ເວທີປາໄສ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ: ພ້ອມກັນມຸ່ງໄປເຖິງອະນາຄົດ”

15:04 | 27/06/2022

ຍ​ສ​ໝ - ເວທີປາໄສທົ່ວໂລກ Maekyung ຄັ້ງທີ 30 ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ: ພ້ອມກັນມຸ່ງໄປເຖິງອະນາຄົດ” ໄດ້ໄຂຂຶ້ນໃນວັນທີ 23 ມິຖຸນາ ຢູ່ ນະຄອນຫຼວງ ເຊີອູນ.

Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ
ການເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະແຂວງ Chungbuk, ສ.ເກົາຫຼີ ການເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະແຂວງ Chungbuk, ສ.ເກົາຫຼີ
ເວທີປາໄສ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ: ພ້ອມກັນມຸ່ງໄປເຖິງອະນາຄົດ”
ເວທີປາໄສ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ: ພ້ອມກັນມຸ່ງໄປເຖິງອະນາຄົດ” (ພາບ: baoquocte.vn)

​ໃນ​ບົດ​ກ່າວ​ປາ​ໄສ​ທາງ​ວີ​ດີ​ໂອທີ່​ໄດ້​ສົ່ງ​ໄປ​ຍັງ​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ປະຈຳການ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ: ສ.​ເກົາຫຼີ ​ແລະ ຫວຽດນາມ ຍັງ​ມີ​ຫຼາຍ​ຊ່ອງ​ຫວ່າງ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື; ພ້ອມ​ກັນ​ນັ້ນ ກໍ​ຢືນຢັນ​ວ່າ ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ທີ່​ເປີດ​ກ້ວາງ, ສະດວກ ​ແລະ ສະ​ເໝີ​ພາບ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ ສ.​ເກົາຫຼີ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ບາງ​ວິທີ​ແກ້​ໄຂ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ຄື: ຍູ້​ແຮງການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຄື: ​ເຕັກ​ໂນ​ໂລ​ຢີສູງ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດຕະກຳປະດິດສ້າງ; ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຫັນເປັນດິຈິຕອນ; ພະ​ລັງ​ງານ​ສະ​ອາດ, ນະ​ຄອນ​ທັນສະໄໝ, ນະ​ຄອນ​ນິ​ເວດ... ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາກ​ພື້ນ, ຊຸກ​ຍູ້​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ສ​ເກົາ​ຫຼີ (VKFTA). ສອງ​ຝ່າຍກໍຄວນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ບົນພື້ນຖານດີ​ຈີ​ຕອນ.

ທີ່​ການ​ພົບ​ປະ​ສົນທະນາ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ, ນັກ​ສຶກສາ ​ແລະ ນັກ​ຄົ້ນ​ຄ້ວາ​ໄດ້​ແລກປ່ຽນ​ຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ສ.​ເກົາຫຼີ, ການ​ຜັນແປໃນ​ສະພາບ​ແວດ​ລ້ອມ, ຜົນ​ກະທົບ​ຂອງ​ບັນດາສິ່ງ​ທ້າ​ທາຍ​ກໍຄືບັນດາ​ກາລະ​ໂອກາດ​ລົງທຶນ​ສຳລັບ​ຫວຽດນາມ, ພ້ອມກັນນັ້ນ ກໍຊີ້​ໃຫ້ເຫັນ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ ​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ​ການ​ຜະລິດ​ໃນ​ອະນາຄົດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.