ຫວຽດ​ນາມ ແລະ ອິນ​ເດຍ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຢາ, ການ​ແພດ

15:00 | 08/07/2022

ຍ​ສ​ໝ - ເຫດ​ການປີ​ນີ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ອິນ​ເດຍ ແລະ ຫວຽດ​ນາມ ​ປະ​ມານ 200 ແຫ່ງ ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຜະ​ລິດ​ຕະ​ພັນ​ການ​ຢາ ແລະ ສາ​ທາ​ລະ​ນະ​ສຸກ.

ໄທມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ ໄທມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ
ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ
ຫວຽດ​ນາມ ແລະ ອິນ​ເດຍ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຢາ, ການ​ແພດ
ພາບ​ປະ​ກອບ: TTXVN

ວັນ​ທີ 5 ກໍ​ລະ​ກົດ, ສາ​ຂາ​ສະ​ຫະ​ພັນການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ (VCCI ໂຮ່​ຈີ​ມິນ) ໄດ້​ສົມ​ທົບ​ກັບ​​ສະ​ພາ​ສົ່ງ​ເສີມ​ການ​ສົ່ງ​ອອກ​ການ​ຢາ ອິນ​ເດຍ (PHARMEXCIL) ຈັດ​ຕັ້ງ​ສະ​ພາ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ອິນ​ເດຍ - ຫວຽດ​ນາມ ໃນ​ຂົງ​ເຂດຜະ​ລິດ​ຕ​ະ​ພັນ​ການ​ຢາ ແລະ ​ສາ​ທາ​ລະ​ນະ​ສຸກ.

ເຫດ​ການປີ​ນີ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ອິນ​ເດຍ ແລະ ຫວຽດ​ນາມ ​ປະ​ມານ 200 ແຫ່ງ ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຜະ​ລິດ​ຕະ​ພັນ​ການ​ຢາ ແລະ ສາ​ທາ​ລະ​ນະ​ສຸກ.

ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ Pranay Verma ​ເນັ້ນ​ໜັກ​ວ່າ: ຂະ​ແໜງ​ການ​ຢາ ອິນ​ເດຍ ໄດ້ ແລະ ພວມ​ແມ່ນ​ໂຮງງານ​ຜະລິດ​ຢາ​ຂອງ​ໂລກ, ສະ​ນັ້ນ ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ຫວຽດນາມ ​ແລະ ອິນ​ເດຍ ເວົ້າ​ລວມ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ເວົ້າ​ສະ​ເພາະ​ໃນ​ຂະ​ແໜງ​ການ​ຢາ ​ແລະ ການ​ແພດ.

ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອິນ​ເດຍ ສາມາດຍູ້​ແຮງການ​ຮ່ວມ​ມື​ລະ​ຫວ່າງຂະ​ແໜງ ​​ໃນ​ຂະ​ແໜງ​ການ​ຢາ ​ແລະ ການ​ແພດ ​ເຊັ່ນ: ກາ​ນ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ການ​ແພດ​ສາ​ທາ​ລະ​ນະ​… ​ເພື່ອມຸ່ງ​ໄປ​ເຖິງ​ການການ​ພັດທະນາ​ການ​ພົວພັນ​ການ​ຄ້າ ​ແລະ ການ​ລົງທຶນ​ແບບ​ຍືນ​ຍົງ​ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ ສອງ​ປະ​ເທດ.

ປະ​ຈຸ​ບັນ, ອິນ​ເດຍ​ຢືນ​ອັນ​ດັບ​ທີ 3 ກ່ຽວ​ກັບ​ຈຳ​ນວນ​ຜະ​ລິດ​ຕະ​ພັນ​ການ​ຢາ​ໃນ​ທົ່ວ​ໂລກ ແລະ ​ອັນ​ດັບ 14 ກ່ຽວ​ກັບ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ນີ້. ບັນດາ​​ບໍ​ລິ​ສັດການ​ຢາ​ແຖວ​ໜ້າຂອງ​ອິນ​ເດຍ ລ້ວນ​ແຕ່​ບັນລຸ​ໄດ້​ມາດຕະຖານ​ສາກົນ​ຫຼາຍ​ຢ່າງ​ ນັບແຕ່ຂອງ ອາ​ເມ​ລິ​ກາ, ອີ​ຢູ, ອົດ​ສະ​ຕາ​ລີ... ​ແລະ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອິນ​ເດຍ ລ້ວນ​ແຕ່​ມີ​ຄວາມຕ້ອງ​ການຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຢາ, ພິ​ເສດ​ແມ່ນກາ​ນ​ຜະ​ລິດ​ວັກ​ຊິນ​ກັນໂຄວິດ - 19.

