ນັກຂ່າວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

16:26 | 02/12/2021

ຍສໝ - ເນື່ອງ​ໃນ​ໂອກາດ​ວັນ​ສາກົນ​ຢຸດຕິ​ການ​ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ຫວ່າງແລ້ວນີ້, ອົງການ UNESCO ​ແລະ ສະ​ຖາ​ບັນບຳລຸງສ້າງ​​ສື່​ມວນ​ຊົນ ​ແລະ ສື່ສານ (SJC) ຂຶ້ນກັບ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍດ້ວຍຫົວຂໍ້ ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ຫວຽດນາມໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະສະຖານະການດ້ານມະນຸດສະທຳ ຢູ່ໃນເຂດກາຊາ ຫວຽດນາມໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະສະຖານະການດ້ານມະນຸດສະທຳ ຢູ່ໃນເຂດກາຊາ
ປະກາດເປັນທາງການ ກ່ຽວກັບທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ ປະກາດເປັນທາງການ ກ່ຽວກັບທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ

ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ດ້ານ​ສື່​ມວນ​ຊົນ ​ແລະ ສື່ສານ ​ກໍ່ຄື ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໃນ​ດ້ານ​ສື່​ມວນ​ຊົນ ​ແລະ ສື່ສານ. ເຫດການ ​ຍັງ​ໄດ້​ເປີດ​ເຜີຍ​ແຜ່​ເອກະສານ​ສະບັບພາສາ​ຫວຽດຂອງເອກະສານ “ສົ່ງຂ່າວການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ​ເດັກ​ຍິງ - ປຶ້ມ​ຄູ່​ມື​ສຳລັບ​ນັກ​ຂ່າວ” ເຖິງບັນດາ​ນັກ​ຂ່າວ, ນັກສຶກສາດ້ານຂ່າວສານ, ນັກ​ຊ່ຽວຊານ, ຄູອາຈານ ​ແລະ ຜູ້​ຄຸ້ມ​ຄອງ​ວາລະສານ, ການສື່ສານ.

ນັກຂ່າວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ
ນັກຂ່າວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ພາບ: VOV

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ສາດສະດາຈານ ຮ່ວາງ​ແອງ​ຕວນ, ອະທິການ​ບໍດີ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສະທຳ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ວັນ​ສາກົນຢຸດຕິ​ການ​ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ​ທຸກ​ປີ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ບຸກຄົນ, ອົງການ​ຈັດ​ຕັ້ງ ໄດ້ປົກປ້ອງສິດທິຂອງແມ່ຍິງໃນ 5 ທະວີບ ໂດຍບໍ່ຈຳແນກພາສາ, ສີຜິວ ແລະ ຊົນເຜົ່າ, ເພື່ອຈຸດໄຟແຫ່ງການຕໍ່ສູ້ເພື່ອລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ​ໃນ​ນັ້ນ, ສື່​ມວນ​ຊົນ ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ ກ່ຽວ​ກັບ​ບັນຫາ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ.

ຕາມ​ທ່ານ ຮ່ວາງ​ແອງ​ຕວນ ​ແລ້ວ, ​ເພື່ອ​ໃຫ້​ສື່​ມວນ​ຊົນສາມາດ​ປະຕິບັດ​ບົດບາດ​ດັ່ງກ່າວໄດ້​ເປັນ​ຢ່າງ​ດີ, ນັກ​ຂ່າວ​ຕ້ອງ​ໄດ້​ຮັບຄວາມຮູ້​ຢ່າງ​ຄົບ​ຖ້ວນ, ມີທັກສະ​ທີ່​ເໝາະ​ສົມ​ເມື່ອ​ເຮັດ​ວຽກ​ກ່ຽວ​ກັບ​ບັນຫາ​ສຳຄັນ​ນີ້. ວິທີການເຂົ້າຫາ ແລະ ແກ້ໄຂຂໍ້ມູນກ່ຽວກັບບັນດາຕົວລະຄອນ ທີ່ເປັນຜູ້ຖືກເຄາະຮ້າຍຂອງການກະທຳທີ່ຮຸນແຮງດ້ວຍຈາກມຸມກ້ອງ, ວິທີການສະແດງຮູບພາບ, ຄໍາເວົ້າ, ຮູບຂອງເຂົາເຈົ້າ ເພື່ອຫຼີກລ້ຽງເຮັດໃຫ້ເຂົາເຈົ້າເຈັບປວດຕື່ມອີກ.

