ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9

06:30 | 03/09/2022

ໃນລະຫວ່າງວັນທີ 1 – 4 ກັນຍາ, ຢູ່ນະຄອນດ່ານັ້ງ, ໄດ້ດຳເນີນວັນບຸນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ໂດຍພະແນກພົວພັນຕ່າງປະເທດ ນະຄອນດ່ານັ້ງ ສົມທົບກັບ ສະຖານກົງສູນໃຫຍ່ ສ.ເກົາຫຼີປະຈຳດ່ານັ້ງ ຈັດຂຶ້ນ.

ສະ​ເຫຼີມ​ສະຫຼອງ ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 77 ປີ ຢູ່​ບາງ​ປະ​ເທດ​ໃນ​ໂລກ ສະ​ເຫຼີມ​ສະຫຼອງ ວັນ​ຊາດ​ຫວຽດ​ນາມ ຄົບ​ຮອບ 77 ປີ ຢູ່​ບາງ​ປະ​ເທດ​ໃນ​ໂລກ
ການ​ອະ​ໄພ​ຍະ​ໂທດ ຢັ້ງ​ຢືນ​ນະ​ໂຍ​ບາຍ​​ຂອງ​ພັກ, ລັດ ແລະ ມູນ​ເຊື້ອ​ມະ​ນຸດ​ສະ​ທຳ​ຂອງ​ຊາດ ຫວຽດ​ນາມ ການ​ອະ​ໄພ​ຍະ​ໂທດ ຢັ້ງ​ຢືນ​ນະ​ໂຍ​ບາຍ​​ຂອງ​ພັກ, ລັດ ແລະ ມູນ​ເຊື້ອ​ມະ​ນຸດ​ສະ​ທຳ​ຂອງ​ຊາດ ຫວຽດ​ນາມ
ທ່ານ ຮວຽນດຶກເຈື່ອງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັ້ງ ກ່າວຄຳເຫັນໄຂງານບຸນ
ທ່ານ ຮວຽນດຶກເຈື່ອງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັ້ງ ກ່າວຄຳເຫັນໄຂງານບຸນ

ໂດຍຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ ວັນຊາດ ຫວຽດນາມ, ງານບຸນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ແມ່ນເຫດການວັດທະນະທຳ, ການພົວພັນຕ່າງປະເທດ ສຳຄັນ ແລະ ມີຄວາມໝາຍເປັນຂີດໝາຍສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ. ຜ່ານການເຄື່ອນໄຫວຫຼາຍກິດຈະກຳທີ່ເປັນເອກະລັກ, ການພົບປະແລກປ່ຽນໃນຫຼາຍຂົງເຂດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບ ລະຫວ່າງນະຄອນດ່ານັ້ງ ແລະ ທ້ອງຖິ່ນຕ່າງໆຂອງ ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ. ມີ 40 ຮ້ານວາງສະແດງຂາຍສິນຄ້າຂອງອົງການຈັດຕັ້ງ, ຫົວໜ່ວຍພາຍໃນປະເທດ ແລະ ການຈັດຕັ້ງ, ວິສາຫະກິດ ສ.ເກົາຫຼີ ໄດ້ແນະນຳກ່ຽວກັບອາຫານການກິນ, ສິນຄ້າສົມໃຊ້, ວັດທະນະທຳ, ການສຶກສາ… ທ່ານ ຮວຽນດຶກເຈື່ອງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັ້ງໃຫ້ຮູ້ວ່າ:

ການເຄື່ອນໄຫວຈັດກິດຈະກຳຄືແນວນີ້ ໄດ້ປະກອບສ່ວນເພີ່ມທະວີ, ນຳມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າໃນການເປີດກວ້າງການພົວພັນຮ່ວມມືສາກົນ, ເພີ່ມທະວີແຫຼ່ງກຳລັງກໍ່ຄືການເຊື່ອມຕໍ່ທາງດ້ານວັດທະນະທຳ ແລະ ພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ເວົ້າລວມ ແລະ ນະຄອນດ່ານັ້ງເວົ້າສະເພາະ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.