ນະ​ຄອນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ດ່າ​ນັ້ງ ໄດ້​ຈັດ​ເຂົ້າ​ໃນ Top ນະ​ຄອນ​ດີ​ທີ່​ສຸດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ນະ​ຄອນ​ໂຮ່​ຈີ​ມິນ, ຮ່າ​ໂນ້ຍ, ດ່າ​ນັ້ງ ໄດ້​ຈັດ​ເຂົ້າ​ໃນ Top ນະ​ຄອນ​ດີ​ທີ່​ສຸດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຍ​ສ​ໝ - ຫວ່າງ​ມໍ່ໆ​ມາ​ນີ, ວາ​ລະ​ສານ Travel & Leisure ຫາ​ກໍ່​ປະ​ກາດ​ລາງວັນ Asia’s Best Awards 2022. ຢູ່​ລາຍ​ການ​ນະ​ຄອນ​ແຖວ​ໜ້າ​ອາ​ຊີ​ຕ​າ​ເວັນ​ອອກ, ຫວຽດ​ນາມ ມີ​ດ່າ​ນັ້ງ​ຢືນ​ຢູ່​ອັນ​ດັບ​ທີ 3, ຮ່າ​ໂນ້ຍ​ຢືນ​ຢູ່​ອັນ​ດັບ​ທີ 5 ແລະ ນະ​ຄອນ​ໂຮ່​ຈີ​ມິນ​ຢືນ​ຢູ່​ອັນ​ດັບ​ທີ 8.

ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Travel & Leisure ແມ່ນວາລະສານການທ່ອງທ່ຽວແຖວໜ້າໂລກ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ນິວຢອກ (ປະເທດ ອາເມລິກາ) ແລະ ມີຜູ້ເຂົ້າອ່ານກ່ວາ 16 ລ້ານເທື່ອຄົນຕໍ່ເດືອນ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ກັບ​ການນຳໂຮງຮຽນ Imperial College London

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ກັບ​ການນຳໂຮງຮຽນ Imperial College London

ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນ​ນະ​ໂຍບາຍແຖວໜ້າ​ຂອງ​ຊາດ. ຫວຽດນາມ ມີແຜນນະໂຍບາຍຍູ້ແຮງ​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ.

ເຂົ້າ​ຕົ້ມ​ດຳ​ເມື່ອງ​ລໍ່

ເຂົ້າ​ຕົ້ມ​ດຳ​ເມື່ອງ​ລໍ່

ຍ​ສ​ໝ - ອາ​ຫານ​ທີ່​ມີ​ຊື່​ສຽງ​ໃນ​ອາ​ຫານ​ກາ​ນ​ກິນ​ຂອງ​ປະ​ຊາ​ຊົນ​ອຽນ​ບ໊າຍ ​ບໍ່​ພຽງ​ແຕ່ມີໄສ້ອົ່ວໄສ້ກອກ, ຊາ ​ຊານ​ຕວຽດ​ ຫຼື ​ຊິ້ນ​ຄວາຍ​ແຫ້ງເທົ່າ​ນັ້ນ ຫາກ​ຍັງ​ມີ​ລົດ​ຊາດ​ຂອງ​ເຂົ້າ​ຕົ້ມ​ດຳ ເມື່ອງ​ລໍ່ ນຳອີກ. ຜູ້​ໃດ​ເຄີຍ​ໄດ້ຮັບ​ປະ​ທານ​ແລ້ວ​ ແນ່ນອນ​ວ່າ ຈະ​ບໍ່​ອາດລືມ​​ລົດ​ຊາດ​ທີ່​ແຊບ​ໆ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ນີ້ໄດ້.

ພິ​ທີ​ມອບ​ຮັບ​ອັດ​ຖິ​ນາຍ​ທະ​ຫານ ອາ​ເມ​ລິ​ກາ

ພິ​ທີ​ມອບ​ຮັບ​ອັດ​ຖິ​ນາຍ​ທະ​ຫານ ອາ​ເມ​ລິ​ກາ

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ຄົ້ນ​ຫາ​ອັດ​ຖິ​ນາຍ​ທະ​ຫານ​ອາ​ເມ​ລິ​ກາ​ທີ່ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ຢູ່ ຫວຽດ​ນາມ ແມ່ນ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ລະ​ຫວ່າງ​ສອງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ນີ້​ແມ່ນ​ການມອບ​ຮັບ​ອັດ​ຖິ ​ຄັ້ງ​ທີ 158 ນັບ​ແຕ່​ປີ 1973.

