ການເສັງສຳລັບນັກຂ່າວ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”

06:37 | 15/12/2021

ຍສໝ - ງານເສັງ​ແມ່ນ​ໂອກາດ​ເພື່ອ​ໃຫ້ ວິທະຍຸ​ກະຈາຍສຽງຫວຽດນາມ ​ແລະ UNESCO ​ແນະນຳ​ປຶ້ມ​ຄູ່​ມື ດ້ວຍພາສາຫວຽດ “ການນຳສະເໜີຂ່າວ ​ກ່ຽວກັບຄວາມຮຸນແຮງ​ຕໍ່​ແມ່ຍິງ ​ແລະ ເດັກ​ຍິງ” ​ໄປເຖິງບັນດາ​ນັກ​ຂ່າວ ເຊິ່ງໄດ້ພິມຈຳໜ່າຍໂດຍ UNESCO.

ນັກຂ່າວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ນັກຂ່າວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ
ຫວຽດນາມໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະສະຖານະການດ້ານມະນຸດສະທຳ ຢູ່ໃນເຂດກາຊາ ຫວຽດນາມໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະສະຖານະການດ້ານມະນຸດສະທຳ ຢູ່ໃນເຂດກາຊາ

ເພື່ອ​ປະກອບສ່ວນ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ ​ລະຫວ່າງ​ຍິງ​-ຊາຍ​ໃນ​ສື່​ມວນ​ຊົນ, ພ້ອມ​ກັນ​ນັ້ນ ​ກໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮູ້​ຂອງ​ນັກ​ຂ່າວ​ ກ່ຽວ​ກັບ​ການນຳສະເໜີຂ່າວ ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຍິງ​ຊາຍ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມທົບ​ກັບ​ອົງການ​ສຶກສາ, ວິທະຍາສາດ ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ຈັດ​ຕັ້ງ​ການ​ແຂ່ງຂັນທີ່ສະຫງວນໃຫ້ສຳລັບ​ນັກ​ຂ່າວ​ເພື່ອ​ປັບປຸງ​ຄວາມ​ຮູ້ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.

ການເສັງສຳລັບນັກຂ່າວ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”
ການເສັງສຳລັບນັກຂ່າວ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”. (ພາບ: VOV)

ງານ​ເສັງ ແມ່ນ​ໂອກາດ​ເພື່ອ​ໃຫ້​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ UNESCO ​ແນະນຳ​ເຖິງ​ນັກ​ຂ່າວ ​ກ່ຽວ​ກັບ​ປຶ້ມ​ຄູ່​ມືດ້ວຍພາສາຫວຽດ “ການນຳສະເໜີຂ່າວ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ເດັກ​ຍິງ” ​ພິມຈຳໜ່າຍໂດຍ UNESCO. ນີ້ແມ່ນແຫຼ່ງເອກະສານທີ່ມີປະໂຫຍດ, ຫນູນຊ່ວຍຢ່າງແທດຈິງ ສໍາລັບນັກຂ່າວ, ຜູ້ຊ່ຽວຊານ, ອາຈານ ແລະ ນັກສຶກສາສື່ມວນຊົນທົ່ວໂລກ ໃນເວລານຳສະເໜີຂ່າວກ່ຽວກັບຄວາມຮຸນແຮງທາງເພດ. ປຶ້ມ​ຄູ່​ມື ​ໄດ້ສະໜອງ​ຂໍ້​ມູນ​ລະອຽດ​ກ່ຽວ​ກັບ 10 ຫົວ​ຂໍ້​ສະ​ເພາະ ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ຍິງ, ​ພ້ອມທັງຍົກອອກບັນດາຂໍ້ສະເໜີແນະທີ່​ກ່ຽວ​ຂ້ອງກັບຈັນຍາບັນອາຊີບນັກຂ່າວ ​ເມື່ອນຳສະເໜີຂ່າວກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ຜູ້ເຂົ້າຮ່ວມການເສັງ ສາມາດເຂົ້າໄປທີ່ລິ້ງ https://bit.ly/3dxTKeY ເພື່ອຊອກຮູ້ ແລະ ຍົກສູງຄວາມຮູ້ ກ່ຽວກັບວິທີການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ພ້ອມທັງລົງທະບຽນເຂົ້າຮ່ວມການເສັງ.

ການເສັງຈະຮັບບົດເຂົ້າຮ່ວມການເສັງ ຮອດວັນທີ 27 ທັນວາ 2021.

ກ່ຽວ​ກັບ​ໂຄງ​ປະກອບ​ລາງວັນ, ຄະນະ​ຈັດ​ຕັ້ງ​ການເສັງ​ຈະ​ມອບ​ລາງວັນ​ທີ 01 ​ ​ມູນ​ຄ່າ 9.000.000 ດົ່ງ 01 ລາງວັນ, ລາງວັນ​ທີ 02 ​ເປັນ​ມູນ​ຄ່າ 7.000.000 ດົ່ງ 01 ລາງວັນ ​ແລະ ລາງວັນ​ທີ 03 ​ເປັນ​ມູນ​ຄ່າ 5.000.000 ດົ່ງ 01 ລາງວັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.