ຫວຽດ​ນາມ ​ຮຽກ​ຮ້ອງ​ການ​ຄ້ຳ​ປະ​ກັ​ນ​ສະ​ບຽງ​ອາ​ຫານ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລກ

15:08 | 21/05/2022

ຫວຽດນາມ ປາດຖະໜາ ຢາກກາຍເປັນ “ສູນປະດິດຄິດສ້າງກ່ຽວກັບທັນຍາຫານ” ຂອງພາກພື້ນ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານການຄ້ຳປະກັນສະບຽງຫານທົ່ວໂລກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ
ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ ວາລະປຶກສາຫາລື (ພາບ: ໜັງສືພິມໂລກ ແລະ ຫວຽດນາມ)
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ ວາລະປຶກສາຫາລື (ພາບ: ໜັງສືພິມໂລກ ແລະ ຫວຽດນາມ)

ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດດ້ວຍຫົວເລື່ອງ “ການປະທະກັນ ແລະ ການຄ້ຳປະກັນສະບຽງອາຫານ” ຂອງສະພາຄວາມໝັ້ນຄົງ ສປຊ, ວັນທີ 19 ພຶດສະພາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືການຄ້ຳປະກັນສະບຽງອາຫານ ແມ່ນພື້ນຖານຂອງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ຫວຽດນາມ ແບ່ງປັນຄວາມວິຕົກກັງວົນລວມຂອງປະຊາຄົມສາກົນ ກ່ຽວກັບລະບົບທັນຍາຫານໂລກ ພວມນັບມື້ນັບໄດ້ຮັບສິ່ງທ້າທາຍຫຼາຍຢ່າງ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ ແລະ ການປະທະກັນ, ໄດ້ກະທົບແຮງຕໍ່ການຄ້ຳປະກັນສະບຽງອາຫານຂອງປະເທດຕ່າງໆ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ ແລະ ມີການປະທະກັນ. ເມື່ອເນັ້ນໜັກເຖິງຄວາມມານະພະຍາຍາມຂອງຫວຽດນາມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາ ຢາກກາຍເປັນ “ສູນປະດິດຄິດສ້າງກ່ຽວກັບທັນຍາຫານ” ຂອງພາກພື້ນ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານການຄ້ຳປະກັນສະບຽງຫານທົ່ວໂລກ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.