ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ

08:43 | 14/07/2022

ຍ​ສ​ໝ - ​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ກົມ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກາ, ກົມພິ​ທີ​ການ ​ກະຊວງ​ການ​ຕ່າງປະ​ເທດ.

ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ຂຽນ​ປຶ້ມໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ (ພາບ: baoquocte.vn)

ຕອນບ່າຍວັນທີ 11 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫຽວ ໄດ້ໄປສະຖານທູດ ສາທາລະນະລັດ ອັງໂກລາ ປະຈຳ ຫວຽດນາມ ເພື່ອຂຽນປື້ມໄວ້ອາໄລ ແລະ ສະແດງຄວາມເສຍໃຈຕໍ່ການເສຍຊີວິດຂອງອະດີດປະທານາທິບໍດີ ອັງໂກລາ José Eduardo dos Santos.

​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ກົມ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກາ, ກົມພິ​ທີ​ການ ​ກະຊວງ​ການ​ຕ່າງປະ​ເທດ.

ຢູ່ທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງຫຽວ ໄດ້ຂຽນປື້ມໄວ້ອາໄລ ສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ José Eduardo dos Santos ແລະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງເຖິງລັດຖະບານ ແລະ ປະຊາຊົນ ອັງໂກລາ ແລະ ຄອບຄົວຂອງທ່ານປະທານາທິບໍດີ José Eduardo dos Santos.

​ຂຽນ​ປຶ້ມ​ໄວ້ອາ​ໄລ​ຢູ່​ສະຖານທູດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມກວາງ​ຫຽວ ​ໄດ້​ຂຽນ​ວ່າ: “ຂໍ​ສະ​ແດງ​ຄວາມເສຍ​ໃຈ​ຢ່າງ​ຍິ່ງ​ຕໍ່ການຈາກໄປຂອງ​ທ່ານ José Eduardo dos Santos, ອະດີດ​ປະທານາທິບໍດີ ສາທາລະນະ​ລັດ ອັງໂກລາ. ຕາງໜ້າລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພວກເຮົາຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ອັງໂກລາ ແລະ ຄອບຄົວຂອງ ທ່ານ José Eduardo dos Santos ສໍາລັບການສູນເສຍອັນໃຫຍ່ຫຼວງຄັ້ງນີ້”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.