ຫວຽດນາມ ມີຄວາມປາດຖະໜາຢາກຮັກສາ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບ ໂມນາໂກ ໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມນາໂກ ໃນບັນດາຂົງເຂດຄື ເສດຖະກິດຂຽວ, ການເດີນເຮືອ, ການຫັນເປັນດີຈີຕອນ...
ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ, ອົງການພົວພັນການຕ່າງປະເທດຂອງ ເອີລົບ (EEAS) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ຕອນບ່າຍຂອງວັນທີ 19/4 ຢູ່ຕາແສງບິງຟູ, ເມືອງເຕິ່ນໂຮງ, ແຂວງດົງຖາບ, ກອງບັນຊາການທະຫານຊາດແດນແຂວງດົງທາບ ສົມທົບກັບສະຫະພັນແມ່ຍິງ 3 ແຂວງ ຄື ດົງຖາບ, ເຮົາຢ່າງ, ບັກລຽວ ຈັດຕັ້ງສະຫຼຸບການປະຕິບັດແຜນງານ “ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ” ປີ 2021.
ຍສໝ - ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ໄດ້ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງຜູ້ອອກແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ຍສໝ - ວັນທີ 13 ເມສາ ຢູ່ຮ່າໂນ້ຍ, ຜູ້ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ມອບຫຼຽນກາລະນຶກ ເພື່ອພາລະກິດກະສິກຳ ແລະ ການພັດທະນາຊົນນະບົດໃຫ້ແກ່ທ່ານ ປ.ອ Timothy Edward Mcgrath ນັກຊ່ຽວຊານທີ່ອຸດທິດສ່ວນຕະຫຼອດຊີວິດໃຫ້ແກ່ບັນດາໂຄງການພັດທະນາແບບຍືນຍົງຢູ່ ຫວຽດນາມ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າສະລວມ.
ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການພັດທະນາເສດຖະກິດ, ສັງຄົມ ເພື່ອສາມາດປະຕິບັດເປົ້າໝາຍພັດທະນາຂອງປີ 2022 ໃຫ້ສຳເລັດ. ໄປຄຽງຄູ່ກັບການການເອົາໃຈໃສ່ ບັນດາມາດຕະການທາງດ້ານເສດຖະກິດ, ອົງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ການດຳລົງຊີວິດຂອງແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.
ຍສໝ - ຕອນເຊົ້າວັນທີ 30 ມີນາ, ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 27 (ASCC) ໄດ້ຈັດຕັ້ງໂດຍກົງ ຢູ່ປະເທດປະທານອາຊຽນ 2022, ກຳປູເຈຍ ແລະ ແບບທາງໄກຢູ່ບັນດາປະເທດສະມາຊິກອາຊຽນ.
ຍສໝ - ວັນທີ 24 ມີນາ 2022, ກະຊວງການຕ່າງປະເທດໄດ້ສົມທົບກັບກຸ່ມແມ່ຍິງປະຊາຄົມອາຊຽນຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງວິ້ງຟຸກ ແລະ ກຸ່ມບໍລິສັດ FLC ຈັດຕັ້ງການພົບປະສັງສັນກັບຄະນະຜູ້ແທນການຕ່າງປະເທດຍິງ.
ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ.
ຍສໝ - ຕອນບ່າຍວັນທີ 20 ມີນາ, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກ ໂຮ່ຈີມິນ ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມນະຄອນໂຮ່ຈິມິນ ປີ 2021, ໜ້າທີ່ຈຸດສຸມໃນປີ 2022.
ໂລກພວມເຫັນປະຈັກຕາການລະເບີດຂອງພື້ນຖານເສດຖະກິດດີຈີຕອນ ໂດຍສະແດງອອກໃຫ້ເຫັນຜ່ານປະລິມານຂໍ້ມູນໃຫຍ່ທີ່ສຸດ ທີ່ໝູນວຽນໃນລະບົບອິນເຕີແນັດທົ່ວໂລກ ໃນນັ້ນມີ ຫວຽດນາມ. ພ້ອມກັນນັ້ນ ໂລກລະບາດໂຄວິດ - 19 ກໍ່ສ້າງຄວາມກົດດັນແລະ ກຳລັງໜູນ ຊຸກຍູ້ວິວັດການຫັນເປັນດີຈີຕອນ ຢູ່ ຫວຽດນາມ ຢ່າງແຮງ ທັງກ່ຽວກັບລະດັບຄວາມໄວ, ຂອບເຂດໜາດ, ສ້າງກາລະໂອກາດໃຫ້ແກ່ວິສາຫະກິດ ຊອກຫາທິດກ້າວເດີນໃໝ່ ແລະ ມີການເຄື່ອນໄຫວທີ່ມີປະສິດທິຜົນກ່ວາອີກ... ຄວາມມານະພະຍາຍາມຫັນເປັນດີຈີຕອນຢ່າງແຮງ ຢູ່ ຫວຽດນາມ ພວມປະກອບສ່ວນເຂົ້າໃນການຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ເຂັ້ມແຂງແຮງກ້າ ໃຫ້ປະກົດຜົນເປັນຈິງ.
