ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ ປີ 2022 ໄດ້​ດຳ​ເນີນ​ຢູ່​ກາວ​ບັ່ງ

12:17 | 08/07/2022

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 6 – 8 ກໍ​ລະ​ກົດ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ກາວ​ບັ່ງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ປີ 2022 ຢູ່​ສູນ​ກອງ​ປະ​ຊຸມ​ແຂວງ ກາວ​ບັ່ງ.

ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ
ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022 ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ ປີ 2022 ໄດ້​ດຳ​ເນີນ​ຢູ່​ກາວ​ບັ່ງ

​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ປີ 2022 ຢູ່​ສູນ​ກອງ​ປະ​ຊຸມ​ແຂວງ ກາວ​ບັ່ງ . (ພາບ: thoidai.com.vn)

ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ມີ​ຜູ້​ແທນ​ກ່​ວາ 200 ທ່ານ ທີ່​ມາ​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກຂັ້ນ​ສູນ​ກາງ, ສະ​ຫະ​ພັນ​ມິດ​ຕະ​ພາບ​ທ້ອງ​ຖິ່ນ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ການ​ນຳ​ບັນ​ດາ​ຂະ​ແໜງ​ການ, ຫົວ​ໜ່ວຍ ແລະ ພະ​ນັກ​ງານ​ອົງ​ການ​ປະ​ຈຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ແມ່ນ​ເພື່ອ​ຄົ້ນຄວ້າ, ​ເປັນ​ເຈົ້າ​ການ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ຄໍາສັ່ງ​ເລກທີ 12 ລົງ​ວັນ​ທີ 5 ມັງກອນ 2022 ຂອງ​ຄ​ະ​ນະ​ເລຂາ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ, ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ທູດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່ ​ແລະ ກຳ​ນົດທິດ​ການ​ທູດ​ປະຊາຊົນ​ໃນ​ປີ 2022; ສົມທົບຫ​ວ​ນ​ຄືນ​ປະຫວັດສາດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ການ​ປະຕິວັດ​ຫວຽດນາມ ​ສະ​ໄໝ​ ລຸງ​ໂຮ່ ກັບ​ເມືອ​ປະ​ເທດ​ເພື່ອ​ນຳພາ​ການ​ປະຕິວັດ​ຫວຽດນາມ (1941) ​ໂດຍ​ກົງ; ພົວ​ພັນແລກປ່ຽນ, ຮຽນຮູ້, ແລກປ່ຽນປະສົບການໃນການປະຕິບັດວຽກງານການທູດປະຊາຊົນລະຫວ່າງບັນດາອົງການຈັດຕັ້ງສະມາຊິກໃນລະບົບ ແລະ ປຶກສາຫາລືບັນດາຮູບແບບການຈັດຕັ້ງ ແລະ ພັດທະນາສະຫະພັນທ້ອງຖິ່ນ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຈະ​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ນະ​ໂຍບາຍ​ການທູດ​ປະ​ຊາ​ຊົນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13, ຄຳ​ສັ່ງເລກ​ທີ 12, ຄຳ​ສັ່ງທິດ​ທາງ, ມະຕິ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການທູດ​ປະ​ຊາ​ຊົນ, ໜ້າ​ທີ່ຂອງ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ; ຮູບ​ແບບ​ການ​ຈັດ​ຕັ້ງ​ຂອງ​ສະ​ຫະ​ພັນ​ມິດ​ຕະ​ພາບ​ທ້ອງ​ຖິ່ນ; ວິທີແກ້ໄຂເພື່ອປັບປຸງປະສິດທິພາບການປະສານງານໃນລະບົບສະຫະພັນມິດຕະພາບ ແລະ ການສົນທະນາກຸ່ມ.

ແລະ​ກໍ່​ໃນ​ລາຍ​ການ, ຄະ​ນະ​ຜູ້​ແທນ​ຈະ​ໄດ້​ຢ້ຽມ​ຢາມ​ເຂດ​ມໍ​ລະ​ດົກ​ປັກ​ປໍ ແລະ ຈູດ​ທູບ​ໄຕ້​ທຽນ, ລາຍ​ງານ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ຢູ່​ວິ​ຫານ​ລຸງ​ໂຮ່​ຢູ່​ປັກ​ປໍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.