ໃນລະຫວ່າງວັນທີ 13-17 ມິຖຸນາ, ອົງການສົ່ງເສີມການຄ້າ ແລະການລົງທຶນ ສ.ເກົາຫຼີ ປະຈໍາ ຮ່າໂນ້ຍ (KOTRA ຮ່າໂນ້ຍ) ໄດ້ໜູນຊ່ວຍການເຊື່ອມຕໍ່ການຄ້າທາງໄກລະຫວ່າງ 10 ຜູ້ສະໜອງທີ່ມາຈາກແຂວງ Chungbuk, ສ.ເກົາຫຼີ ກັບກວ່າ 30 ວິສາຫະກິດຊື້ສິນຄ້າຫວຽດນາມ ປະສົບຜົນສໍາເລັດ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ສົມທົບກັບກອງທຶນພົບປະແລກປ່ຽນສາກົນ ສ.ເກົາຫຼີ ໄດ້ຈັດຕັ້ງເວທີປາໄສ “ເພື່ອອະນາຄົດຂອງຫວຽດນາມ - ສ.ເກົາຫຼີ” ຄັ້ງທີ 5 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ເກົາຫຼີ (1992-2022)...
ຍສໝ - ສະຖາບັນຄົ້ນຄ້ວານະໂຍບາຍດ້ານເສດຖະກິດການຕ່າງປະເທດ ສ.ເກົາຫຼີ (KIEP) ຫາກໍ່ເປີດຕົວປຶ້ມ “30 ປີແຫ່ງການຮ່ວມມືດ້ານເສດຖະກິດ ແລະ ສັງຄົມລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ” ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ສອງຝ່າຍ (1992 - 2022)…
ຍສໝ - ພະແນກສາທາລະນະສຸກ ດ່ານັ້ງ ໄດ້ອະນຸຍາດໃຫ້ບໍລິສັດຫຸ້ນສ່ວນລົງທຶນຂຸດຄົ້ນທ່າອາກາດສະຍານສາກົນ ດ່ານັ້ງ (AHT) ຈັດຕັ້ງການກວດຫາເຊື້ອໂຄວິດ - 19 ແບບໄວໃຫ້ແກ່ແຂກທ່ອງທ່ຽວ ສ.ເກົາຫຼີ ໃນລະຫວ່າງວັນທີ 28 ພຶດສະພາ ຫາວັນທີ 30 ມິຖຸນາ 2022.
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ.
ຍສໝ - ວັນທີ 23 ພຶດສະພາ, ຄະນະກຳມະການປະຊາຊົນ ນະຄອນ ເຫວ້ ໄດ້ສົມທົບກັບອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ຈັດພິທີເປີດໂຄງການ “ກໍ່ສ້າງນະຄອນເຫວ້ ແຫ່ງວັດທະນະທຳ ແລະ ການທ່ອງທ່ຽວທັນສະໄໝ” ໂດຍ ລັດຖະບານ ສ.ເກົາຫຼີ ອຸປະຖຳ.
ຍສໝ - ວັນທີ 12 ພຶດສະພາ, ຢູ່ນະຄອນກຸຍເຍິນ (ແຂວງບິ່ງດິ້ງ), ກະຊວງການຕ່າງປະເທດ, ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດຕັ້ງບັນດາເຫດການ “ພົບປະ ສ.ເກົາຫຼີ - ບິ່ງດິ້ງ 2022”.
ຍສໝ - ວັນທີ 9 ພຶດສະພາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກິ່ນເທີ ໄດ້ສົມທົບກັບຫ້ອງການຊົນເຜົ່າເມືອງ ເກີດໍ ແລະ ຄະນະກຳມະການປະຊາຊົນເທດສະບານ ເກີດໍ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວ ຢູ່ໝູ່ບ້ານມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ເມືອງ ເກີດໍ, ນະຄອນເກິ່ນເທີ.
ຍສໝ - ວັນທີ 13 ເມສາ, ກຸ່ມບໍລິສັດ KT - ບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ໄດ້ປະກາດແຜນການຜັນຂະຫຍາຍການບໍລິການດ້ານການແພດ ທາງໄກຢູ່ຫວຽດນາມ ໂດຍສົມທົບກັບມະຫາວິທະຍາໄລການແພດຮ່າໂນ້ຍ.
ຍສໝ - ວັນທີ 10 ເມສາ 2022, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ, ສະມາຄົມຊາວ ຫວຽດນາມ ປະຈຳ ສ.ເກົາຫຼີ (AVCK) ແລະ ອົງການ KVFFA ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືບັນດາການເຄື່ອນໄຫວໃນການສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສ.ເກົາຫຼີ. ແລະ ຫວຽດນາມ (22 ທັນວາ 1992 - 22 ທັນວາ 2022).
