ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແມ່​ຍິ​ງ ຫວຽດ​ນາມ

08:23 | 14/03/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ອາຍຸການ 2022 – 2027 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 1000 ຄົນ ເຊິ່ງຕາງໜ້າໃຫ້ແມ່ຍິງທຸກຊັ້ນວັນນະໃນທົ່ວປະເທດ.

ການຜະ​ລິດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ສືບ​ຕໍ່​ມີ​ສັນ​ຍານ​ເປັນ​ໜ້າ​ຊື່ນ​ຊົມ ໃນ 2 ເດືອ​ນ​ຕົ້ນ​ປີ 2022 ການຜະ​ລິດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ສືບ​ຕໍ່​ມີ​ສັນ​ຍານ​ເປັນ​ໜ້າ​ຊື່ນ​ຊົມ ໃນ 2 ເດືອ​ນ​ຕົ້ນ​ປີ 2022
ຫົວ​ໜ້າຜູ້​ຕາງ​ໜ້າ UNCEF ປະ​ຈຳ ຫວຽດ​ນາມ: ການ​ເປີດ​ປະ​ຕູ​ໂຮງ​ຮຽນ​ຄືນ​ໃໝ່​ ມີປະ​ໂຫຍດ​ທີ່​ສຸດ​ຕໍ່ເດັກ​ນ້ອຍ. ຫົວ​ໜ້າຜູ້​ຕາງ​ໜ້າ UNCEF ປະ​ຈຳ ຫວຽດ​ນາມ: ການ​ເປີດ​ປະ​ຕູ​ໂຮງ​ຮຽນ​ຄືນ​ໃໝ່​ ມີປະ​ໂຫຍດ​ທີ່​ສຸດ​ຕໍ່ເດັກ​ນ້ອຍ.
ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແມ່​ຍິ​ງ ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຊຸດ​ທີ XII ຮ່າ​ທິ​ງາ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ວັນ​ບຸນ​ໃຫຍ່ຂອງ​ແມ່​ຍິງ​ຫວຽດ​ນາມ​ທຸກ​ຊັ້ນ​ວັນ​ນະ​ໃນ​ທົ່ວ​ປະ​ເທດ, ສ້າງ​ຂີດ​ໝາຍ​ພັດ​ທະ​ນາ​ຂອງ​ຂະ​ບວນ​ການ​ແມ່​ຍິງ ແລະ ອົງ​ການ​ຈັດ​ຕັ້ງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ.

ກອງປະຊຸມໃຫຍ່ ຈະວາງອອກທິດທາງ, ໜ້າທີ່ໃຫ້ແກ່ອາຍຸການໃໝ່. ໃນນັ້ນສືບຕໍ່ຕິດຕາມຢ່າງໃກ້ຊິດ, ຫັນແນວທາງ, ແຜນນະໂຍບາຍຂອງລັດ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການປົກປັກຮັກສາປະເທດຊາດເປັນລະອຽດ; ອີງໃສ່ພຶດຕິກໍາຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງຂະບວນການແມ່ຍິງໃນໄລຍະໃໝ່; ເສີມຂະຫຍາຍ ແລະ ສືບທອດມູນເຊື້ອອັນດີງາມຂອງແມ່ຍິງ ຫວຽດນາມ, ພ້ອມທັງເອົາໃຈໃສ່, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຮ່ວມເດີນທາງແກ້ໄຂບັນຫາໃກ້ຊິດຕິດແທດກັບແມ່ຍິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນຕະຫຼອດໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບໍ່ວ່າຈະຢູ່ໃນໄລຍະໃດ, ສະພາບໃດກໍຕາມ, ແມ່ຍິງ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ສິ່ງກີດຂວາງນາໆປະການ, ໄດ້ເຂົ້າຮ່ວມ, ອຸທິດສ່ວນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ປົກປັກຮັກສາຄວາມໝັ້ນຄົງຂອງຊາດ ຫວຽດນາມ. ພິ​ເສດ​ແມ່ນ, ໃນ 2 ປີ​ຜ່ານ​ມາ, ໃນ​ສະ​ພາບ​ການ​ປະ​ເທດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ຈາກ​ໂລກ​ລະ​ບ​າດ​ໂຄວິດ - 19, ສະ​ມາ​ຄົມ​ທຸກ​ຂັ້ນ​ພ້ອມ​ກັບ​ພະ​ນັກ​ງານ, ສະ​ມາ​ຊິກ, ແມ່​ຍິງ​ທົ່ວ​ປະ​ເທດ​ໄດ້ເປັນຈິດໜື່ງໃຈດຽວ, ຮ່ວມ​ແຮງ​ຮ່ວມ​ໃຈ​ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ຮ່ວມ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາ​ດຢ່າງຕັ້ງໜ້າດ້ວຍ​ຫຼາຍ​ວິ​ທີ, ຮູບ​ແບບ​ປະ​ດິດ​ສ້າງ, ມີ​ປະ​ສິດ​ທິ​ຜົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຊື້ອ​ໝັ້ນ​ວ່າ ພາຍ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່ນີ້, ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຈະ​ມີ​ການ​ປ່ຽນ​ແປງ​ໃໝ່ຫຼາຍ​ຢ່າງ, ຍົກ​ລະ​ດັບ, ບຸກ​ທະ​ລຸ​ກ​ວ່າ​ອີກ, ເພື່ອ​ປະ​ເທດ​ຫວຽດ​ນາມ “ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ມີ​ຄວາມ​ສະ​ເໝີ​ພາບ ແລະ ສິ​ວິ​ໄລ”, ເພື່ອ​ການ​ພັດ​ທະ​ນາຢ່າງ​ເຂັ້ມ​ແຂງ​ແຮງ​ກ້ານ, ວັດ​ທະ​ນາ​ຖາ​ວອນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.