ທ່ານນາງ Lucila Carrasco, ຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ກອງປະຊຸມສຳມະນາຄັ້ງນີ້ ແມ່ນກາລະໂອກາດອັນດີ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນສື່ມວນຊົນ ແລະ ການສື່ສານ, ກໍ່ຄື ວິທີການຫຼຸດຜ່ອນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ສື່ມວນຊົນ ແລະ ການສື່ສານທຸກຮູບແບບ ແມ່ນມີຄວາມສຳຄັນ ເພາະວ່າ ມີອຳນາດທີ່ຈະປ່ຽນແປງພຶດຕິກຳ ແລະ ສ້າງແນວຄິດຂອງທຸກຄົນ”.

ກອງ​ປະຊຸມ​ສຳ​ມະ​ນາ​ ໄດ້​ສຸມ​ໃສ່​ກຳນົດ​ບັນຫາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ, ​ຍົກອອກ​ບັນດາ​ວິທີ​ການ ​ແລະ ປຶກສາ​ຫາລື​ກ່ຽວ​ກັບບັນຫາ​​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ວົງ​ການ​ຂ່າວ ​ແລະ ວຽກ​ງານ​ຂອງ​ນັກ​ຂ່າວ​ຜ່ານ​ບັນດາ​ກໍລະນີ​ສະ​ເພາະ. ນັບຕັ້ງແຕ່ນັ້ນມາ, ກອງປະຊຸມສໍາມະນາໄດ້ເປີດໃຫ້ນັກຂ່າວ ຄິດຫງຳເພື່ອສົ່ງເສີມການປະຕິບັດດ້ານຈັນຍາບັນ ໃນເວລານຳສະເໜີຂ່າວກ່ຽວກັບບັນຫາຍິງ-ຊາຍ.ທ່ານນາງ Lucila Carrasco ຍັງໄດ້ແບ່ງປັນກ່ຽວກັບປື້ມຄູ່ມື “ສົ່ງຂ່າວການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ​ເດັກ​ຍິງ - ປຶ້ມ​ຄູ່​ມື​ສຳລັບ​ນັກ​ຂ່າວ” ຈະຊ່ວຍໃຫ້ນັກຂ່າວແກ້ໄຂຄວາມຫຍຸ້ງຍາກໃນເວລານຳສະເໜີຂ່າວກ່ຽວກັບບັນຫາຍິງ-ຊາຍ. ນີ້ແມ່ນເອກະສານທີ່ອົງການ UNESCO ເຜີຍແຜ່ໃນປີ 2019 ນຳມາເຊິ່ງເອກະສານທີ່ເປັນປະໂຫຍດໃຫ້ແກ່ນັກຂ່າວ, ນັກສຶກສາສື່ສານມວນຊົນ, ອາຈານສອນ, ນັກຂ່າວ ແລະ ຊ່ຽວຊານສື່ມວນຊົນທົ່ວໂລກ; ເປັນເຄື່ອງມືທີ່ອຸດົມສົມບູນທາງດ້ານຂໍ້ມູນຂ່າວສານ ທີ່ສາມາດໃຫ້ການຊ່ວຍເຫຼືອທີ່ແທດຈິງ ແກ່ນັກຂ່າວໃນເວລານຳສະເໜີຂ່າວກ່ຽວກັບບັນຫາຍິງ-ຊາຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.