ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ຂອງຫວຽດນາມ ໄດ້ເປີດໄຟສີສົ້ມ ເພື່ອສະແດງໃຫ້ເຫັນຄວາມໝັ້ນໝາຍໃນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

16:40 | 02/12/2021

ຍສໝ - ເນື່ອງ​ໃນ​ໂອກາດ​ວັນ​ສາກົນ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ, ​ຫວ່າງແລ້ວນີ້, ຕຶກ​ອາຄານ ​ແລະ ສະຖານ​ທີ່​ທີ່​ມີ​ຊື່​ສຽງ​ຫຼາຍ​ແຫ່ງ​ໃນ​ຫຼາຍປະເທດ, ​ໃນນັ້ນມີຫວຽດນາມ ​ໄດ້​ເປີດໄຟສີສົ້ມ ​ເປັນສີ​ສັນຍາ​ລັກຂອງ​ອະນາຄົດທີ່ສົດໃສ, ບໍ່ຮຸນແຮງຂອງແມ່ຍິງ ແລະ ເດັກຍິງ.

ຫວຽດນາມໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະສະຖານະການດ້ານມະນຸດສະທຳ ຢູ່ໃນເຂດກາຊາ ຫວຽດນາມໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະສະຖານະການດ້ານມະນຸດສະທຳ ຢູ່ໃນເຂດກາຊາ
ຫວຽດນາມ ກ່າວປະນາມທຸກໆການກະທຳກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອີຣັກ ຫວຽດນາມ ກ່າວປະນາມທຸກໆການກະທຳກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອີຣັກ

ຢູ່ຫວຽດນາມ, ຕຶກ Green One United Nations ຢູ່ ຮ່າໂນ້ຍ ແລະ ຂົວ 4 ແຫ່ງທີ່ມີຊື່ສຽງຂອງນະຄອນດ່າໜັງ, ລວມມີ ຂົວມັງກອນ, ຂົວແມ່ນ້ຳຮ່ານ, ຂົວເຈິ່ນທິລີ່ ແລະ ຂົວແຫ່ງຄວາມຮັກ ລ້ວນແຕ່ເຂົ້າຮ່ວມຂໍ້ລິເລີ່ມນີ້. ຕຶກອາຄານ ແລະ ສະຖານທີ່ຫຼາຍ​ແຫ່ງເຫຼົ່ານີ້ ຈະ​ໄດ້​ເປີດໄຟເປັນສີສົ້ມ ໃນລະຫວ່າງ 16 ວັນແຫ່ງການເຄື່ອນໄຫວ ເພື່ອສະແດງໃຫ້ເຫັນຄວາມໝັ້ນໝາຍ ໃນການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຂອງ​ບັນດາອົງການ​ຮັບຜິດຊອບ.

ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ຂອງຫວຽດນາມ ໄດ້ເປີດໄຟສີສົ້ມ ເພື່ອສະແດງໃຫ້ເຫັນຄວາມໝັ້ນໝາຍໃນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ຂອງຫວຽດນາມ ໄດ້ເປີດໄຟສີສົ້ມ ເພື່ອສະແດງໃຫ້ເຫັນຄວາມໝັ້ນໝາຍໃນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ພາບປະກອບ

ຫວ່າງແລ້ວນີ້, ມີຜູ້ແທນ 100 ກວ່າທ່ານ ເຊິ່ງແມ່ນຜູ້ພິພາກສາ, ນັກໄອຍະການ, ຜູ້ສືບສວນ, ທະນາຍຄວາມ, ຊ່ຽວຊານ ແລະ ນັກເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ທີ່ມາຈາກສານປະຊາຊົນ, ໄອຍະການປະຊາຊົນ, ບັນດາກະຊວງ, ອົງການຂອງລັດຖະບານ, ສະພາທະນາຍຄວາມຫວຽດນາມ ແລະ ບັນດາອົງການຈັດຕັ້ງສັງຄົມ ໄດ້ເຂົ້າຮ່ວມລາຍການ “ຄາບອາຫານເຊົ້າ ຜ້າແຖບສີຂາວ" ດ້ວຍ​ຫົວ​ຂໍ້: ລະອຽດອ່ອນສຳລັບ​ທາງ​ເພດ ​ໃນ​ການພິພາກສາ​ຄະດີ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກ​ຍິງ ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ໄດ້​ຈັດ​ຂຶ້ນ​ຢູ່​ສານ​ປະຊາຊົນ​ສູງ​ສຸດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.