ຫວຽດ​ນາມ ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ນຳ​ພາ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈຳ​ກັດ​ການ​ພັດ​ທະ​ນາອາ​ວຸດ​ນິວ​ເຄ​ຼຍ

09:31 | 09/06/2022

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 2 – 3 ມິ​ຖຸ​ນາ, ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ອົງ​ການ​ສົນ​ທິ​ສັນ​ຍາ​ຫ້າມ​ທົດ​ລອງ​ນິວ​ເຄຼຍ​ຮອບ​ດ້ານ (CTBTO) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ນະ​ໂຍ​ບາຍ ນິ​ຕິ​ກຳ (ກຸ່ມ​ປະ​ຕິ​ບັດ​ງານ A). ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈຸງ​ກຽນ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເລືອກ​ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ ປະ​ທານ​ກຸ່ມ​ປະ​ຕິ​ບັດ​ງານ A.

ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ
ຫວຽດ​ນາມ ​ຮຽກ​ຮ້ອງ​ການ​ຄ້ຳ​ປະ​ກັ​ນ​ສະ​ບຽງ​ອາ​ຫານ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລກ ຫວຽດ​ນາມ ​ຮຽກ​ຮ້ອງ​ການ​ຄ້ຳ​ປະ​ກັ​ນ​ສະ​ບຽງ​ອາ​ຫານ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລກ
ຫວຽດ​ນາມ ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ນຳ​ພາ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈຳ​ກັດ​ການ​ພັດ​ທະ​ນາອາ​ວຸດ​ນິວ​ເຄ​ຼຍ
ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈຸງ​ກຽນ ​ (ພາບ: Baoquocte)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ ດ້ວຍ​ໜ້າ​ທີ່​ລາຍ​ງານ ແລະ ໃຫ້​ຄຳ​ປຶກ​ສາ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ, ນິ​ຕິ​ກຳ ແລະ ການ​ບໍ​ລິ​ຫານ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ CTBTO, ກຸ່ມ​ປະ​ຕິ​ບັດ​ງານ A ມີ​ຈຳ​ນວນວຽກ​ງານຫຼາຍ​ທີ່​ສຸດ​ທີ່ຕ້ອງ​ຮັບ​ການ​ແກ້​ໄຂ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ໂລກ ພວມ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ ແລະ ການ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ.

ໂດຍ​ຂອບ​ໃຈ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ທີ່ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ຜົ​ນ​ສຳ​ເລັດ​ຂອງກອງ​ປະ​ຊຸມ, ພິ​ເສດ​ແມ່ນ​ວິ​ວັດ​ການ​​ສ້າງ​ບົດ​ລາຍ​ງາ​ນ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ CTBTO ພິ​ຈາ​ລະ​ນາ ຢູ່ກອງ​ປ​ະ​ຊຸມ​ຄັ້ງ​ຕໍ່​ໄປ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈຸງ​ກຽນ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃນ​ບົດ​ບາດ​ເປັນ​ປະ​ທານກຸ່ມປະ​ຕິ​ບັດ​ງານ A, ອາ​ຍຸ​ການ 2022 – 2023, ຫວຽດ​ນາມ ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ CTBTO ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ, ຮັບ​ໃຊ້​ວິ​ວັດ​ການ​ຈຳ​ກັດ​ການ​ພັດ​ທະ​ນາ​ນິວ​ເຄຼຍຢ່າງມີປະສິດທິຜົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.