ເຂົ້າສານ ST 25 ແຊບ​ທີ່​ສຸດ​ໃນ​ໂລກ​ຂອງ ຫວຽດ​ນາມ ມີ​ຂາຍ​ຢູ່​ຍີ່​ປຸ່ນ

ເຂົ້າສານ ST 25 ແຊບ​ທີ່​ສຸດ​ໃນ​ໂລກ​ຂອງ ຫວຽດ​ນາມ ມີ​ຂາຍ​ຢູ່​ຍີ່​ປຸ່ນ

ຍ​ສ​ໝ - ທ່ານປະທານ​ກຸ່ມ​ບໍລິສັດ​ການ​ເງິນ​ໂຕ​ກຽວ Kiraboshi, ທັງເປັນ ຜູ້ອຳນວຍການ​ໃຫຍ່​ທະນາຄານ Kiraboshi - ຄູ່​ຮ່ວມ​ມື​ສະໜັບສະໜູນ​ກຸ່ມ​ບໍລິສັດ ເຕິນ​ລອງຂອງ ຫວຽດນາມ ​ໃນ​ການ​ເຂົ້າ​ເຖິງ​ຕະຫຼາດ ຍີ່ປຸ່ນໄດ້ຕີ​ລາຄາ​ສູງ​ຄຸນ​ນະພາ​ບເຂົ້າ​ຂອງ ຫວຽດນາມ ​ແລະ ຖື​ວ່າ: ເຂົ້າ​ປະ​ເພດ​ນີ້​ຈະ​ໄດ້​ຮັບ​ການ​ຊົມ​ໃຊ້​ຢ່າງ​ກວ້າງຂວາງ​ຢູ່​ຕະຫຼາດ ຍີ່ປຸ່ນ.

ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ

ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ

ຍ​ສ​ໝ - ໃນວັນທີ 29 ມິຖຸນາ, ທ່ານນາງ ຫວໍທິແອັງຊວັນ ໄດ້ມີການພົບປະກັບຮອງປະທານາທິບໍດີ ຟີລິບປິນຄົນໃໝ່ ທ່ານນາງ Sara Duterte.

ທ່ານປະທານສະພາແຫ່ງຊາດ ພົບປະກັບກຸ່ມວິສາຫະກິດ ອັງກິດ ທີ່ມາລົງທຶນຢູ່ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ພົບປະກັບກຸ່ມວິສາຫະກິດ ອັງກິດ ທີ່ມາລົງທຶນຢູ່ ຫວຽດນາມ

ຍ​ສ​ໝ - ວັນ​ທີ 30 ມ​ິ​ຖຸ​ນາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເວືອງ​ດິ່ງ​ເຫ້ວ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ Kenneth Atkinson ປະ​ທານ Britcham ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບາງ​ກຸ່ມ​ບໍ​ລິ​ສັດ, ກອງ​ທຶນ​ລົງ​ທຶນ​ຂອ​ງ​ອັງ​ກິດ ທີ່​ພວມ​ດຳ​ເນີນ​ການ​ທຸ​ລະ​ກິດ ຢູ່​ຫວຽດ​ນາມ.

ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ

ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນ, ໃນຂອບເຂດການໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງການຄ້າສາກົນ ອັງກິດ Anne Marie Trevelyan.

ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດປັບປຸງການພົວພັນສາມັກຄີແບບພິເສດກັບລາວ

ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດປັບປຸງການພົວພັນສາມັກຄີແບບພິເສດກັບລາວ

ຕອນບ່າຍວັນທີ 29 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ຮວີງຈຽນຖັງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ນໍາໂດຍທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ວັນທີ 29 ມິຖຸນາ, ກອງປະຊຸມ “ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່” ໄດ້ດຳເນີນຢູ່ ຮ່າໂນ້ຍ ແລະ ໄດ້ເຊື່ອມຕໍ່ກັບເກືອບ 200 ສະຖານທີ່ຖ່າຍທອດສົດຢູ່ພາຍໃນປະເທດ ແລະ ຕ່າງປະເທດ.

ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນປະ​ຊາ​ຊົນ

ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນປະ​ຊາ​ຊົນ

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ (Vietnam- UK Network) Warwick Morris.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.

ອັງ​ກິດ​ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ

ອັງ​ກິດ​ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອັງກິດ John Mcfall ແລະ ທ່ານ ປະທານສະພາຕ່ຳ Linsay Hoyle, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການໃນລະຫວ່າງວັນທີ 28 - 30 ມິຖຸນາ.

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອັງ​ກິດ​ບັນ​ລຸ​ໄດ້ ຜົນ​ສ​ຳ​ເລັດຫຼາຍ​ຢ່າງ, ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອັງ​ກິດ​ບັນ​ລຸ​ໄດ້ ຜົນ​ສ​ຳ​ເລັດຫຼາຍ​ຢ່າງ, ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ

ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.

ຫວຽດ​ນາມ ແລະ ສ. ເຊັກ​ໂກ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ

ຫວຽດ​ນາມ ແລະ ສ. ເຊັກ​ໂກ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ດ້ານ​ເສດ​ຖະ​ກິດ

ປັດຈຸບັນ, ພື້ນຖານເສດຖະກິດຂອງ ຫວຽດນາມ ແລະ ເຊັກໂກ ພວມພັດທະນາຕາມຈັ່ງຫວະຂະຫຍາຍຕົວສູງ ແລະ ພ້ອມກັນເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນພື້ນຖານເສດຖະກິດໂລກ ແລະ ພາກພື້ນ.

ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

ວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະສົນທະນາແບບທາງໄກກັບທ່ານຮອງຫົວໜ້າກຳມະການຄະນະຜູ້ປະຈຳການສະພາຜູ້ແທນປະຊາຊົນແຫ່ງຊາດ (ສະພາແຫ່ງຊາດ) ຈີນ ກວ໊າງເຊີ໊ນ.

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຍຸຕິທຳ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ແລະ ຢັ້ງຢືນ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ອາຊຽນ - ຍີ່ປຸ່ນ.

ລັກ​ສະ​ນະ​ພິ​ເສດ​ຂອງວັນ​ບຸນ​ແຫ່​ໜ້າ​ກາກ​ຕ່ວງ ເຫ້ວ

ລັກ​ສະ​ນະ​ພິ​ເສດ​ຂອງວັນ​ບຸນ​ແຫ່​ໜ້າ​ກາກ​ຕ່ວງ ເຫ້ວ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 28 ມິ​ຖຸ​ນາ, ມີ​ນັກ​ສິ​ລະ​ປະ ກ່​ວາ 200 ຄົນ​ໄດ້​ໃສ່​ໜ້າກາກ ຂອງ​ບັນ​ດາ​ຕົວ​ລະ​ຄອນ​ໃນ​ການ​ສະ​ແດງ​ສິ​ລະ​ປະ​ຕ່ວງ​ເຫ້ວ ເຊິ່ງ​ໄດ້​ສະ​ແດງ ​ແລະ ແຫ່​ຂະ​ບວນ​ໜ້າ​ກາກ​ຕ່ວງ​ນັບ​ແຕ່​ແທັງ​ບິ່ງ ໄປ​ຮອດ​ຖະ​ໜົນ (ຫໍ​ບູ​ຊາ​ບັນ​ພະ​ບຸ​ລຸດ​ຂອງ ການ​ສະ​ແດງ​ສິ​ລະ​ປະ​ຕ່ວງ​ຖະ​ໜົນ​ຈີ​ລັງ, ບ້ານ ຢາ​ໂຮ້ຍ, ນະ​ຄອນ​ເຫ້ວ) ໄປ​ຍັງ​ຝູ​ວັນ​ເລົາ (ນະ​ຄອນ​ເຫ້ວ).

ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ?

ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ?

ຍ​ສ​ໝ - ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ໃນ​ວົງ​ກວ້າງ ແລະ ສະ​ໜອງ​ໜັງສືຜ່ານແດນ​ແບບ​ໃໝ່, ກະ​ຊວງ​ຕຳຫຼວດ​ຈະ​ເລີ່ມ​ປະ​ຕິ​ບັດການ​ສະ​ໜອງໜັງສືຜ່ານແດນແບບ​ໃໝ່​ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ ປີ 2022 ເປັນ​ຕົ້ນ​ໄປ.