ຍສໝ - ລັດຖະບານຫາກໍ່ປະກາດໃຊ້ກອບການເຄື່ອນໄຫວປ່ຽນແປງໃໝ່ກົນໄກ, ນະໂຍ ບາຍໜູນຊ່ວຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.
ໃນຂະນະນັ້ນ, ກະຊວງການສຶກສາ ແລະ ບຳລຸງສ້າງຈະປະກາດໃຊ້ຂໍ້ຕົກລົງສ້າງກົນໄກຈັດຕັ້ງການປະຕິບັດໄລຍະທີ 2 ແຜນຮ່າງການເພີ່ມທະວີພາສາຫວຽດ ໃຫ້ແກ່ເດັກນ້ອຍອະນຸບານ ແລະ ນັກຮຽນຂັ້ນປະຖົມ ເຂດຊົນເຜົ່າສ່ວນໜ້ອຍ, ບູລະນະຄຳສັ່ງແນະນຳກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງບັນດາໂຮງຮຽນກິນນອນຊົນເຜົ່າໃຫ້ສຳເລັດ
ຕອນເຊົ້າວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງພິທີປະກາດຍຸດທະສາດພັດທະນາກະສິກຳ, ຊົນນະບົດແບບຍືນຍົງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.
ກອງປະຊຸມທາງໄກທົ່ວປະເທດສະຫຼຸບ 20 ປີແຫ່ງການປະຕິບັດມະຕິສະບັບເລກທີ 13 ຂອງສູນກາງພັກ ວ່າດ້ວຍ ເສດຖະກິດລວມໝູ່ ແລະ ສະຫຼຸບ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 ເຊິ່ງໄດ້ຈັດຕັ້ງໃນວັນທີ 15 ກຸມພາ ປີ 2022 ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການສຳຄັນເພື່ອແນໃສ່ຍູ້ແຮງການປະຕິບັດແຜນນະໂຍບາຍຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດລວມໝູ່, ສະຫະກອນຂອງ ຫວຽດນາມ ໃນໄລຍະໃໝ່.
ວັນທີ 30 ມັງກອນ, ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 11 ກ່ຽວກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.
ຍສໝ -ວັນທີ 26 ມັງກອນ ປີ 2022 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ລົງນາມຂໍ້ຕົກລົງເລກທີ 138 ສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງຂໍ້ຕົກລົງເລກທີ 1851 ລົງວັນທີ 27 ທັນວາ ປີ 2018 ຂອງນາຍົກລັດຖະມົນຕີ ກ່ຽວກັບການໃຫ້ສັດຕະຍາບັນແຜນຮ່າງ “ຊຸກຍູ້ການຖ່າຍທອດ, ເປັນເຈົ້າຂອງ ແລະ ພັດທະນາເຕັກໂນໂລຢີຈາກຕ່າງປະເທດເຂົ້າມາຫວຽດນາມ ໃນບັນດາຂະແໜງ, ຂົງເຂດບຸລິມະສິດ ໄລຍະຮອດປີ 2025, ກຳນົດທິດຮອດປີ 2030”.
ຍສໝ - ກ່າວຄຳເຫັນໄຂ Festival Startup 2022, ທ່ານ ຟ້າມເຕິນກົງ, ປະທານ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເນັ້ນໜັກວ່າ ໃນທ່າອ່ຽງລວມຂອງໂລກ, ປີ 2021, ຫວຽດນາມ ກໍປະເຊີນໜ້າກັບຄວາມຫຍຸ້ງຍາກນາໆປະການ ແລະ ໂລກລະບາດໂຄວິດ - 19 ທີ່ມີການຜັນແປຢ່າງສັບສົນ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງຈັດຕັ້ງກອງປະຊຸມແບບທາງໄກ ທົ່ວປະເທດສະຫຼຸບວຽກງານຂົນຂວາຍປະຊາຊົນ ແລະ ຕີລາຄາໝາກຜົນຂອງການປະຕິບັດ ປີ “ຍູ້ແຮງການປະຕິບັດກົນໄກປະຊາທິປະໄຕ ຢູ່ຂັ້ນຮາກຖານ” ປີ 2021, ຜັນຂະຫຍາຍໜ້າທີ່ປີ 2022.