ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອນ​ຮັບບັນດາ​ຜູ້​ຕາງ​ໜ້າ​ຍິງ​ຄະ​ນະ​​ທູຕາ​ນະ​ທູດຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ

06:30 | 23/10/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ນາ​ງ​ຮອງ​ປະ​ທານ​ປະ​ເທດ ຫວ​ໍ​ທິ​ແອັງ​ຊວັນ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍິງ, ອຸ​ປະ​ທູດ​ບັນ​ດາ​ອົງ​ການ​ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ.

APEC ເນັ້ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວ​ເພື່ອ​ອະ​ນາ​ຄົດ​ຂອງ ແມ່​ຍິງ ແລະ ເດັກ​ຍິງ APEC ເນັ້ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວ​ເພື່ອ​ອະ​ນາ​ຄົດ​ຂອງ ແມ່​ຍິງ ແລະ ເດັກ​ຍິງ
ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19 ໃຫ້​ແກ່​ແມ່​ຍິງ​ທີ່ຖື​ພາ 13 ອາ​ທິດຂຶ້ນໄປ ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19 ໃຫ້​ແກ່​ແມ່​ຍິງ​ທີ່ຖື​ພາ 13 ອາ​ທິດຂຶ້ນໄປ
ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອນ​ຮັບບັນດາ​ຜູ້​ຕາງ​ໜ້າ​ຍິງ​ຄະ​ນະ​​ທູຕາ​ນະ​ທູດຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ
ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອນ​ຮັບບັນດາ​ຜູ້​ຕາງ​ໜ້າ​ຍິງ​ຄະ​ນະ​​ທູຕາ​ນະ​ທູດຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ (ພາບ: hanoimoi.com.vn)

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງຮອງ​ປະ​ທານ​ປະ​ເທດ​ໄດ້​ຢ້ຳ​ຄືນ​ປະ​ຫວັດ​ສາດ ພັນ​ໆ​ປີ ຂອງ​ຊົນ​ຊາດ ຫວຽດ​ນາມ ທີ່​ຕິດ​ພັນ​ກັບ​ວິ​ວັດ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ ປະ​ເທດ​ຊາດ. ໃນ​ວິ​ວັດ​ການ​ນັ້ນ, ຮູບ​ແບບ​ແມ່​ຍິງ ຫວຽດ​ນາມ ຍາມ​ໃດ​ກໍ່​ມີຊີ​ວິດ​ຊີ​ວາ, ສວມ​ບົດ​ບາດ​ສຳ​ຄັນ​ໃນ​ຄອບ​ຄົວ ແລະ ສັງ​ຄົມ. ປັດ​ຈຸ​ບັນ, ແມ່​ຍິງ ຫວຽດ​ນາມ ​ນັບມື້ນັບຢັ້ງ​ຢືນໄດ້​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃນ​ພາລະກິດແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຂອງ​ປະ​ເທດ​ຊາດ.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວ​ໍ​ທິ​ແອັງ​ຊວັນ ໄດ້​ຢັ້ງ​ຢຶນ​ວ່າ ການຊຸກ​ຍູ້​ຄວາມ​ສະ​ເໝ​ີ​ພາບ ລະ​ຫວ່າງ​ຍິງ ຊາຍ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ ຍາມ​ໃດ​ກໍ່​ແມ່ນ​ສິ່ງ​ບຸ​ລິ​ມະ​ສິດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ລັດ ຫວຽດ​ນາມ. ໃນ​ຊຸມ​ປີ​ຜ່ານ​ມາ, ຫວຽດ​ນາມ ບັນ​ລຸ​ໄດ້ຄວາມຄືບໜ້າຂອງ​ບັນ​ດາ​ບົດ​ບາດ​ນຳ​ພາ​ຂ​ອງ​ແມ່​ຍິງ​ໃນຫຼາຍ​ຂົງ​ເຂດຢ່າງຈະແຈ້ງ.

