ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

11:30 | 03/07/2022

ວັນທີ 29 ມິຖຸນາ, ກອງປະຊຸມ “ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່” ໄດ້ດຳເນີນຢູ່ ຮ່າໂນ້ຍ ແລະ ໄດ້ເຊື່ອມຕໍ່ກັບເກືອບ 200 ສະຖານທີ່ຖ່າຍທອດສົດຢູ່ພາຍໃນປະເທດ ແລະ ຕ່າງປະເທດ.

ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ

ກອງປະຊຸມດັ່ງກ່າວ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມກ່ຽວກັບຄວາມຮັບຮູ້ ແລະ ການກະທຳລະຫວ່າງບັນດາອົງການ, ສຳນັກງານທີ່ເຂົ້າຮ່ວມໂດຍກົງໃນວຽກງານດັ່ງກ່າວ, ຍົກສູງຄວາມໝາຍ, ຄວາມສຳຄັນ ແລະ ບົດບາດຂອງວຽກງານນີ້; ຮັບປະກັນໃຫ້ບັນດາສຳນັກງານ, ອົງການຈັດຕັ້ງກຳແໜ້ນແຜນນະໂຍບາຍ, ໜ້າທີ່, ມາດຕະການເພື່ອຈັດຕັ້ງປະຕິບັດວຽກງານຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດໃນສະພາບການໃໝ່ຢ່າງມີປະສິດທິຜົນ.

ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
ກອງປະຊຸມ “ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່. ພາບ: TTXVN

ທີ່ກອງປະຊຸມ, ທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຊີ້ແຈ້ງວ່າ: ບົດສະຫຼຸບສະບັບເລກທີ 12 ຂອງກົມການເມືອງ ແລະ ມະຕິເລກທີ 169 ຂອງ ລັດຖະບານກ່ຽວກັບວຽກງານຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ໄລຍະ 2010 – 2026 ແມ່ນມີຄວາມໝາຍ ນີ້ເປັນຄັ້ງທຳອິດທີ່ແຜນນະໂຍບາຍເບິ່ງແຍງດູແລໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເນັ້ນໜັກຢ່າງແຮງດ້ວຍລາຍລັກອັກສອນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ທີ່ມີຕໍ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍບົດບາດ ເປັນ “ພາກສ່ວນທີ່ບໍ່ອາດຕັດແຍກອອກຈາກ” ຊາດ ຫວຽດນາມ ໄດ້.

ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະໃກ້ຊິດຕິດແທດກັບໜ້າທີ່ຕ່າງໆທີ່ໄດ້ຍົກອອກໃນເອກະສານຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

vovworld.vn

ເຫດການ
302 Found

Found

The document has moved here.