ມອບຫຼຽນ​​ກາລະ​ນຶກ​ “ເພື່ອ​ພາ​ລະ​ກິດ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ” ​ໃຫ້​ແກ່​ທ່ານ ປ.ອ Timothy Edward Mcgrath

06:30 | 16/04/2022

ຍ​ສ​ໝ - ວັນ​ທີ 13 ເມ​ສາ ​ຢູ່​ຮ່າ​ໂນ້ຍ, ຜູ້​ຕາງ​ໜ້າ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໄດ້​ມອບຫຼຽນ​ກາ​ລະ​ນຶກ ເພື່ອ​ພາ​ລະ​ກິດ​ກະ​ສິ​ກຳ ແລະ ການ​ພັດ​ທະ​ນາຊົນ​ນະ​ບົດໃຫ້​ແກ່​ທ່ານ​ ປ.ອ Timothy Edward Mcgrath ນັກ​ຊ່ຽວ​ຊານ​ທີ່​ອຸດ​ທິດ​ສ່ວນ​ຕະຫຼອດ​ຊີ​ວິດ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ເວົ້າ​ສະ​ລວມ.

ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ
ມອບຫຼຽນ​​ກາລະ​ນຶກ​ “ເພື່ອ​ພາ​ລະ​ກິດ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ” ​ໃຫ້​ແກ່​ທ່ານ ປ.ອ Timothy Edward Mcgrath

ທ່ານ ເຈິ່ນກວາງ​ຮ່​ວາບ, ຫົວ​ໜ້າ​ກົມ​ໃຫຍ່​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ຜູ້​ຕາງ​ໜ້າ​ກົມ​ຈັດ​ຕັ້ງ​ພະ​ນັກ​ງານ ມອບ​ຂໍ້​ຕົກ​ລົງ ແລະ ຫຼຽນ​ກາ​ລະ​ນຶກ​ໃຫ້​ແກ່​ທ່ານ ປ.ອ Timothy Edward Mcgrath.(ພາບ: vov.vn)

ທ່ານ ເຈິ່ນກວາງ​ຮ່​ວາບ, ຫົວ​ໜ້າ​ກົມ​ໃຫຍ່​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ຜູ້​ຕາງ​ໜ້າ​ກົມ​ຈັດ​ຕັ້ງ​ພະ​ນັກ​ງານ ໄດ້​ຕາງ​ໜ້າ​ໃຫ້​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ມອບ​ຂໍ້​ຕົກ​ລົງ ແລະ ຫຼຽນ​ກາ​ລະ​ນຶກ​ໃຫ້​ແກ່​ທ່ານ ປ.ອ Timothy Edward Mcgrath. ທ່ານ ກ່າວວ່າ:

“ການ​ນຳ​ກະ​ຊວງ​ກະ​ສິກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ເວົ້າ​ລວມ ແລະ ໃນ​ນາມ​ສ່ວນ​ຕົວ​ຂ້າ​ພະ​ເຈົ້າ​ເວົ້າ​ສະ​ເພາະ ມີຄວາມ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ຕໍ່​ນ້ຳ​ໃຈຄວາມ​ຮັກ​ແພງ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ເຊິ່ງ​ທ່ານ ປ.ອ Timothy Edward Mcgrath ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ເວົ້າ​ລວມ ແລະ ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ເວົ້າ​ສະ​ເພາະ. ທ່ານ​ບໍ່​ພຽງ​ແຕ່​ແມ່ນ​ນັກ​ຊ່ຽວ​ຊານ​ຂັ້ນ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເພື່ອນ​ມິດ​ສະ​ໜິດ​ສະ​ໜົມ​ຂອງ​ພວກ​ເຮົາ​ອີກ​ດ້ວຍ​”.

ຂອງ​ຂວັນ​ດັ່ງ​ກ່າວ​ແມ່ນ​ການ​ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ ປ.ອ Timothy Edward Mcgrath ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຢູ່ ຫວຽດ​ນາມ.

ປີ 1993, ເປັນ​ຄັ້ງ​ທຳ​ອິດ, ທ່ານ ປ.ອ Timothy Edward Mcgrath ມາ​ຍັງ​ຫວຽດ​ນາມ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ໂຄງ​ການ​ຄົ້ນ​ຄ້​ວາ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ກະ​ສິ​ກຳ. ຫຼັງ​ຈາກ​ນັ້ນ 4 ປີ, ທ່ານ​ໄດ້​ສະຫງວນ​ເວ​ລາ 25 ປີ​ໃນ​ຊີ​ວິດ​ຂອງ​ຕົນ​ເພື່ອ​ສືບ​ຕໍ່​ເຮັດ​ວຽກ​ຢູ່​ເຂດ​ດິນ​ແດນ​ຫວຽດ​ນາມ. ທ່ານ ​ປ.ອ Timothy Edward Mcgrath ມີ​ຄວາມ​ເມົາ​ມົວ​ຕໍ່​ວັດ​ທະ​ນະ​ທຳ​ຫວຽດ ແລະ ເວົ້າ​ໄດ້​ພາ​ສາ​ຫວຽດ​ຢ່າງ​ຄ່ອງ​ແຄ້ວ. ປັດ​ຈຸ​ບັນ ທ່ານ​ແມ່ນ​ຮອງ​ຜູ້​ອຳ​ນວຍ​ການ​ໂຄງ​ການ “ຮັບ​ມື​ກັບ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.