ທ່ານນາງ Viky Ford ຮອງລັດຖະມົນຕີອັງກິດ ຮັບຜິດຊອບ ອາຟຣີກກາ, ອາເມລິກາລາຕີນ ແລະ ກາລີເບ, ໃຫ້ຮູ້ວ່າ ອັງກິດໃຫ້ຄຳໝັ້ນສັນຍາສ້າງຮ່າງແຜນການເຄື່ອນໄຫວແຫ່ງຊາດກ່ຽກັບແມ່ຍີງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮ່ວມມືກັບສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ(AIPR) ຈັດການບຳລຸງສ້າງກ່ຽວກັບເນື້ອໃນນີ້.
ຍສໝ - ຫວ່າງແລ້ວນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະວັດທະນະທໍາ ສະຫະປະຊາຊາດ (UNESCO) ປະຈໍາຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ແບ່ງປັນບົດຮຽນການນຳສະເໜີຂ່າວ ກ່ຽວກັບການໃຊ້ຄວາມຮຸນແຮງສໍາລັບແມ່ຍິງ ແລະເດັກນ້ອຍຍິງ”.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ໄດ້ມາຢ້ຽມຢາມພາກຕາເວັນຕົກສ່ຽງເໜືອຫວຽດນາມ ເພື່ອພົບປະກັບຊາວກະສິກອນ ແລະ ວິສາຫະກິດທ້ອງຖິ່ນ ທີ່ໄດ້ຮັບຜົນປະໂຫຍດຈາກບັນດາໂຄງການໜູນຊ່ວຍ ອົດສະຕາລີ.
ຍສໝ - ງານເສັງແມ່ນໂອກາດເພື່ອໃຫ້ ວິທະຍຸກະຈາຍສຽງຫວຽດນາມ ແລະ UNESCO ແນະນຳປຶ້ມຄູ່ມື ດ້ວຍພາສາຫວຽດ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ໄປເຖິງບັນດານັກຂ່າວ ເຊິ່ງໄດ້ພິມຈຳໜ່າຍໂດຍ UNESCO.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ແລະ ອົງການພັດທະນາແມ່ຍິງ ສປຊ (UNWOMEN) ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ ກ່ຽວກັບຫົວຂໍ້ “ຊຸກຍູ້ການປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບົດບາດຂອງໂຄງການກະທຳແຫ່ງຊາດ” ຕາມຮູບແບບທາງໄກສົມທົບກັບໂດຍກົງ.
ຍສໝ - ເນື່ອງໃນໂອກາດວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຫວ່າງແລ້ວນີ້, ຕຶກອາຄານ ແລະ ສະຖານທີ່ທີ່ມີຊື່ສຽງຫຼາຍແຫ່ງໃນຫຼາຍປະເທດ, ໃນນັ້ນມີຫວຽດນາມ ໄດ້ເປີດໄຟສີສົ້ມ ເປັນສີສັນຍາລັກຂອງອະນາຄົດທີ່ສົດໃສ, ບໍ່ຮຸນແຮງຂອງແມ່ຍິງ ແລະ ເດັກຍິງ.
ຍສໝ - ເນື່ອງໃນໂອກາດວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ຫວ່າງແລ້ວນີ້, ອົງການ UNESCO ແລະ ສະຖາບັນບຳລຸງສ້າງສື່ມວນຊົນ ແລະ ສື່ສານ (SJC) ຂຶ້ນກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ 3 (2021-2026) ຂອງສະມາຄົມນັກປັນຍາຊົນຍິງຫວຽດນາມ ໄດ້ໄຂຂຶ້ນໃນວັນທີ 26 ພະຈິກນີ້ ແລະ ເລືອກຕັ້ງຄະນະບໍລິຫານງານ ອາຍຸການ 2021-2026 ປະກອບມີ 60 ທ່ານ. ທ່ານ ສຈ. ປອ. ນາງ ເລຖີ້ເຮີບ - ປະທານສະມາຄົມ ໂພຊະນະການ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນ ປະທານສະມາຄົມ.
ຍສໝ - ຫວຽດນາມ ຍາມໃດກໍ່ບຸລິມະສິດຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງຊາຍ, ຮັດແຄບຊ່ອງຫວ່າງທາງເພດ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງເຂົ້າຮ່ວມການຊົມໃຊ້ຢ່າງມີຄວາມສະເໝີພາບລະຫວ່າງບັນດາຂົງເຂດໃນການດຳລົງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ.
ທ່ານນາງຮອງປະທານປະເທດ ຫວໍທິແອງຊວັນ ໄດ້ເນັ້ນໜັກເຖິງບົດບາດຢ່າງຮອບດ້ານ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງແມ່ຍິງ ໃນຄວາມມານະພະຍາຍາມລວມ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.
ຍສໝ - ຫວ່າງແລ້ວນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດຍິງ, ອຸປະທູດບັນດາອົງການທູຕານຸທູດຕ່າງປະເທດ ປະຈຳ ຫວຽດນາມ.
