ການ​ທ່ອງ​ທ່ຽວຫວຽດ​ນາມ​ ຍາມ​ລະ​ດູ​ແລ້ງ - ກ​ານ​ທ່ອງ​ທ່ຽວ​ທີ່​ເປັນ​ໜ້າ​ລອງ​ໃນ​ຊີ​ວິດ

08:35 | 11/07/2022

ຍ​ສ​ໝ - ໜັງ​ສື​ພິມ Travel + Leisure ສັບ​ຊ້ອນ​ການ​ທ່ອງ​ທ່ຽວ​ບັນ​ດາ​ປະ​ເທດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ນັ້ນ​ມີ ຫວຽດ​ນາມ ເຂົ້າ​ບັນ​ຊີ​ການ​ພັກ​ຜ່ອນ​ໃນລະ​ດູ​ແລ້ງ​ທີ່​ເປັນ​ໜ້າ​​ລອງ.

ການ​ລົງ​ຕົວ​ຈິງ​ລະ​ດູ​ແລ້ງ​ຢູ່ກວານ​ລ້ານ ການ​ລົງ​ຕົວ​ຈິງ​ລະ​ດູ​ແລ້ງ​ຢູ່ກວານ​ລ້ານ
ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕໍ່​ໄປ​ແມ່ນ​ບັນ​ດາ​ສ​ະ​ຖານ​ທີ່​ໜັງ​ສື​ພິມ Travel + Leisure ໄດ້​​ແນະນຳໃນ​ການ​ທ່ອງ​ທ່ຽວ​ລະ​ດູ​ແລ້ງເຊິ່ງ​ແຂກ​ທ່ອງ​ທ່ຽວ​ຄວນ​​ລອງ​ຢ່າງ​ໜ້ອຍ​ສຸດ 1 ເທື່ອ​ໃນ​ຊີ​ວິດ. ນັ້ນ​ຈະ​ແມ່ນ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ໜ້າ​ຈົດ​ຈຳ, ປຸກ​ລຸກ​ອາ​ລົມ, ນຳ​ມາ​ເຊິ່ງ​ຄວາມ​ແຕກ​ຕ່າງ​ກັນ ແລະ ເຈົ້າ​ຈະ​ເລົ່າ​ເລື່ອງ​ນີ້​ໃນ​ຊຸມ​ປີ​ທີ່ຍັງເຫຼືອໃນ​ຊີ​ວິດ​ຂອງ​ຕົນ.

ການ​ທ່ອງ​ທ່ຽວຄົ້ນຫາ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຄົ້ນ​ຫາ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ນ້ອຍ (ພາບ: vnexpress.net)
ຄົ້ນ​ຫາ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ນ້ອຍ (ພາບ: vnexpress.net)

ຢ້ຳ​ເຖິງ​ການ​ທ່ອງ​ທ່ຽວ​ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້, ໜັງ​ສື​ພິມ Travel + Leisure ຂຽນ​ວ່າ: ຖ້າ​ເພື່ອນ​ໄດ້​ຮັບ​ຊົມ​ພາບ​ຖ່າຍ​ໃນ Instagram, ປັດ​ຈຸ​ບັນ​ແມ່ນ​ຈຸດ​ເວ​ລາ​ເພື່ອ​ຄົ້ນ​ຫາ​ຫວຽດ​ນາມ, ກຳ​ປູ​ເຈຍ, ໄທ ຫຼື ບາ​ລີ, ອິນ​ໂດ​ເນ​ເຊຍ ​ດ້ວຍ​ຕົນ​ເອງ. ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ແຕ່ງ​ກິນ​ຂອງ​ຊາວ​ທ້ອງ​ຖິ່ນ, ໄປ​ວັດ​ວາ​ອາ​ຮາມ... ແລະ ຈົ່ງ​ດຳ​ລົງ​ຊີວິດ​ສຸດຈິດສຸດໃຈ​ໃນ​ການ​ທ່ອງ​ທ່ຽວ​ດັ່ງ​ກ່າວ, ນັບ​ທັງ​ໃນ​ເວ​ລາ​ເຈົ້າ​ມີ​ພຽງ​ແຕ່​ເງິນ​ປະ​ຢັດ​ເທົ່າ​ນັ້ນ. ສະ​ຖານ​ທີ່​ແຫ່ງ​ນີ້ ມີ​ຊື່​ສຽງ​ດ້ວຍ​ລາ​ຄາ​ທີ່​ສົມ​ເຫດ​ສົມ​ຜົນ ຈາກ​ອາ​ຫານ​ການ​ກິນ ຕະຫຼອດ​ຮອດ​ໂຮງ​ແຮມ, ບັນ​ດ​າ​ການ​ເຄື່ອນ​ໄຫວ​ລະຫຼີ້ນ​ບັນ​ເທິງ, ການ​ທ່ອງ​ທ່ຽວ. ມັນ​ຕ່ຳ​ກ່​ວາ​ເມື່ອ​ທຽ​ບ​ໃສ່​ກັບ​ຈຳ​ນວນ​ເງິນ​ທີ່​ແຂກ​ທ່ອງ​ທ່ຽວ​ຄິດ​.