ຕາມ​ຕົວ​ເລກ​ສະຖິຕິແລ້ວ, ປະຈຸ​ບັນ, ຂະໜາດ​ຂອງ​ຕະຫຼາດ​ການ​ຢາ​ຂອງ​ຫວຽດນາມ ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ເກືອບ 100 ລ້ານ​ຄົນ ດ້ວຍ​ມູນ​ຄ່າ​ການ​ບໍລິ​ໂພ​ກຢາ​ຕໍ່​ຫົວ​ຄົນ​ປະມານ 64 USD/ປີ. ​ໃນ​ຂະນະ​ນັ້ນ, ຕະຫຼາດ​ການ​ແພດ​ຫວຽດນາມ ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ກາຍ​ເປັນ​ຈຸດໝາຍ​ທີ່​ມີ​ທ່າ​ແຮງ​ຂອງ​ບັນດາ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ທ່ານ ເຈິ່ນງອກ​ລຽມ, ຫົວ​ໜ້າ VCCI ​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ການ​ພົວພັນ​ດ້ານ​ການ​ຄ້າ, ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ 10 ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, 2 ປະ​ເທດ​ໄດ້​ວາງ​ຄາດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ກັບ ຫວຽດນາມ - ອິນ​ເດຍ ​ໃຫ້​ບັນລຸ​ໄດ້ 15 ຕື້ USD ​ໂດຍ​ໄວ. ໃນໄລຍະຈະມາເຖິງ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຫວຽດນາມ ​ແລະ ອິນ​ເດຍ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ, ມີ​ທ່າ​ໄດ້​ປຽບ​ໃນ​ການແກ່ງແຍ້ງ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ການ​ຢາ ​ແລະ ​ເສດຖະກິດ.

ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ​ຍັງ​ໄດ້​ປັບປຸງ​ລະບຽບ​ການ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ອິນ​ເດຍມີ​ສິດເສລີ​ໃນ​ການເຂົ້າ​ຮ່ວມ​ປະມູນ​ສະ​ໜອງ​ຢາ​ໃຫ້​ບັນດາຮາກ​ຖານ​ສາທາລະນະ​ສຸກພາກລັດ​ດ້ວຍ​ວິ​ສາ​ຫະກິດ​ທີ່​ຕອບສະໜອງໄດ້ຕາມຄວາມຕ້ອງການກ່ຽວກັບຄຸນ​ນະພາ​ບ.

ພິ​ເສດ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ຂະ​ແໜງ​ການ​ຢາ, ລັດຖະບານ ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ການ​ລົງທຶນ​ຜະລິດ​ຢາ ​ແລະ ວັກ​ຊິນ, ຊຸກຍູ້​ການ​ຄົ້ນຄວ້າ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ຜະລິດ​ຢາ​ໃໝ່ ​ແລະ ອື່ນໆ.

​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການ​ພົວພັນ​ຄູ່​ຮ່ວມ​ມື​ວິ​ສາ​ຫະກິດ ອິນ​ເດຍ - ຫວຽດນາມ ​ໃນ​ຂົງ​ເຂດ​ການ​ຢາ ​ແລະ ການ​ແພດ, ນອກຈາກ​ ​ໄດ້​ຮັບ​ການອັບເດດ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ກົນ​ໄກ ​ແລະ ນະ​ໂຍບາຍ, ທ່າ​ແຮງ​ດ້ານ​ຕະຫຼາດ, ການ​ລົງທຶນ ​ແລະ ກາ​ລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ...ແລ້ວ ປະຊາຄົມວິສະຫະກິດຂອງ​ສອງ​ຝ່າຍ​ຍັງ​ໄດ້​ຮັບ​ການ​ໜູນຊ່ວຍ, ພົບ​ປະ​ ແລະ ​ການ​ຄ້າ​ໂດຍ​ກົງ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.