ອົດສະຕາລີ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສ່ຽງເໜືອ

12:00 | 18/12/2021

ຍສໝ - ຫວ່າງແລ້ວນີ້, ຄະນະ​ຜູ້​ແທນ​ສະຖານທູດ​ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ ​ເພື່ອ​ພົບ​ປະ​ກັບ​ຊາວ​ກະສິກອນ ​ແລະ ວິສາຫະກິດ​ທ້ອງ​ຖິ່ນ ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ບັນດາ​ໂຄງການ​ໜູນ​ຊ່ວຍ ອົດ​ສະ​ຕາ​ລີ.

ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ
ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ

ຄະນະ​ຜູ້​ແທນ​ສະຖານທູດ​ອົດ​ສະ​ຕາ​ລີ ນຳ​ໜ້າໂດຍ​ທ່ານ Mark Tattersall, ຮອງ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ, ​ແມ່ນ​ໂອກາດ​ເພື່ອ​ເປັນເຫັນປະຈັກຕາ​ຄັ້ງ​ທຳ​ອິດ ​ກ່ຽວ​ກັບ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ກາລະ​ໂອກາດ​ເສດຖະກິດ ​ເຊິ່ງບັນດາ​ໂຄງການ​ ໄດ້ສ້າງ​ໃຫ້​ຊາວ​ກະສິກອນ​ທ້ອງ​ຖິ່ນ, ສະຫະກອນ ​ແລະ ວິສາຫະກິດຂະໜາດ​ນ້ອຍ​ໃນ​ພາກ​ພື້ນ, ມີທັງແມ່ຍິງ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

​ການ​ຢ້ຽມຢາມ​ຍັງ​ຢືນຢັນ​ຄືນ​ໃໝ່​ ຄຳ​ໝັ້ນ​ສັນຍາ​ຂອງ ອົດ​ສະ​ຕາ​ລີ ​ໃນ​ການ​ພັດທະນາ​ເສດຖະກິດ​ຢູ່​ບັນດາ​ແຂວງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ໄລຍະ​ຍາວ​ກັບ ຫວຽດນາມ ຜ່ານ​ໂຄງການ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ​ຜ່ານ​ໂຄງການ​ຜະລິດກະສິກຳ ​ແລະ ພັດທະນາ​ການທ່ອງທ່ຽວ (GREAT), ໂຄງການ Aus4innovation ແລະ ສູນ​ຄົ້ນຄວ້າກະສິກໍາສາກົນອົດ​ສະ​ຕາ​ລີ (ACIAR).

ອົດສະຕາລີ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສ່ຽງເໜືອ
ອົດສະຕາລີ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສ່ຽງເໜືອ. (ພາບ: thoidai)

ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ ໄດ້​ພົບ​ປະ​ກັບ​ຊາວ​ກະສິກອນ ​ແລະ ພະນັກງານ​ຂະແໜງການກະສິກຳ ​ແລະ ສົ່ງເສີມການກະເສດແຂວງເຊີນ​ລາ, ແຂວງອຽນ​ບ໋າຍ ​ແລະ ແຂວງດ້ຽນບຽນ ທີ່​ເຂົ້າ​ຮ່ວມ​ໂຄງການ 10 ປີ​ທີ່​ໄດ້​ຮັບ​ທຶນ​ຈາກ ACIAR ​ແລະ ອົງການ​ຄົ້ນຄວ້າ​ກະສິກຳ​ສາກົນ (ICRAF) ​ເພື່ອ​ພັດທະນາ​ລະບົບກະສິກຳ ແລະ ປ່າໄມ້ໃນພາກຕາເວັນຕົກສ່ຽງເຫນືອ.

ມາ​ຮອດ​ປະຈຸ​ບັນ, ມີ 425 ຄອບຄົວຊາວກະເສດຕະກອນ ​ໄດ້​ເຂົ້າ​ຮ່ວມ​ໂຄງການ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ລະບົບ​ກະສິກຳ ​ເພື່ອ​ເພີ່ມ​ລາຍ​ຮັບ, ພ້ອມ​ທັງ​ປົກ​ປັກ​ຮັກສາ​ຄຸນ​ນະພາ​ບຂອງ​ດິນ ​ແລະ ສິ່ງ​ແວດ​ລ້ອມ.

ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ Mark Tattersall ພ້ອມ​ດ້ວຍ​ຊາວ​ກະສິກອນ ​ແລະ ວິສາຫະກິດ​ທ້ອງ​ຖິ່ນ ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ຢ້ຽມຢາມ​ພາກ​ພື້ນ​ ທີ່​ຈັດ​ໂດຍ Aus4Innovation, ໄປຍັງ CoolBot – ເຕັກໂນໂລຍີການເກັບຮັກສາຄວາມເຢັນ ທີ່ຈະເລີນກ້າວໜ້າ ແລະ ລາຄາບໍ່ແພງ ທີ່ຊ່ວຍຮັກສາຄຸນນະພາບຂອງຜັກ ຫຼັງຈາກການເກັບກ່ຽວ.

ທີ່​ການ​ພົບ​ປະ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເຊີນ​ລາ, ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ Mark Tattersall ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມືທີ່ແໜ້ນແຟ້ນ​ລະຫວ່າງ ອົດ​ສະ​ຕາ​ລີ ​ແລະ ​ແຂວງ ເຊີນ​ລາ, ປຶກສາ​ຫາລື​ການ​ລົງທຶນ​ຂອງ ອົດ​ສະ​ຕາ​ລີ ຢູ່​ແຂວງ ​ແລະ ຊອກ​ຫາ​ກາລະ​ໂອກາດ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ຝ່າຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.