ໄປ​ທ່ອງ​ທ່ຽວ La Dolce Vita ຂອງ ອີ​ຕາ​ລີ

Venice ຕອນ​ກາງ​ຄືນ (ພາບ: NVCC)
Venice ຕອນ​ກາງ​ຄືນ (ພາບ: NVCC)

ເມື່ອ​ເວົ້າ​ເຖິງ​ຄວາມ​ໂຮ​ແມນ​ຕິກ, ບໍ່​ມີ​ບ່ອນ​ໃດ​ສາ​ມາດ​ປຽບ​ທ​ຽບ​ໄດ້​ກັບ​ຄວາມມີ​ສະ​ເໜ່​ຂອງ​ປະ​ເທດ​ອີ​ຕາ​ລີ, Rome ມີ​ປະ​ຫວັດ​ຄວາມ​ເປັນ​ມາ​ແຕ່​ຕົນ​ນານ, Venice ມີ​ຄວາມ​ດຶງ​ດູດ​ໃຈ​ດ້ວຍ​ສິ​ລ​ະ​ປະ, Milan ມີ​​ສະເໜ່​ຂອງ​ແຟຊັນ...ນອກ​ຈາ​ກ​ນັ້ນ, ອີ​ຕາ​ລີ​ຍັງ​ມີ​ແຄມ​ທະ​ເລ​ຢູ່​ອາດ​ລັງ​ຕິກ ທີ່​ມີ​ສະ​ເໜ່, ມີ​ເຫຼົ້າ​ແວັງ​ຂອງ​ເຂດ Tuscany ແລະ pizza...

ໄປ​ທົ່ວ​ເຂດ​ເອີ​ລົບ​ດ້ວຍ​ລົດ​ໄຟ

ໃນ​ຂະ​ນະ​ທີ່​ບັນ​ດາ​ສະ​ໜາມ​ບິນ​ເອີ​ລົບ​ພວມ​ນຳ​ໃຊ້​ເກີນກຳລັງ, ການ​ເດີນ​ທາງ​ດ້ວຍ​ລົດ​ໄຟ​ແຕ່​ປະ​ເທດ​ນີ້​ໄປ​ຍັງ​ປະ​ເທດ​ອື່ນ​ແມ່ນ​ສິ່ງ​ທີ່​ບັນ​ດາ​ນັກ​ຊ່ຽວ​ຊານ​ສົ່ງ​ເສີມ. ເພື່ອນ​ຈົ່ງ​ວາດ​ພາດ​ການ​ພັກ​ຜ່ອນ​ຍາມ​ລະ​ດູ​ແລ້ງ​ທີ່​ເປັນ​ໜ້າ​ຈັບ​ໃຈ ກິນ​ເຂົ້າ​ໜົມ​ຢູ່​ຕິນ​ຫໍ Eiffel, ຖີບ​ລົດ​​ຢູ່​ແຄມ​ຄອງ​ເໝືອງ Amsterdam, ຂຸດ​ຄົ້ນ​ບັນ​ດາຄະ​ລື​ຫາດ​ເກົ່າ​ແກ່​ຢູ່​ອັງ​ກິດ...

ແວ່​ຢາມ Morocco

ພາບ​ປະ​ກອບ:  NVCC
ພາບ​ປະ​ກອບ: NVCC

ປະ​ເທດ​ Morocco ຢູ່​ທ​າງ​ທິດ​ໃຕ້ ປະ​ເທດອ​າ​ຟຼິກ​ກາ ມີ​ປະ​ຫວັດ​ສາດ​ທີ່​ອຸ​ດົມ​ສົມ​ບູນ ແລະ ການ​ລົງ​ພຶດ​ຕິ​ກຳ​ຕິວ​ຈິງ​ທີ່​ດຶງ​ດູດ​ທຸກສ່ວນສຳຜັດ​ຂອງ​ແຂກ​ທ່ອງ​ທ່ຽວ, ຕາມ​ການ​ຕີ​ລາ​ຄາ​ຈາກ ໜັງ​ສື​ພິມ Travel + Leisure. ຈາກ​ການຮັບ​ຊົມ​ບັນ​ດາ​ຮ້ານ​ຂາຍ​ເຄື່ອງ​ຢູ່​ທ້ອງ​ຖິ່ນ ຢູ່​ລຽບ​ຕາມ​ເສັ້ນ​ທາງ​ຂອງ​ເຂດ​ເມືອງ​ເກົ່າ Mararakesh ຕະ​ຫຼອດ​ຮອດ​ການ​ຂີ່ ໂຕ​ອູດ ເພື່ອ​ຮັບ​ຊົມຍາມສາ​ຍັນ, ນັບ​ດາວ​ຢູ່ຍານ​ພາ​ວະ​ນະ​​ທ່າມ​ກາງ​ທະ​ເລ​ຊາຍ Sahara...

ເຂົ້າ​ຮ່ວມ​ການ​ທ່ອງ​ທ່ຽວ ກ່ຳ​ປັ່ນ

ການ​ທ່ອງ​ທ່ຽວ​ທະ​ເລ​ແມ່ນ​ຮູບ​ແບບ​ພັກ​ຜ່ອນ​​ທົ່ວ​ໄປ​ເພື່ອ​ມີ​ໄລ​ຍະ​ເວ​ລາທີ່​ມ່ວນ​ຊື່ນ​ດ້ວຍ​ການ​ເຄື່ອນ​ໄຫວ​ລະຫຼີ້ນ​ບັນ​ເທິງ​ຕິດ​ພັນ​ກັບ​ນ້ຳ​ຍາມ​ລະ​ດູ​ຮ້ອນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ກິນ​ອາ​ຫານ, ເຄື່ອງ​ດື່ມ​ຢູ່​ກ່ຳ​ປັ່ນ, ແວ່​ຍາມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃໝ່​ເມື່ອ​ກ່ຳ​ປັນ​ເຂົ້າ​ທຽບ​ທ່າ. ເພື່ອ​ນ​ຕ້ອງ​ການ​ຫຍັງ​ອີກ ໃນ​ການ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.