Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ

10:15 | 23/06/2022

ຍສໝ - VSAK ແລະ SDV ໃຫ້ຄໍາໝັ້ນສັນຍາຈະສົມທົບກັນຈັດກອງປະຊຸມ ສໍາມະນາການຮັບສະຫມັກນັກສຶກສາ, ນົກຄົ້ນຄວ້າ ເພື່ອຊອກຫາ ຊັບພະຍາກອນມະນຸດຄຸນນະພາບສູງສຳລັບບໍລິສັດ SDV, ພ້ອມກັນນັ້ນ ກໍນໍາມາເຊິ່ງຂໍ້ມູນຂ່າວສານ, ທັກສະທີ່ມີຜົນປະໂຫຍດໃນຂະບວນການຊອກຫາ ວຽກເຮັດງານທໍາ.

AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ
Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຮ່ວມ​ມື​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບສະໝັກບຸກຄະລາກອນລະຫວ່າງ Samsung Display Vietnam (SDV) ​ແລະສະມາຄົມ​ນັກ​ສຶກສາຫວຽດນາມ ຢູ່ ສ.​ເກົາຫຼີ (VSAK) ​ໄດ້​ດຳ​ເນີນ​ຢູ່​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ.

Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ
Samsung Display Vietnam ຊອກຫາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງທີ່ໄດ້ບຳລຸງສ້າງຢູ່ ສ.ເກົາຫຼີ. ພາບ: TTXVN

​ເຂົ້າ​ຮ່ວມ ​ແລະ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ ​ມີ​ຜູ້ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ, ຜູ້ຕາງໜ້າ​ບັນດາ​ສາຂາ​ຂອງ VSAK. ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ໃນ​​ປີສະເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ ​ແລະ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ VSAK.

VSAK ແລະ SDV ໃຫ້ຄໍາໝັ້ນສັນຍາຈະສົມທົບກັນຈັດກອງປະຊຸມ ສໍາມະນາການຮັບສະຫມັກນັກສຶກສາ, ນົກຄົ້ນຄວ້າ ເພື່ອຊອກຫາ ຊັບພະຍາກອນມະນຸດຄຸນນະພາບສູງສຳລັບບໍລິສັດ SDV, ພ້ອມກັນນັ້ນ ກໍນໍາມາເຊິ່ງຂໍ້ມູນຂ່າວສານ, ທັກສະທີ່ມີຜົນປະໂຫຍດໃນຂະບວນການຊອກຫາ ວຽກເຮັດງານທໍາ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລ​ວັນ​ຮຸ່ງ, ​ເລຂາເອກ, ສະຖານທູດ​ຫວຽດນາມ ໃຫ້ຮູ້​ວ່າ: ນີ້​ແມ່ນ​ເຫດການທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ເປັນຂີດໝາຍ​ຄັ້ງ​ທຳ​ອິດ​ທີ່​ວິ​ສາ​ຫະກິດ​ໃຫຍ່​ຄື SDV ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກັບ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ ສ.​ເກົາຫຼີ. ​ເຫດການ​ດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ເປັນ​ການ​ເລີ່​ມຕົ້ນ​ອັນ​ດີ ​ແລະ​ເປັນ​ບາດກ້າວ​ບຸກທະລຸ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດຊາດ​ຢ່າງ​ແຮງ. ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຄຳໝັ້ນ ສັນຍາໜູນຊ່ວຍ SDV ແລະ VSAK ຢ່າງສຸດຄວາມສາມາດ ເພື່ອສ້າງກາລະໂອກາດໃຫ້ນັກຮຽນ ຫວຽດນາມ ຫຼາຍກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.