ຍສໝ - ວັນທີ 9 ຕຸລາ, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບ UN Women (ອົງການສະຫະປະຊາຊາດເພື່ອສົ່ງເສີມບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ) ແລະ ສະຖານທູດຝລັ່ງ, ເມັກຊີໂກ, ແອັດສະປາຍ, ຊູແອັດ ແລະ ການາດາ ປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການໂອ້ລົມສົນທະນາທາງອອນໄລ “ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ” (ສິດທິແມ່ຍິງໃນນະໂຍບາຍການຕ່າງປະເທດ).
ຍສໝ - Walter Monticelli ໄດ້ຖ່າຍບັນທຶກຊ່ວງເວລາທີ່ຜູ້ຍິງໃສ່ຊຸດອາພອນພື້ນເມືອງຢູ່ໃນເຂດກຳແພງເມືອງ ເຫວ້ ພວມຫຼີ້ນພິນສາຍດຽວໃນຄັ້ງທີ່ມາທ່ຽວຫວຽດນາມໃນຕົ້ນປີ 2020.
ໂດຍປະຕິບັດແຜນນະໂຍບາຍຂອງຄະນະພັກ, ຄະນະອໍານວຍການກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ໃນໄລຍະຜ່ານມາ, ແມ່ຍິງ Viettel ທຸກຂັ້ນໄດ້ຈັດຕັ້ງຫຼາຍກິດຈະກໍາເພື່ອເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ແບ່ງປັນເຊິ່ງກັນ ແລະກັນໃນການປະຕິບັດວຽກງານ ແລະໃນການດໍາລົງຊີວິດຂອງສະມາຊິກສະມາຄົມແມ່ຍິງ.
ລັດຖະມົນຕີ, ເຈົ້າໜ້າທີ່ ແລະ ການນໍາບັນດາພື້ນຖານເສດຖະກິດ ໄດ້ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍບັນດານະໂຍບາຍຊ່ວຍຍົກສູງໂອກາດສຳຜັດກັບແຫຼ່ງທຶນ ແລະ ຕະຫຼາດໃຫ້ແກ່ແມ່ຍິງ, ຊຸກຍູ້ແມ່ຍິງເຂົ້າຮ່ວມກຳລັງອອກແຮງງານ, ເປີດກວ້າງໂອກາດໃຫ້ແມ່ຍິງດຳລົງຕຳແໜ່ງເປັນການນຳ. ບັນດາຂໍ້ຕົກລົງດັ່ງກ່າວຈະສ້າງພື້ນຖານແກ່ອະນາຄົດທີ່ຍືນຍົງຂອງແມ່ຍິງ ແລະ ເດັກຍິງ.
ເມື່ອຕອບສະໜອງຂະບວນການແຂ່ງຂັນພິເສດ "ກອງທັບພ້ອມກັບທົ່ວປະເທດຮ່ວມແຮງຮ່ວມໃຈກັນແຂ່ງຂັນປ້ອງກັນ, ຕ້ານ ແລະເອົາຊະນະພະຍາດໂຄວິດ-19" ແລະຂະບວນການ "ແມ່ຍິງທົ່ວປະເທດເພື່ອພີ່ນ້ອງພາກໃຕ້", ໃນໄລຍະຜ່ານມາ, ແມ່ຍິງກອງທັບໄດ້ຈັດກິດຈະກໍາທີ່ມີຄວາມໝາຍ, ແທດຈິງຫຼາຍຢ່າງ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນໃນເຂດໄດ້ຮັບຜົນກະທົບໂດຍກົງຈາກການລະບາດຂອງພະຍາດໂຄວິດ-19.
ຍສໝ - ໃນເດືອນຕຸລາ 2020, ທານນາງ Aurélia Nguyen ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການບໍລິຫານຂອງ COVAX - ກົນໄກທົ່ວໂລກສໍາລັບການຊື້ ແລະ ການແຈກຢາຍວັກຊີນຕ້ານ COVID-19 ຢ່າງຍຸດຕິທໍາ.
ຍສໝ - ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ Korea Food for the Hungry International (KFHI/ສ.ເກົາຫຼີ) ໄດ້ອຸປະຖຳໃຫ້ແກ່ໂຄງການ “ໜູນຊ່ວຍການທຳມາຫາກິນໃຫ້ແກ່ແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ທັງບິ່ງ” (ແຂວງກ໋ວາງນາມ) ດ້ວຍຍອດງົບປະມານ 1.502.940.000 ດົ່ງ.
ຍສໝ - ໂຄງການບໍ່ຫວັງຜົນກຳໄລ Empower Women Asia (EWA) ຂຶ້ນກັບອົງການ Keep It Beautiful Vietnam (KIBV) ຫາກໍ່ຈັດການເສັງທາງອອນໄລ “ແມ່ຍິງຫວຽດນາມ ແລະ ໝູ່ບ້ານອາຊີບ” ເພື່ອໃຫ້ກຽດແມ່ຍິງໃນໝູ່ບ້ານອາຊີບພື້ນເມືອງ ແລະ ຄວາມມານະພະຍາຍາມເພື່ອຮັກສາບັນດາຄຸນຄ່າວັດທະນະທໍາ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ສະເໜີ ໃຫ້ອາຊຽນເອົາໃຈໃສ່ຕື່ມຕໍ່ກັບໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ ເພື່ອຊຸກຍູ້ການມີສ່ວນຮ່ວມ, ການປະກອບສ່ວນ ແລະບົດບາດຂອງແມ່ຍິງໃນຂະບວນການສັນຕິພາບ.