ສົ່ງ​ຂໍ້​ຄວາມ​ເພື່ອ​ຮ່ວມ​ເດີນ​ທາງ​ກັບ​ແມ່​ຍິງ​ເຂດ​ຊາຍ​ແດນ

14:05 | 11/03/2022

ຍ​ສ​ໝ - ສູນ​ສະ​ພາ​ກາ​ແດງ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ແລະ ປະ​ຕ​ູ​ຖານ​ເອ​ເລັກ​ໂຕ​ນິກ​ມະ​ນຸດ​ສະ​ທຳ​ແຫ່ງ​ຊາດ 1400 ຈັດ​ຕັ້ງ​ໂຄງ​ການ​ສົ່ງ​ຂໍ້​ຄວາມ “ຮ່ວມ​ເດີນ​ທາງ​ກັບ​ແມ່​ຍິງ​ເຂດ​ຊາຍ​ແດນ” ປີ 2022.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ
ທ່ານ​ໝໍ​ຫວຽດ​ນາມ ໂຄ​ສະ​ນາ​ກ່ຽວ​ກັບການເບິ່ງແຍງ​ສຸ​ຂ​ະ​ພາບ​ໃນ​ການປະສູດ​ໃຫ້​ແກ່​ແມ່​ຍິງ​ຊູ​ດັງ​ໃຕ້ ທ່ານ​ໝໍ​ຫວຽດ​ນາມ ໂຄ​ສະ​ນາ​ກ່ຽວ​ກັບການເບິ່ງແຍງ​ສຸ​ຂ​ະ​ພາບ​ໃນ​ການປະສູດ​ໃຫ້​ແກ່​ແມ່​ຍິງ​ຊູ​ດັງ​ໃຕ້
ສົ່ງ​ຂໍ້​ຄວາມ​ເພື່ອ​ຮ່ວມ​ເດີນ​ທາງ​ກັບ​ແມ່​ຍິງ​ເຂດ​ຊາຍ​ແດນ
ພາບ​ປະ​ກອບ: H.Q.

ໂຄງ​ການ​ເພື່ອ​ແນ​ໃສ່​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ສະ​ໜັບ​ສະ​ໜູນ​ແຫຼ່ງ​ກຳ​ລັງ​ເພື່ອ​ໜູນ​ຊ່ວຍ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ແມ່​ຍິງ​ທຸກ​ຍາກ​ເຂດ​ຊາຍ​ແດນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ເອົາ​ໃຈ​ໃສ່, ແບ່ງ​ປັນ​ຂອງ​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼາຍ​ໃນ​ທົ່ວ​ປະ​ເທດ​ສຳ​ລັບ​ບັນ​ຫາ​ຊາຍ​ແດນ ແລະ ອະ​ທິ​ປະ​ໄຕ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ.

ໂຄງ​ການ​ໄດ້​ເລີ່ມ​ແຕ່​ວັນ​ທີ 28 ກຸມ​ພາ ຈົນ​ໝົດ​ວັນ​ທີ 28 ເມ​ສາ ເພື່ອ​ໃຫ້​ປະ​ຊາ​ຊົນ​ສະ​ໜັ​ບ​ສະ​ໜູນ​ດ້ວຍ​ຂໍ້​ຄວາມ​ ກັບລະ​ຫັດ BC ສົ່ງ​ໄປ​ຍັງ 1406. ແຕ່​ລະ​ຂໍ້​ຄວາມ ຈະ​ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 20.000 ດົ່ງ, ປະ​ກອບ​ສ່ວນ​ໜູນ​ຊ່ວຍ​ການ​ຫາ​ເງິນ​ລ້ຽງ​ຊີບ, ຊ່ວຍ​ແມ່​ຍິງ​ທຸກ​ຍາກ​ເຂດ​ຊາຍ​ແດນໃຫ້​ມີ​ແຫຼ່ງ​ກຳ​ລັງ​ພັດ​ທ​ະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່, ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​ອຶດ​ຫິວ ແລະ ປະ​ກອບ​ສ່ວນ​ປົກ​ປ້ອງ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ.

ບັ້ນ​ຍຸດ​ທະ​ສາດ​ຈະ​ໜູນ​ຊ່ວຍກາ​ນ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ແມ່​ຍິງ​ຜ່ານ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຄື ​ໜູນ​ຊ່ວຍ​ແນວ​ພັນສັດ​ລ້ຽງ, ທຶນ​ພັດ​ທະ​ນາ​ການ​ຜະ​ລິດ, ຝຶກ​ອົບ​ຮົບ, ແນະ​ນຳ​ເຕັກ​ນິກ​ບົວລະບັດ​ຕົ້ນ​ໄມ້, ສັດ​ລ້ຽງ​ຄອບ​ຄົວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.