ນາຍົກລັດຖະມົນຕີ: Samsung ແມ່ນຂົວເຊື່ອມຕໍ່ນຳວິສາຫະກິດ ສ.ເກົາຫຼີ ມາ ຫວຽດນາມ

10:14 | 08/08/2022

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາວ່າ Samsung ຈະເປີດກວ້າງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ; ຖື ຫວຽດນາມ ແມ່ນປະເທດສຳຄັນໃນຍຸດທະສາດທົ່ວໂລກຢ່າງຮອບດ້ານກວ່າກ່ຽວກັບການຜະລິດ.

ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບນະຄອນເຊີອູນ (ສ.ເກົາຫຼີ) ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບນະຄອນເຊີອູນ (ສ.ເກົາຫຼີ)
ສ​ິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ​ຝ​ລັ່ງ ມາ​ຮອດ​ຫວຽດ​ນາມ ສ​ິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ​ຝ​ລັ່ງ ມາ​ຮອດ​ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ ການຕ້ອນຮັບທ່ານ Roh Tae Moon, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ເອເລັກໂຕນິກ (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ການຕ້ອນຮັບທ່ານ Roh Tae Moon, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ເອເລັກໂຕນິກ (ພາບ: TTXVN)

ຕອນບ່າຍວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Roh Tae Moon, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ເອເລັກໂຕນິກ (ສ.ເກົາຫຼີ) ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາວ່າ Samsung ຈະເປີດກວ້າງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ; ຖື ຫວຽດນາມ ແມ່ນປະເທດສຳຄັນໃນຍຸດທະສາດທົ່ວໂລກຢ່າງຮອບດ້ານກວ່າກ່ຽວກັບການຜະລິດ, ຄົ້ນຄວ້າ - ພັດທະນາບັນດາຜະລິດຕະພັນຫຼັກຂອງ Samsung ອອກສູ່ຕະຫຼາດສາກົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ (1992 – 2022). ທ່ານນາຍົກລັດຖະມົນຕີສະເໜີໃຫ້ Samsung ໜູນຊ່ວຍ, ເປັນຂົວເຊື່ອມຕໍ່ນຳວິສາຫະກິດ ສ.ເກົາຫຼີ ເວົ້າສະເພາະ ແລະ ໂລກເວົ້າລວມມາລົງທຶນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

ສ່ວນທ່ານ Roh Tae Moon, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ຂອບໃຈຕໍ່ການໜູນຊ່ວຍຂອງລັດຖະບານ ແລະ ບັນດາອົງການຂອງ ຫວຽດນາມ ທີ່ຊ່ວຍ Samsung ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໃນໄລຍະຜ່ານມາ. ໃນປີ 2022, Samsung ວາງເປົ້າໝາຍບັນລຸວົງເງິນການຄ້າສົ່ງອອກໃຫ້ໄດ້ 69 ຕື້ USD, ລົງທຶນຕື່ມອີກໃຫ້ໄດ້ 3,3 ຕື້ USD ແລະ ຈະສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.