ເພີ່ມທະວີການຮ່ວມມືກ່ຽວກັບແຮງງານ, ວຽກເຮັດງານທຳ ແລະສັງຄົມລະຫວ່າງຫວຽດນາມ ແລະສ.ເກົາຫຼີ

13:48 | 05/08/2022

ຕອນເຊົ້າວັນທີ 3 ສິງຫາ, ທີ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ສົມທົບກັບກະຊວງວຽກເຮັດງານທໍາ ແລະແຮງງານສ.ເກົາຫຼີ ແລະສະຖານທູດສ.ເກົາຫຼີ ປະຈໍາ ຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາທາງໄກ “ຫວນຄືນການຮ່ວມມື ຫວຽດນາມ-ສ.ເກົາຫຼີ ໃນຂົງເຂດແຮງງານ, ວຽກເຮັດງານທໍາ ແລະສັງຄົມເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນທາງການທູດ ຄົບຮອບ 30 ປີ” (1992-2022).

ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ
ຫວຽດນາມ ແລະສ.ເກົາຫຼີ ຍູ້ແຮງການຮ່ວມມືດ້ານຂໍ້ມູນຂ່າວສານ ແລະສື່ສານ ຫວຽດນາມ ແລະສ.ເກົາຫຼີ ຍູ້ແຮງການຮ່ວມມືດ້ານຂໍ້ມູນຂ່າວສານ ແລະສື່ສານ
ໃນຕະຫຼອດ 30 ປີຜ່ານມາ, ຫວຽດນາມ ແລະສ.ເກົາຫຼີ ໄດ້ມີການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດແຮງງານ, ວຽກເຮັດງານທໍາ, ການສຶກສາວິຊາອາຊີບ ແລະພັດທະນາຊັບພະຍາກອນມະນຸດ,... ນຳຜົນປະໂຫຍດດ້ານເສດຖະກິດມາໃຫ້ປະຊາຊົນ ແລະວິສາຫະກິດສອງຝ່າຍ.
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: Vov.vn

ໃນຕະຫຼອດ 30 ປີຜ່ານມາ, ຫວຽດນາມ ແລະສ.ເກົາຫຼີ ໄດ້ມີການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດແຮງງານ, ວຽກເຮັດງານທໍາ, ການສຶກສາວິຊາອາຊີບ ແລະພັດທະນາຊັບພະຍາກອນມະນຸດ,... ນຳຜົນປະໂຫຍດດ້ານເສດຖະກິດມາໃຫ້ປະຊາຊົນ ແລະວິສາຫະກິດສອງຝ່າຍ.

ທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນບ໊າຮວານ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ໃຫ້ຮູ້ວ່າ: “ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແລະກະຊວງວຽກເຮັດງານທໍາ ແລະແຮງງານສ.ເກົາຫຼີ ໄດ້ເຊັນຂໍ້ຕົກລົງຮ່ວມມືຫຼາຍສະບັບໃນປີ 2004, 2009, 2013, 2019. ສອງກະຊວງໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືໄລຍະກາງ, ໄລຍະຍາວ ແລະສືບຕໍ່ເປີດກວ້າງການເຄື່ອນໄຫວຮ່ວມມືຮອບດ້ານໃນຂົງເຂດແຮງງານ, ວຽກເຮັດງານທໍາ ແລະສະຫວັດດີການສັງຄົມ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ຍູ້ແຮງ ແລະເປີດກວ້າງບັນດາໂຄງການສຸມໃສ່ບາງເນື້ອໃນສໍາຄັນ;...

ໃນຂອບເຂດລາຍການ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາຮ່ວມມືໃນຂົງເຂດແຮງງານ ແລະແຮງງານອົບພະຍົບ; ການພັດທະນາຊັບພະຍາກອນມະນຸດ ແລະທັກສະ, ຖືນີ້ແມ່ນເສົາຄໍ້າໃນການຮ່ວມມືຫວຽດນາມ-ສ.ເກົາຫຼີ; ການຮ່ວມມືໃນການພັດທະນາຕະຫຼາດແຮງງານ... ພ້ອມກັນນັ້ນ, ແລກປ່ຽນກ່ຽວກັບສັນຍາປະກັນໄພສັງຄົມລະຫວ່າງສອງປະເທດ; ຂົງເຂດພັດທະນາຊັບພະຍາກອນມະນຸດຫວຽດນາມ-ສ.ເກົາຫຼີ, ສະພາບການຮ່ວມມື ODA ແລະແຜນການຜັນຂະຫຍາຍໃນອະນາຄົດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.