ໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນຄືນໃໝ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ - 19

11:29 | 03/03/2022

ຍສໝ - ສະຫະພັນແມ່ຍິງ ຫວຽດນາມ ພ້ອມກັບອົງການ ສປຊ ກ່ຽວກັບຄວາມສະ ເໝີພາບ ລະຫວ່າງ ຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດຕັ້ງການສົນທະນານະໂຍບາຍກ່ຽວກັບ “ການໜູນຊ່ວຍແມ່ຍິງ ພັດທະນາ ທຳມາຫາກິນຄືນໃໝ່ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງ ຜົນສະທ້ອນຈາກໂລກລະບາດໂຄວິດ - 19” ຢູ່ຮ່າໂນ້ຍ.

ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ
ກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມ ACDFM-19 ຢ່າງສຳເລັດຜົນ ກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມ ACDFM-19 ຢ່າງສຳເລັດຜົນ

ການເຈລະຈານານະໂຍບາຍແມ່ນເຫດການທຳອິດໃນລະບົບບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ ຄືວັນທີ 8 ມີນາ ປີ 2022 ໂດຍອົງການ ສປຊ ປະຈຳ ຫວຽດນາມ ຈັດຂຶ້ນ ດ້ວຍຫົວຂໍ້ທົ່ວໂລກ ແມ່ນ “ຄວາມສະເໝີ ພາບໃນມື້ນີ້ ເພື່ອອະນາຄົດແບບຍືນຍົງ”.

ໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນຄືນໃໝ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ - 19
ການເຈລະຈານະໂຍບາຍກ່ຽວກັບ “ການໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນຄືນໃໝ່ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ - 19”. ພາບ: TTXVN

ມີຜູ້ແທນກ່ວາ 100 ຄົນ ໄດ້ເຂົ້າຮ່ວມແບບທາງໄກ ເຊິ່ງມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ຕັ້ງຫຼາຍຄຳຖາມໃຫ້ແຂກຖືກເຊີນກ່ຽວກັບບັນດາຄວາມ ຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງແມ່ຍິງຕ້ອງປະເຊີນໜ້າໃນວິວັດການພັດທະນາ ການທຳມາຫາກິນໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ຄືການ ສຳຜັດດ້ານເຕັກນິກ ແລະ ເຕັກໂນໂລຢີ, ການເຊື່ອມຕໍ່ການຜະລິດ, ປຸງແຕ່ງ ແລະຊົມໃຊ້ຜະລິດຕະພັນກະສິກຳ, ໄດ້ກູ້ຢືນທຶນ ເພື່ອລົງທຶນເຂົ້າເຕັກໂນໂລຢີ ເຄື່ອງຈັກ ໃຫ້ແກ່ບັນດາວິສາຫະກິດ, ສະຫະກອນໂດຍແມ່ຍິງແມ່ນເຈົ້າຂອງ, ບັນດາຫຼັກສູດບຳລຸງສ້າງວິຊາຊີບ ແລະສ້າງວຽກເຮັດງານທຳສີຂຽວ ໃຫ້ແກ່ ແມ່ຍິງ, ບັນດານະໂຍບາຍ ແລະໂຄງການກ່ຽວກັບການຮັບມື, ຫຼຸດຜ່ອນການປ່ຽນ ແປງຂອງດິນຟ້າອາກາດບູລິມະສິດໃຫ້ແກ່ແມ່ຍິງ.

ໝາກຜົນຂອງການແລກປ່ຽນປຶກສາຫາລືໃນການໂອ້ລົມສົນທະນາຈະປະກອບສ່ວນຊຸກຍູ້ຂໍ້ສະເໜີບັນດານະໂຍບາຍໜູນຊ່ວຍແມ່ຍິງໃນການພັດທະນາການຫາເງິນລ້ຽງຊີບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ພິເສດແມ່ນໃນສະພາບຟື້ນຟູເສດຖະກິດພາຍຫຼັງຄວບຄຸມ ໂລກລະບາດໂຄວິດ - 19 ໄດ້.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.