດ​ໂຄງການ MPAC 2025, ​ເພີ່ມ​ທະວີ​ກົນ​ໄກ​ປະສານ​ງານ, ​ເຊື່ອມ​ໂຍງ​ການ​ປະຕິບັດ MPAC 2025 ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ພາກພື້ນ ແລະ ບັນດາປະເທດຄູ່ຮ່ວມມືຂອງ​ອາ​ຊຽນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.