ຖົ່ວ​ລຽນ​ຫວຽດ​ນາມ ໄດ້​ຮັບ “ວີ​ຊາ” ສົ່ງ​ອອກ​ໄປ​ຍັງ ຈີນ ຢ່າງ​ເປັນ​ທາງ​ການ

10:26 | 14/07/2022

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 11 ກໍລະກົດ​ນີ້​ເປັນ​ຕົ້ນ​ໄປ, ຖົ່ວ​ລຽນ​ຫວຽດນາມ​ຈະ​ໄດ້​ຮັບ​ການ​ສົ່ງ​ອອກ​ໄປ​ຈີນ​ຢ່າງ​ເປັນ​ທາງ​ການ​ໂດຍ​ຜ່ານທຸກ​ດ່ານ​ຊາຍ​ແດນ.

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອັງ​ກິດ​ບັນ​ລຸ​ໄດ້ ຜົນ​ສ​ຳ​ເລັດຫຼາຍ​ຢ່າງ, ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອັງ​ກິດ​ບັນ​ລຸ​ໄດ້ ຜົນ​ສ​ຳ​ເລັດຫຼາຍ​ຢ່າງ, ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ຮົງ​ກາ​ຣີ ຢ່າງ​ເປັນ​ທາງ​ການ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ຮົງ​ກາ​ຣີ ຢ່າງ​ເປັນ​ທາງ​ການ
ຖົ່ວ​ລຽນ​ຫວຽດ​ນາມ ໄດ້​ຮັບ “ວີ​ຊາ” ສົ່ງ​ອອກ​ໄປ​ຍັງ ຈີນ ຢ່າງ​ເປັນ​ທາງ​ການ
ພາບ​ປະ​ກອບ: AH

ວັນ​ທີ 11 ກໍລະກົດ​ນີ້, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດ​ນາມ ​ແລະ ກົມ​ໃຫຍ່​ພາສີ​ຈີນ​ ໄດ້​ລົງ​ນາມ​ໃນ​ຈົດ​ໝາຍ​ເຈດ​ຈຳ​ນົງ​ກ່ຽວ​ກັບ​ຂໍ້​ກຳນົດ​ດ້ານ​ສຸຂະ​ອະນາ​ໄມພືດ​ສຳລັບ​ໝາກຖົ່ວ​ລຽນນຳ​ເຂົ້າຈາກ​ຫວຽດນາມ​ໄປ​ຈີນ.

ຕາມ​ນັ້ນ​ແລ້ວ, ໝາກ​ຖົ່ວ​ລຽນ ຂອງ​ຫວຽດນາມ​ຈະ​ຖືກ​ນຳ​ເຂົ້າ​ຜ່ານ​ທຸກດ່ານ​ຊາຍ​ແດນ​ນຳ​ເຂົ້າ​ໝາກ​ໄມ້​ທັງ​ໝົດ​ຂອງ​ຈີນ. ​ເມື່ອ​ໝາກ​ຖົ່ວ​ລຽນ​ຮອດ​ດ່ານ​ຊາຍ​ແດນ​ຈີນ, ຝ່າຍ​​ພາສີ​ຈີນ​ຈະ​ກວດກາ​ເອກະສານ ​ແລະ ​ໜັງ​ສື​ທີ່​ກ່ຽວຂ້ອງ​ ແລະ​ ປະ​ຕິ​ບັດ​ຂັ້ນ​ຕອນການກວດກາ.

​ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ທຸກ​ຂົງ​ເຂດ​ປູກ, ກໍ​ຄື​ຮາກ​ຖານ​ຫຸ້ມ​ຫໍ່​ເພື່ອ​ສົ່ງ​ອອກຖົ່ວ​ລຽນ​ໄປ​ຍັງ​ຈີນ, ຕ້ອງ​ໄດ້​ຂຶ້ນ​ທະບຽນ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ຫວຽດ​ນາມ ແລະ ໄດ້​ຮັບ​ການອະນຸມັດ​ຈາກ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດ​ນາມ ​ແລະ ກົມ​ພາສີ ​ຂອງ​ຈີນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.