ສ​ິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ​ຝ​ລັ່ງ ມາ​ຮອດ​ຫວຽດ​ນາມ

08:07 | 15/07/2022

ຍ​ສ​ໝ - ຫວ່າງແລ້ວນີ້, ໄດ້​ດຳ​ເນີນ​ເຫດ​ການ​ໄຂ​ສັບ​ປະ​ດາ​ສິ່ງຍອ​ດ​ຍິ່ງ​ອາ​ຫານ​ການ​ກິນ ຝ​ລັ່ງ​ ຢູ່​ສູນ MM Mega Market ອານ​ຝຸ, ນະ​ຄອນ​ໂຮ່​ຈີ​ມິນ, ເພື່ອ​ແນະ​ນຳ​ຜະ​ລິ​ດ​ຕະ​ພັນ​ກ່​ວາ 250 ຢ່າງ​ທີ່​ມີ​ເຄື່ອງ​ໝາຍການຄ້າ​ທີ່​ມີ​ຊື່​ສຽງ​ຂອງ​ຝ​ລັ່ງ.

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ ປີ 2022 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ເຊື່ອມ​ຕໍ່​ອາ​ຊຽນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ ປີ 2022 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ເຊື່ອມ​ຕໍ່​ອາ​ຊຽນ
ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ
ສ​ິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ​ຝ​ລັ່ງ ມາ​ຮອດ​ຫວຽດ​ນາມ
ພາບ​ປ​ະ​ກອບ​: kinhtedothi.vn

ສັບ​ປະ​ດັບສິ່ງຍອ​ດ​ຍິ່ງ​ອາ​ຫານ​ການ​ກິນ ຝ​ລັ່ງ ໄດ້​ດຳ​ເນີນ​ຮອດ​ວັນ​ທີ 20 ກໍ​ລະ​ກົດ, ຢູ່​ທຸກ​ສູນ MM Mega Market ໃນ​ທົ່ວ​ປະ​ເທດ. ຈຸດ​ພົ້ນ​ເດັ່ນ​ຂອງ​ເຫດ​ການ​ນີ້​ແມ່ນ​ການ​ແນະ​ນຳ​ຜະ​ລິ​ດ​ຕະ​ພັນ 250 ຢ່າງ​ທີ່​ມີ​ເຄື່ອງ​ໝາຍການຄ້າ​ທີ່​ມີ​ຊື່​ສຽງ​ຂອງ​ຝ​ລັ່ງ​. ໃນ​ສັບ​ປະ​ດາ​ນີ້, ລູກ​ຄ້າ​ກໍ່​ມີ​ໂອ​ກາດ​ໄດ້​ຊື້​ຜະ​ລິດ​ຕະ​ພັນ ດ້ວຍ​ລາ​ຄາ​ທີ່​ດຶງ​ດູດ​ໃຈ, ພິ​ເສດ​ໄດ້​ຄູນຄະ​ແນ​ນ​ສະ​ສົມ​ຮອດ 10 ເທົ່າ​ຢູ່​ໂປ​ແກຼມ​ຂອງ Mcard. ຝ​ລັ່ງ​ແມ່ນ​ປະ​ເທດ​ທີ່​ມີ​ຊື່​ສຽງ​ດ້ວຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ ແລະ ສຸ​ພາບ. ອາ​ຫານ​ການ​ກິ​ນ​ຝ​ລັ່ງ​ແມ່ນ​ການ​ປະ​ສົມ​ປະ​ສານ​ຢ່າງ​ຄົບ​ຖ້ວນຂອງ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ມູນ​ເຊື້ອ ແລະ ສ່ວນຫຼາຍ​ແມ່ນ​ທັກ​ສະ​ໃນ​ການ​ແຕ່​ງກິນ​ທີ່​ພິ​ຖີ​ພິ​ຖັນ. ປີ 2010, ອາ​ຫານ​ການ​ກິນ​ຝ​ລັ່ງ ໂດຍ UNESCO ໄດ້ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະທໍາ​ບໍ່​ເປັນ​ວັດ​ຖຸ​ຂອງ​ໂລກ, ສິ່ງ​ນີ້​ກໍ່​ເຮັດ​ໃຫ້​ປະ​ເທດ​ຝ​ລັ່ງ​ ກາຍ​ເປັນ​ປະ​ເທດ​ຂອງ​ບັນ​ດາ​ພໍ່​ຄົວ ຫຼື ຮ້ານ​ອາ​ຫານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ໂລກ, ນອນ​ໃນ​ລະ​ບົບດາວ​ຂອງ Michelin.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.