ລັດ​ຖະ​ທຳ​ມະ​ນູນ ຫວຽດ​ນາມ ໃນ​ປີ 2013 ໄດ້​ຢັ້ງ​ຢືນ: ພົນ​ລະ​ເມືອງ ຍິງ ແລະ ຊາຍ​ມີ​ຄວາມ​ສະ​ເໝີ​ພາບ​ໃນ​ທຸກ​ດ້ານ, ລັດ, ສັງ​ຄົມ ແລະ ຄອບ​ຄົວ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່​ຍິງ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ເສີມ​ຂະ​ຫຍາຍບ​ົດ​ບາດ​ຂອງ​ຕົນ​ໃນ​ສັງ​ຄົມ.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ອັດ​ຕາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເພດ​ຍິງ ບັນ​ລຸ 30,26% ສູງ​ທີ່​ສຸດ​ໃນ​ໄລ​ຍະ 45 ປີ​ຜ່​ານ​ມາ. ອັດ​ຕ​າ​ການ​ນຳ​ຫຼັກ​ແຫຼ່ງເພດ​ຍິງ​ໃນ​ບັນ​ດາ​ກະ​ຊວງ, ອົງ​ການ​ທຽບ​ເທົ່າ​ກັບ​ກະ​ຊວງ ແມ່ນ 50%. ອັດ​ຕາ​ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ແມ່ນ​ເຈົ້າ​ຂອງ​ຢູ່ ຫວຽດ​ນາມ ບັນ​ລຸ 26,5%, ຢືນ​ຢູ່​ອັນ​ດັບ​ທີ 6 ໃນ​ຈຳ​ນວນ​ປະ​ເທດ​ທີ່​ມີ​ອັດ​ຕາ​ນັກ​ທຸ​ລະ​ກິດ​ຍິງ​ສູງ​ທີ່​ສຸດ…

ພິ​ເສດ, ໃນ​ການ​ຕໍ່​ສູ້, ຕ​້ານ​ໂລກ​ລະ​ບາດ​ໂຄວິດ - 19, ມີ​ແມ່​ຍິງຫຼາຍ​ຄົນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ພົ້ນ​ເດັ່ນ​ໃນ​ດ່ານ​ໜ້າ​ການ​ຕ້ານ​ໂລກ​ລະ​ບາດ, ພ້ອມ​ແລ້ວ​ທີ່​ຈະ​ເສຍ​ສະຫຼະ 6ໍ ທຸກຄວາມອັນຕະລາຍ​ ເພື່ອ​ປົກ​ປ້ອງ​ສຸ​ຂະ​ພາບ, ຊີ​ວິດ​ອິນ​ຊີ​ຂອງ​ປະ​ຊາ​ຊົນ.

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ ວັນ​ແມ່​ຍິງ ຫວຽດ​ນາມ 20 ຕຸ​ລາ, ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ໄດ້​ສະ​ແດງ​ຄວາມມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ແມ່​ຍິງ​ຊາວ​ຕ່າງ​ປະ​ເທດ ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ ຍ້ອນ​ການ​ປະ​ກອບ​ສ່ວນ ແລະ ນ້ຳ​ໃຈ​ອັນ​ດີ​ງາມ​ທີ່​ສະ​ຫງ​ວນ​ໃຫ້​ແກ່​ຊາວ​ຫວຽດ​ນາມ. ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ດັ່ງ​ກ່າວ ໄດ້​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ຊຸກຍ​ູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ແທດ​ຈິງ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ທ່ານ​ນາງ​ປະ​ທານ​ປະ​ເທດ ເນັ້ນ​ໜັກ: ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ​, ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ທັນ​ການ, ມີ​ປະ​ສິດ​ທິ​ຜົນ​ຂອງບັນ​ດາ​ປະ​ເທດ ແລະ ປະ​ຊາ​ຄົມ​ສາ​ກົນທີ່​ສະ​ຫງ​ວນ​ໃຫ້​ແກ່ ຫວຽດ​ນາມ ໃນ​ໄລ​ຍະ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໃນ​ເມື່ອ​ກ່ອນ, ກໍ່​ຄື​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ.

ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຫວຽດ​ນາມ ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ຈັງ ຕໍ່​ບັນ​ດາ​ປະ​ເທດ, ເພື່ອນ​ມິດ, ຄູ່​ຮ່ວມ​ມື, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ, ສະ​ໜອງ ວັກ​ຊິນ, ຢາ​ປິ່ນ​ປົ່ວ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ປະ​ກອບ​ສ່ວນ​ຊ່ວຍ​ ຫວຽດ​ນາມ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19, ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໃໝ່.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ປະ​ຕິ​ບັດແນວ​ທາງ​ການ​ທູດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເອ​ກະ​ລາດ, ເປັ​ນ​ເຈົ້າ​ຕົນ​ເອງ, ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ຫັນ​ການ​ພົວ​ພັນ​ການ​ທູດເປັນຫຼາຍ​ຮູບ​ແບບ, ຫຼາຍ​ຝ່າຍ, ແມ່ນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິ​ດ​ຊອບ ຂອງ​ປະ​ຊາ​ຄົມສາ​ກົນ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງກວ້າງ​ຂວາງ. ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ສ້າ​ງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີ. ຫ​ວັງ​ວ່າ ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍິງ ດ້ວຍ​ທ່າ​ແຮງ​ຂອງ​ແມ່​ຍິງ ແມ່ນ​ຄວາມ​ຢຶດ​ໝັ້ນ, ທົນ​ທານ, ອ່ອນ​ໂຍນ, ເຫັນ​ອົກເຫັນໃຈ ແລະ ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ​ແມ່ນ ນ້ຳ​ໃຈ​ຮັກ​ແພງ​ມະ​ນຸດ ຈະ​ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດກັບປະ​ເທດ​ຂອງບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃຫ້ຫຼາຍ​ກ່​ວາ​ອີກ.

ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບລະ​ຫວ່າ​ງ​ຍິງ​ຊາຍ ນັບ​ທັງ​ຂອບ​ເຂດ​ການ​ຮ່ວມ​ມື​ສອງຝ່າຍ ແລະ ຫຼາຍ​ຝ່າຍ, ຍ້ອນ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ເພື່ອ​ອະ​ນາ​ຄົດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​, ກວມ​ລວມ ແລະ ວັດ​ທະ​ນາ​ຖາ​ວອນ.

ຫວຽດ​ນາມ ໄດ້​ນຳ​ໜ້າ​ຢ່າງ​ບໍ່​ຢ​ຸດ​ຢັ້ງ​ໃນ​ບັນ​ດາ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ, ຜັນ​ຂະ​ຫຍາຍນັບ​ມື້​ນັບພະ​ນັກ​ງານ​ເພດ​ຍິງຫຼາຍ​ຄົນ ໃນ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ແລະ ກໍ່​ແມ່​ນ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ປະ​ເທ​ດ​ອື່ນ, ສະ​ແດງ​ໃຫ້ເຫັນການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ໃນ​ວິ​ວັດ​ການ​ສ້າງ​ສາ ສັ​ນ​ຕິ​ພາບ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາ​ກ​ການ​ປະ​ທະ​ກັນ.

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ​​ຍິງ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ບັນ​ຫາ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍ​ິງ​ຊາຍ ຜ່ານ​ບັນ​ດາ​ພາ​ຫະ​ນະ ແລະ ວິ​ທີ​ການ​ທີ່​ແຕກ​ຕ່າງ​ກັນຄື ການ​ຮ່ວມ​ມື​ພັດ​ທະ​ນາ, ຂໍ້​ລິ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ຄ້າ, ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ, ແບ່ງ​ປັນ​ບົດ​ຮຽນ, ປະ​ສົບ​ການ, ແລກ​ປ່ຽນ​ບັນ​ດາ​ແບບ​ຢ່າງ​ທີ່​ດີ, ຮ່ວມ​ມື​ຢູ່ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ… ເພື່ອ​ແນ​ໃສ່​ມອບ​ສິດ​​ໃຫ້​ແກ່​ແມ​່​ຍິງ ແລະ ເດັກ​ຍິງໃຫ້ຫຼາຍ​ກ່​ວາ​ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.