ຍສໝ - ເມື່ອວັນທີ 4 ເມສາ, ກະຊວງຍຸຕິທໍາ ສ.ເກົາຫຼີ (MOJ) ໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີນີ້, ຈະມີແຮງງານ ເຂົ້າປະເທດ ສ.ເກົາຫຼີ ກວ່າ 12.000 ຄົນ, ສິ່ງດັ່ງກ່າວຊ່ວຍແກ້ໄຂສະພາບການຂາດແຮງງານໃນຂົງເຂດກະສິກໍາ ແລະຫາປາ.
ຍສໝ - ເປັນທີ່ໜ້າໃສ່ໃຈແມ່ນ, ອັດຕາສ່ວນກວມຕະຫຼາດຢາງພາລາຂອງຫວຽດນາມ ກວມເອົາ 9,8% ຂອງຍອດການນຳເຂົ້າຢາງພາລາທັງໝົດຂອງ ສ.ເກົາຫຼີ, ເພີ່ມຂຶ້ນ 8,8% ເມື່ອທຽບໃສ່ໃນໄລຍະດຽວກັນຂອງປີກາຍ.
ຕອນບ່າຍວັນທີ 23/3, ຈາກທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຈາລະຈາ ທາງໂທລະສັບກັບ ປະທານາທິບໍດີ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ສເກົາຫຼີ ທ່ານ Yoon Suk-yeol.
ຍສໝ - Kim Jai-min, ຄູສອນໂຮງຮຽນມັດຖະຍົມຕອນປາຍ Songdo ຢູ່ Inchoen (ປະເທດ ສ.ເກົາຫຼີ) ແມ່ນຜູ້ທີ່ມີນ້ຳໃຈຕໍ່ປະເທດຊາດ ແລະ ຊາວຫວຽດນາມ. ຄູໄດ້ນຳໃຊ້ສີນ້ຳແຕ້ມຄືນບັນດາພາບຖ່າຍທີ່ຕົນເອງຖ່າຍໃນການທ່ອງທ່ຽວຢູ່ ຫວຽດນາມ ໃນໄລຍະ 30 ປີຜ່ານມາ ແລະ ຈັດຕັ້ງງານວາງສະແດງເພື່ອແນະນຳໄປຍັງທຸກໆຄົນ...
ພັກ ແລະ ລັດ ຫວຽດນາມ ມີຄວາມເອົາໃຈໃສ່ທີ່ສຸດຕໍ່ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີ ສ.ເກົາຫຼີ, ຖືນີ້ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້.
ຍສໝ - ໃນວາລະການຢ້ຽມຢາມປະເທດ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 11 ກຸມພາ, ໃນຕອນເຊົ້າຂອງວັນທີ 10 ກຸມພາ ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າປະຊຸມປຶກສາຫາລືກັບ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui Yong.
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະມີການເຮັດວຽກກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ, ສຸມໃສ່ປຶກສາຫາກລື ແລະ ຕົກລົງເປັນເອກະພາບກ່ຽວກັບບັນດາໂຄງການເຄື່ອນໄຫວໃຫ້ແກ່ປີສະເຫຼີມສະຫຼອງ ກໍຄື ເຮັດແຈ້ງການກຳນົດທິດໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຈະມາເຖິງ ເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະເຂົ້າຮ່ວມລາຍການ ອາຊີຕາເວັນອອກສ່ຽງໃຕ້ຂອງ OECD, ໂດຍ ສ. ເກົາຫຼີ ເປັນປະທານ, ໃນຖານະເປັນປະທານຮ່ວມຂອງລາຍການໃນໄລຍະ 2022 – 2025.
ຍສໝ - ຂ້າພະເຈົ້າຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ ເປັນເວລາເກືອບ 30 ປີແລ້ວ. ສຳລັບຂ້າພະເຈົ້າແລ້ວ, ທຸກຄັ້ງທີ່ເຕື້ອງເຖິງບຸນເຕັດແມ່ນເຕື້ອງເຖິງການປຸ້ມ ລຸມກັນ. ຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດຢູ່ຫວຽດນາມ ກັບຍາດຕິພີ່ນ້ອງ, ໝູ່ເພື່ອນ, ເພື່ອນຮ່ວມງານ ແລະ ນັບມື້ນັບເຂົ້າໃຈບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ ໃນຊຸມວັນບຸນປີໃໝ່ປະຈໍາຊາດ.
ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕຸ່ງ ໄດ້ອວຍພອນບຸນເຕັດທາງໄກເຊື່ອມຕໍ່ເກືອບ 100 ແຫ່ງທີ່ຕາງໜ້າໃຫ້ຊາວ ຫວຽດນາມ ກວ່າ 200.000 ຄົນພວມອອກແຮງງານ, ຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ຍສໝ - ຫວ່າງແລ້ວນີ້, ພະແນກພົວພັນຕ່າງປະເທດນະຄອນເກິ່ນເທີ ໄດ້ຮັບ ແລະ ມອບວັດຖຸອຸປະກອນການແພດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງນະຄອນ Okayama, ຍີ່ປຸ່ນ ແລະ ແຂວງ Jeollanamdo, ສ.ເກົາຫຼີ ມອບໃຫ້ທ້ອງຖິ່ນ.