ຫວຽດ​ນາມ ແລະ ໂມ​ນາ​ໂກ ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື

11:16 | 05/05/2022

ຫວຽດນາມ ມີຄວາມປາດຖະໜາຢາກຮັກສາ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບ ໂມນາໂກ ໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມນາໂກ ໃນບັນດາຂົງເຂດຄື ເສດຖະກິດຂຽວ, ການເດີນເຮືອ, ການຫັນເປັນດີຈີຕອນ...

ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ
ພິທີຍື່ນສານຕາຕັ້ງ  (ພາບ: VOV)
ພິທີຍື່ນສານຕາຕັ້ງ (ພາບ: VOV)

ວັນທີ 3 ພຶດສະພາ, ທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ຝລັ່ງ ແລະ ໂມນາໂກ ໄດ້ຍື່ນສານຕາຕັ້ງຕໍ່ ສະເດັດເຈົ້າ ໂມນາໂກ Albert II. ພິທີດັ່ງກ່າວຖືກຈັດຂຶ້ນຢູ່ ພະລາຊະວັງ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານນາງ Isabelle Berro Amadei ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ລັດຖະບານ ໂມນາໂກ.

ໃນການຕ້ອນຮັບຂອງສະເດັດເຈົ້າທີ່ດຳເນີນພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາຢາກຮັກສາ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບ ໂມນາໂກ ໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມນາໂກ ໃນບັນດາຂົງເຂດຄື ເສດຖະກິດຂຽວ, ການເດີນເຮືອ, ການຫັນເປັນດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກຮັກສາຊີວະນາໆພັນ, ການພັດທະນາການທ່ອງທ່ຽວ, ແລກປ່ຽນວັດທະນະທຳ…

ສະເດັດເຈົ້າ Albert II ຕີລາຄາສູງທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ຢູ່ເວທີສາກົນ, ສະແດງຄວາມປະທັບໃຈຕໍ່ຜົນງານທາງດ້ານເສດຖະກິດ - ສັງຄົມ ກໍຄື ໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ສະເດັດເຈົ້າ Albert II ກໍເຫັນດີເປັນເອກະພາບ ໂດຍຖືວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື, ສອງຝ່າຍຄວນເພີ່ມທະວີການພົບປະ, ແລກປ່ຽນ ແລະ ແຈ້ງໃຫ້ກັນຊາບກ່ຽວກັບຄວາມສາມາດຮ່ວມມືລະຫວ່າງສອງຝ່າຍ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.