ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ

15:56 | 13/02/2022

ທ່ານນາງ Viky Ford ຮອງລັດຖະມົນຕີອັງກິດ ຮັບຜິດຊອບ ອາຟຣີກກາ, ອາເມລິກາລາຕີນ ແລະ ກາລີເບ, ໃຫ້ຮູ້ວ່າ ອັງກິດໃຫ້ຄຳໝັ້ນສັນຍາສ້າງຮ່າງແຜນການເຄື່ອນໄຫວແຫ່ງຊາດກ່ຽກັບແມ່ຍີງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮ່ວມມືກັບສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ(AIPR) ຈັດການບຳລຸງສ້າງກ່ຽວກັບເນື້ອໃນນີ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ກຳ​ລັງ​ແຮງ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ສານ​ສົມ​ທົບ ແລະ ມີ​ການ​ເຊື່ອມ​ຕໍ່ ກຳ​ລັງ​ແຮງ​ໃຫ້​ແກ່​ການ​ທູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ສານ​ສົມ​ທົບ ແລະ ມີ​ການ​ເຊື່ອມ​ຕໍ່
ກອງປະຊຸມ ສຳມະນາ ອາຊ່ຽນ ກ່ຽວກັບສົມທົບແຜນການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງເຂົ້າໃນເສົາຄ້ຳປະຊາຄົມອາຊຽນ (ພາບ: TTXVN)
ກອງປະຊຸມ ສຳມະນາ ອາຊ່ຽນ ກ່ຽວກັບສົມທົບແຜນການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງເຂົ້າໃນເສົາຄ້ຳປະຊາຄົມອາຊຽນ (ພາບ: TTXVN)

ວັນທີ 11 ກຸມພາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມ ສຳມະນາ ອາຊ່ຽນ ກ່ຽວກັບສົມທົບແຜນການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງເຂົ້າໃນເສົາຄ້ຳປະຊາຄົມອາຊຽນ ດ້ວຍຮູບການທາງໄກ ແລະ ໂດຍກົງ. ກ່າວຄຳເຫັນເປີດກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມີງຫວູ້ ຢືນຢັນວ່າ, ໂດຍແມ່ນປະເທດຍາມໃດກໍ່ຖື ບົດບາດຂອງແມ່ຍິງໃນການກໍ່ສ້າງ ແລະ ປັບປຸງສັນຕິພາບ ແລະ ຄວາມໝັ້ນຄົງ ເປັນສຳຄັນ, ຫວຽດນາມ ໄດ້ປະກອບສ່ວນແທດຈິງຫຼາຍຢ່າງ ເພື່ອແນໃສຍູ້ແຮງການຜັນຂະຫຍາຍແຜນການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ໃນອາຊຽນ, ໂດຍສະເພາະແມ່ນໃນອາຍຸການເປັນປະທານອາຊຽນ 2020. ກອງປະຊຸມສຳມະນາຄັ້ງນີ້ ແມ່ນການສືບທອດຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອມຸ່ງໄປເຖິງການສ້າງຕັ້ງ ແລະ ຫັນບັນດາມາດຕະການຮັບປະກັນສິດທິແມ່ຍິງ ໃຫ້ປະກົດຜົນເປັນຈິງ, ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງເຂົ້າຮ່ວມຂັ້ນຕອນການຕັດສີນ, ເສີມຂະຫຍາຍບົດບາດໃນການແກ້ໄຂຄວາມສ່ຽງ ແລະ ສີ່ງທ້າທາຍນາບຂູສັນເຖິງສັນຕິພາບ, ຍືນຍົງຂອງພາກພາກພື້ນ. ເຂົ້າຮ່ວມກອງປະຊຸມສຳມະນາທາງໄກ, ທ່ານນາງ Viky Ford ຮອງລັດຖະມົນຕີອັງກິດ ຮັບຜິດຊອບ ອາຟຣີກກາ, ອາເມລິກາລາຕີນ ແລະ ກາລີເບ, ໃຫ້ຮູ້ວ່າ ອັງກິດໃຫ້ຄຳໝັ້ນສັນຍາສ້າງຮ່າງແຜນການເຄື່ອນໄຫວແຫ່ງຊາດກ່ຽກັບແມ່ຍີງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຮ່ວມມືກັບສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ(AIPR) ຈັດການບຳລຸງສ້າງກ່ຽວກັບເນື້ອໃນນີ້.

vovworld.vn

ເຫດການ
302 Found

Found

The document has moved here.